ຂໍຂອບໃຈນຳຜູ້ສະໜັບສະໜູນ

ໝາກແຄ້ງ ຫຼື ໝາກເຂືອພວງ ແຕ່ລະທ້ອງຖີ່ນອາດຈະເອີ້ນບໍ່ຄືກັນ ມີຢູ່ຕາມແຕ່ລະພາກ ເປັນພືດຜັກພື້ນບ້ານ ທີ່ຫາກິນໄດ້ງ່າຍ ເຊິ່ງຈະມັກປູກຕາມເຂດຊົນນະບົດ ແລະ ມັກເກີດເອງຕາມທໍາມະຊາດ ສ່ວນຫຼາຍຄົນຈະນິຍົມເອົາໝາກແຄ້ງມາປຸງແຕ່ງເປັນອາຫານ ຫຼື ຈະເອົາມາລວກກິນກັບອາຫານປະເພດ ປົ່ນ, ແຈ່ວ ເປັນຕົ້ນ. ຈະມີຣົດຊາດອອກຂົມແດ່, ນອກຈາກຈະນຳມາປຸງແຕ່ງອາຫານແລ້ວ ໝາກແຄ້ງ ຍັງມີສັບພະຄຸນຫຼາຍຢ່າງເຊັ່ນ:

ລໍາຕົ້ນ: ຊ່ວຍຍ່ອຍອາຫານ, ຂັບປັດສະວະ, ແກ້ອາການປວດ, ປິ່ນປົວອາການບວມຊໍ້າ.

ໃບສົດ: ຊ່ວຍຫ້າມເລືອດ, ປິ່ນປົວຝີບວມທີ່ມີໜອງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໝາກ: ຊ່ວຍໃນການຂັບປັດສະວະ, ຊ່ວຍໃຫ້ລະບົບການໝຸນວຽນຂອງເລືອດໃນຮ່າງກາຍໃຫ້ເຮັດວຽກໄດ້ດີ.

ຮາກ: ຊ່ວຍປິ່ນປົວໂຣກຕາປາ, ຊ່ວຍປິ່ນປົວບາດແຜແຕກບໍລິເວນສົນໜ່ອງ ແລະ ຍັງໃຊ້ເປັນຢາແກ້ໄຂ້.

ນອກນີ້ ໝາກແຄ້ງ ຍັງມີສັບພະຄຸນໃນການປ້ອງກັນໂຣກ ດັ່ງນີ້:

ໂຣກເບົາຫວານ

ມີການວິໄຈພົບວ່າ ໝາກແຄ້ງ ມີສານ “ເພກຕິນ” ທີ່ຊ່ວຍຄວບຄຸຸ້ມລະດັບນໍ້າຕານໃນເລືອດ ຂອງຜູ້ປ່ວຍເປັນໂຣກເບົາຫວານ ສານນີ້ ມີໜ້າທີ່ໃນການດູດຊຶມແປ້ງ ແລະ ນໍ້າຕານ ເຮັດໃຫ້ລະດັບນໍ້າຕານໃນເລືອດຄົງທີ່ , ນໍ້າຕານໃນເລືອດຫຼຸດລົງ ສະນັ້ນ ການທີ່ໃຫ້ຜູ້ເປັນໂລກເບົາຫວານກີນໝາກແຄ້ງລະຫວ່າງການຮັກສາຈະຊ່ວຍໄດ້ຫຼາຍເລີຍທີດຽວ.

ໂຣກກະເພາະ

ໝາກເເຄ້ງ ຊ່ວຍປິ່ນປົວບາດແຜໃນກະເພາະອາຫານ ໂດຍມີຜົນໃນການປ້ອງກັນການເກີດບາດແຜໃນກະເພາະອາຫານ ທີ່ເກີດຈາກການກິນຢາ, ເຫຼົ້າ, ເບຍ ຫຼື ເຄື່ອງດື່ມທີ່ມີ ແອວກໍຮໍ.

ໂຣກຂາດສານອາຫານ

ໝາກເເຄ້ງມີສານຈໍາພວກ “ໄຟລນິວທ່ຽນ” ທີ່ຈະຊ່ວຍຮ່າງກາຍໃນພາວະຂາດສານອາຫານ ໃຫ້ສາມາດກັບມາເຮັດວຽກໄດ້ຢ່າງປົກກະຕິ.

ໂຣກໄຂມັນອັດຕັນໃນເສັ້ນເລືອດ

ໝາກເເຄ້ງ ເປັນກຸ່ມພືດ ທີ່ມີສານ “ທອຣໂວໄຊສ” ເຊິ່ງຊ່ວຍຫຼຸດລະດັບ ໂຄເລສເຕີຣອລ ໃນກະເເສເລືອດ ແລະ ກະຕຸ້ນໃຫ້ຕັບນໍາ ໂຄເລສເຕີຣອລ ໃນເລືອດໄປໃຊ້ໄດ້ຫຼາຍຂຶ້ນ ແລະ ປ້ອງກັນການດູດຊຶມກັບຂອງ ໂຄເລສເຕີຣອລ ໃນລໍາໄສ້ອີກດ້ວຍ.

ສໍາລັບໃຜທີ່ບໍ່ມັກກິນ ໝາກແຄ້ງ ຍ້ອນວ່າມັນຂົມ ກໍລອງໆ ກິນເບິ່່ງ ເພາະນອກຈາກມັນຈະເປັນອາຫານເເລ້ວ ມັນຍັງໃຫ້ສັບພະຄຸນທີ່ດີເເກ່ຮ່າງກາຍເຮົາອີກ ເຊິ່ງສາມາດຫາມາກິນໄດ້ໂດຍທົ່ວໄປຕາມທໍາມະຊາດ ຫຼື ຕາມຕະຫຼາດກໍມີຂາຍ.

ຂໍ້ມູນຈາກ: https://images.app.goo.gl/TT42vcH1T3iEyDXS8

https://www.chiangmainews.co.th

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້