ຂໍຂອບໃຈນຳຜູ້ສະໜັບສະໜູນ

ງານເທດສະການ ອາຫານລາວ ຖືເປັນອີກງານໜຶ່ງທີ່ນຳເອົາອາຫານທີ່ເປັນເອກະລັກຂອງລາວ ໃນແຕ່ລະແຂວງ ແຕາເໜືອຮອດໃຕ້ມາລວມກັນ ແລະ ທັງເປັນການນໍາສະເໜີ ເອກະລັກຄວາມເປັນລາວ ຜ່ານຈານອາຫານ ທີ່ເຮັດຈາກຄົນລາວ ນຳອີກ.

ເອື້ອຍວຽງຄໍາ ເຈົ້າຂອງຮ້ານອາຫານ ຈາກແຂວງ ຫົວພັນ ໄດ້ໃຫ້ສໍາພາດວ່າ: ຕົນເອງມາຂາຍເຄື່ອງຢູ່ ງານເທດສະການອາຫານລາວທຸກປີ ແລະ ປີນີ້ການຈັດງານ ຖືວ່າຫຍຸ້ງຍາກກວ່າທຸກໆປີ ໃນການຂົນສົ່ງອາຫານແຕ່ ແຂວງ ຫົວພັນ ມານະຄອນຫຼວງ ກໍມີການຊັກຊ້າ ເນື່ອງຈາກການແຜ່ລະບາດຂອງ ໂຄວິດ ເຊິ່ງທາງຮ້ານເຮົາ ກໍໄດ້ນໍາເອົາອາຫານທີ່ເປັນເອກລັກຂອງແຂວງມາວາງຂາຍ ບໍວ່າຈະເປັນ ຊຸບໃບໝາກຈອງ, ໄຄສົດ, ແກງໜໍ່ຂົມ , ຊຸບໜໍ່ຫວານ, ເຂົ້າໄກ່ນ້ອຍ ແລະ ທີ່ຂາດບໍ່ໄດ້ກໍຄື ແຈ່ວປາບໍາຊໍໍຳເໜືອໃສ່ໝາກແຄ່ນ ແລະ ອີກຫຼາຍປະເພດ.

ສໍາລັບອາຫານທີ່ຂາຍດີ ແລະ ຫາກິນຍາກ ຈາກແຂວງ ຫົວພັນ ນັ້ນກໍຄື ຊຸບໃບໝາກຈອງ ເຊິ່ງມັນຈະມີສະເພາະ 2 ເດືອນຕໍ່ປີ ຄື ເດືອນ ມັງກອນ-ເດືອນ ກຸມພາ! ຖ້າໃບມັນແກ່, ອອກດອກ ເປັນໝາກແລ້ວເຮົາກໍບໍ່ສາມາດນຳມາປຸງແຕ່ງເປັນອາຫານໄດ້ ຖ້າໃຜຢາກກິນຕ້ອງໄດ້ກິນໃນຊ່ວງນີ້ ເທົ່ານັ້ນ!.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃນແຕ່ລະປີກ່ອນໂຄວິດລະບາດບໍ່ຫຼາຍ ຖືວ່າການຂາຍອາຫານແມ່ນໄດ້ຂາຍດີ ເບີດທຸກມື້ ເພາະຄົນມາທ່ຽວ ມາເລາະຊິມອາຫານຫຼາຍ ເເຕ່ປີນີ້ ຫຼາຍຄົນກໍຢູ່ບ້ານ ຄົນມາທ່ຽວງານໜ່ອຍກວ່າທຸກປີ ເນື່ອງຈາກວ່າປີນີ້ມີການແຜ່ລະບາດຂອງ ໂຄວິດ-19 ຫຼາຍ ແລະ ເຮັດໃຫ້ການຂາຍອາຫານບໍ່ດີຄືເເຕ່ລະປີ.

ສຳລັບ ງານເທດສະການອາຫານລາວ ປີນີ້ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 25-29 ມັງກອນ 2022 ນີ້ ໃຜທີ່ຍັງບໍ່ທັນໄດ້ໄປເລາະຊິມອາຫານລາວ ກໍຫາໂອກາດໄປເລາະຊື້ ເລາະຊິມກັນໄດ້ ເພາະງານແບບນີ້ 1 ປີມີຄັ້ງດຽວ.

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້