Monday, May 19, 2025
Kbank Laos โอน รับ จ่าย

ໝາກສີດາ ພາໃຫ້ໜ້າງາມ

ໝາກສີດາ ເປັນໝາກໄມ້ທີ່ສາວໆ ໃນໝູ່ເກາະ ມະຫາສະໝຸດປາຊີຟິກ ນິຍົມໃຊ້ເປັນເຄື່ອງສຳອາງທາຜິວໜ້າ ໂດຍທີ່ນວນຂອງມັນມີ ໂພແທັດຊຽມ, ນຳ້ຕານ ແລະ ກົດອະມີໂນ ທີ່ສາມາດດຶງນຳ້ໃຫ້ຢູ່ໃນຊັ້ນເທິງຂອງຜົວໜ້າ ເຮັດໃຫ້ຜິວພັນຊຸ່ມ ແລະ ນຽນໃສ.

ນອກຈາກນີ້ ໝາກສີດາ ຍັງມີວິຕາມິນສູງ ແລະ ສິ່ງສຳຄັນແມ່ນມີ ວິຕາມິນ B2 ທີ່ຊ່ວຍສ້ອມແຊມ ແລະ ຊ່ວຍໃນການຈະເລີນເຕີບໂຕຂອງຈຸລັງໃຫ້ແຂງແຮງ ແລະ ມີວິຕາມິນ B5 ທີ່ຊ່ວຍປ້ອງກັນຜິວໜ້າ ບໍ່ໃຫ້ຖືກທຳຮ້າຍຈາກ ອະນຸມູນອິດສະຫຼະ.

  • ການກຽມສີດາ: ເລືອກໜ່ວຍສົດ ແລະ ບໍ່ສຸກຫຼາຍເກີນໄປ, ລ້າງສີດາໃຫ້ສະອາດ ເອົາສະເພາະສ່ວນທີ່ເປັນນວນ ບໍ່ໃຊ້ແກ່ນ, ຄວນຫັ່ນເປັນຊັ້ນນ້ອຍໆ ກ່ອນປັ່ນ ແລະ ຕ້ອງຕື່ມນຳ້ສະອາດລົງໄປຈຳນວນໜຶ່ງທຸກຄັ້ງໃນການປັ່ນ ເພາະ ສີດາ ມີນຳ້ໜ້ອຍ.
  • ວິທີໃຊ້: ນວນສີດາຫັ່ນເປັນຕ່ອນນ້ອຍໆ 1 ຖ້ວຍນ້ອຍ, ນຳ້ 1/2 ຖ້ວຍນຳ້, ນຳ້ເຜິ້ງ 1/4 ຖ້ວຍນ້ອຍ ປັ່ນຈົນເປັນເນື້ອຄີມ ນຳມາພອກໜ້າ ປະໄວ້ 10-20 ນາທີ ແລ້ວລ້າງອອກດ້ວຍນຳ້ສະອາດ.
  • ເຮັດແບບນີ້ທຸກມື້ກ່ອນເຂົ້ານອນ ໜ້າຈະສົດໃສ ແລະ ນຽນໃສຂຶ້ນ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້