ປະຊາຊົນ ບ້ານ ດອນປາແດກ, ເມືອງ ໜອງບົກ, ແຂວງ ຄຳມ່ວນ ແມ່ນບ້ານໜຶ່ງ ທີ່ມີຄວາມພົ້ນເດັ່ນໃນການປູກຝັງ-ລ້ຽງສັດ ມາແຕ່ດົນນານ ເຊິ່ງເປັນບ້ານທີ່ຕັ້ງຢູ່ດິນດອນກາງແມ່ນໍ້າ ໂດຍມີສາຍແມ່ນໍ້າຂອງໄຫຼຜ່ານອ້ອມຮອບບ້ານ, ການເດີນ ທາງເຂົ້າ-ອອກ ແລະ ແລກປ່ຽນ ຊື້-ຂາຍ ສິນຄ້າ ແມ່ນນຳໃຊ້ການຂົນສົ່ງທາງເຮືອເທົ່ານັ້ນ, ມີພື້ນທີ່ດິນອຸດົມສົມບູນ ເໝາະສົມແກ່ການຜະລິດກະສິກຳ ປູກຝັງ-ລ້ຽງສັດ ບວກກັບມູນເຊື້ອຂອງພໍ່ແມ່ປະຊາຊົນ ແມ່ນມີຄວາມດຸໝັ່ນ ທຳການຜະລິດ ເພື່ອສ້າງເສດຖະກິດຄອບຄົວ ເຮັດໃຫ້ບ້ານ ດອນປາແດກ ກາຍເປັນບ້ານທີ່ພົ້ນເດັ່ນທາງດ້ານ ການຜະລິດກະສິກຳ ປູກພືດຜັກຕ່າງໆ ສົ່ງຂາຍພາຍໃນປະເທດ.
ສໍາລັບການຈຳໜ່າຍຜົນຜະລິດກໍໍ່ຈະມີແມ່ຄ້າຄົນກາງມາຮັບຊື້ ມີທັງແມ່ຄ້າທີ່ຢູ່ພາຍໃນແຂວງ ແລະ ຕ່າງແຂວງ ເຊັ່ນ: ສະຫວັນນະເຂດ, ຈຳປາກສັກ ສ່ວນທາງດ້ານລາຄາແມ່ນມີຂຶ້ນ-ລົງ ຕາມກົນໄກການຕະຫຼາດ ໂດຍສະເລ່ຍໃນ 1 ປີ ພໍ່ແມ່ປະຊາຊົນໃນແຕ່ລະຄອບຄົວແມ່ນສາມາດສ້າງລາຍຮັບ ໂດຍຫັກຕົ້ນທຶນ ອອກແລ້ວ ໄດ້ປະມານ 30-50 ລ້ານກວ່າກີບຕໍ່ປີ.
ທ່ານ ຄຳຜອງ ເຂືອທອງ, ນາຍບ້ານ ບ້ານ ດອນປາແດກ ໄດ້ໃຫ້ີ້ຮູ້ວ່າ: ບ້ານ ດອນປາແດກ ແມ່ນຖືກສ້າງຕັ້ງຂຶ້ນໃນປີ 1997 ປະຈຸບັນແມ່ນມີຈຳນວນ 50 ຄອບຄົວ, ພົນລະເມືອງ 278 ຄົນ, ຍິງ 130 ຄົນ, ມີເນື້ອທີ່ທັງໝົດ 319,4 ເຮັກຕາ ໃນນີ້ເນື້ອທີ່ທຳການຜະລິດກະສິກຳ 250 ເຮັກຕາ, ປະຊາຊົນ ທຸກຄອບຄົວແມ່ນຖືອາຊີບ ປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບເຂົ້າຄອບຄົວ, ໂດຍທຸກໆ ປີຈະມີການປູກພືດຜັກຕ່າງໆໝູນວຽນກັນໄປເລື້ອຍຕະຫຼອດປີ, ເຊິ່ງໃນ 1 ຄອບຄົວແມ່ນຈະປູກພືດຜັກຫຼາຍຊະນິດເຊັ່ນ: ສາລີ, ໝາກເຜັດ, ໝາກເຂືອ, ໝາກເຫຼັ່ນ, ຫອມບົ່ວ, ຫອມປ້ອມ, ກະລໍ່າປີ, ຜັກກາດຂາວ, ໝາກຖົ່ວ, ຫອມເປ, ຜັກບົວລະພາ, ຜັກອີ່ຕູ່, ໝາກຖົ່ວລັນເຕົາ ແລະ ພືດພັກອື່ນໆ ອີກຫຼາຍຊະນິດໝູນວຽນໄປແຕ່ລະດູການ.
ຄອບຄົວ ນາງ ຂັນແກ້ວ ວັນນະລາດ, ປະຊາຊົນ ບ້ານ ດອນປາແດກ ແມ່ນ 1 ໃນຄອບຄົວທີ່ພົ້ນເດັ່ນໃນການຜະລິດກະສິກຳ ໂດຍສະເພາະ ແມ່ນການປູກຜັກບົ່ວແດງ ໃຫ້ສຳພາດວ່າ: ສຳລັບການປູກຜັກບົ່ວແດງ ແມ່ນໄດ້ເລີ່ມລົງມືປູກໃນເດືອນ ຕຸລາ ຈົນຮອດ ເດືອນ ມັງກອນ ຂອງປີຖັດໄປກໍໍໍໍໍໍ່ໄດ້ເກັບກ່ຽວ ໂດຍໃຊ້ເວລາປະມານ 3-4 ເດືອນ.
ສະເພາະໃນປີນີ້ ເພິ່ນໄດ້ປູກຜັກບົ່ວຫົວແດງ ໂດຍໃຊ້ແນວພັນປະມານ 150 ກິໂລ ສຳລັບຜົນຜະລິດ ແມ່ນຄາດວ່າຈະໄດ້ປະມານ 6-7 ໂຕນ ໃນລາຄາການຈໍາໜ່າຍໂຕນລະ 4-5 ລ້ານກີບ, ນອກຈາກການປູກຜັກບົ່ວແດງ ແລ້ວ ທາງຄອບຄົວເພິ່ນກໍຍັງໄດ້ປູກພືດຜັດຊະນິດຕ່າງໆ ໂດຍສະເລ່ຍໃນ 1 ປີ ແມ່ນສ້າງລາຍຮັບໄດ້ປະມານ 30 ລ້ານກວ່າກີບ.
ນາຍບ້ານດອນປາແດກ ໃຫ້ຮູ້ຕື່ມວ່າ: ໃນການຜະລິດຂອງພໍ່ແມ່ປະຊາຊົນ ແມ່ນມີ ຂະບວນການ ຟົດຟື້ນ ແລະ ພົ້ນເດັ່ນຫຼາຍ ພໍ່ແມ່ປະຊາຊົນພາຍໃນບ້ານແມ່ນມີຄວາມດຸໝັ່ນ, ຫ້າວຫັນຕັ້ງໜ້າຳການຜະລິດ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ເຮັດໃຫ້ບ້ານດອນປາແດກ ມີຜົນຜະລິດທາງດ້ານກະສິກຳສົ່ງອອກຈຳໜ່າຍ ຕະຫຼອດປີ.
ຂໍ້ມູນຈາກ:Khammouane News
Hits: 0