3 ເທບພະເຈົ້າ ດ້ານສຸຂະພາບ ທີ່ຊາວຈີນນັບຖື

ຕາມຄວາມເຊື່ອຖືຂອງຊາວຈີນ ຕັ້ງແຕ່ສະໄໝກ່ອນ ຈົນມາເຖິງ ຍຸກປັດຈຸບັນ ແມ່ນມີຄວາມເຊື່ອຖືໃນເລື່ອງຂອງ ເທບພະເຈົ້າ ແລະ ເທບພະເຈົ້າທີ່ຊາວຈີນນັບຖື ກໍມີຫຼາຍອົງ ເຊັ່ນ ເຈົ້າແມ່ກວນອິມ, ເທບພະເຈົ້າກວນອູ, ພະຢູໄລ ແລະ ເທບພະເຈົ້າອີກຫຼາຍອົງ. ແຕ່ສິ່ງທີ່ຢາກນຳສະເໜີໃນມື້ນີ້ແມ່ນ 3 ເທບພະເຈົ້າ ດ້ານສຸຂະພາບ ທີ່ຊາວຈີນນິຍົມບູຊານັບຖື ຄື ຮົ້ວທໍ້ຊຽນຊື, ເຈົ້າແມ່ທັບທິມ ແລະ ຈີ້ກົງ.

ຮົ່ວທໍ້ຊຽນຊື (Hua Tuo Xian Shi) ເທບແຫ່ງໝໍຢາ  

ຮົ່ວທໍ້ຊຽນຊື (Hua Tuo Xian Shi) ເປັນໝໍທີ່ມີຊື່ສຽງຫຼາຍໃນປະເທດຈີນ ສະໄໝສາມກົກ ເປັນແພດທີ່ເຮັດກນຜ່າ ຕັດເປັນຄົນທຳ ອິດຂອງໂລກ ກ່ອນພຸດທະການ, ແຕ່ສິ່ງທີ່ຍອດຍິ່ງທີ່ສຸດຄື ເພິ່ນເປັນໝໍ ທີ່ສາມາດປິ່ນປົວຄົນທີ່ບໍ່ມີທາງປິ່ນປົວ ໄດ້ແລ້ວ ໃຫ້ກັບມາເປັນປົກກະຕິໄດ້ ຈຶ່ງໄດ້ຮັບສາຍາວ່າ “ໝໍເທວະດາ ຫຼື ຊຽນໝໍ”. ຄົນທີ່ໃຫ້ເພິ່ນປິ່ນປົວ ລ້ວນແລ້ວແຕ່ເຊົາ ຂາດຈາກໂຣກ ຄືກັບປິ່ນປົວຄົນຕາຍໃຫ້ກັບມາມີຊີວິດຄືນ, ຊາວຈີນ ຫຼື ຜູ້ທີ່ມີເຊື້ອສາຍຈີນ ຈະມາຂໍພອນໃຫ້ ຮົ່ວທໍ້ຊຽນຊື ເຊິ່ງຖືວ່າເປັນເທບພະເຈົ້າແຫ່ງການແພດ ຊ່ວຍປັດເປົ່າຄວາມເຈັບຄວາມປ່ວຍໃຫ້ໝົດໄປ.  

ເຈົ້າແມ່ທັບທິມ (ເທບທິດາແຫ່ງທ້ອງທະເລ)  

ຕາມຕຳນານໄດ້ກ່າວຂານໄວ້ວ່າ ໃນສະໄໝ ລາດຊະວົງຮັ້ນ ເຈົ້າແມ່ທັບທິມ ໄດ້ຮັບການຍົກຍ້ອງ ແລະ ແຕ່ງຕັ້ງໃຫ້ເປັນ ເທບພະຍາດາ ແຫ່ງຄວາມເມດຕາກະລຸນາ, ຊ່ວຍຄຸ້ມຄອງມວນມະນຸດ ໃຫ້ຫຼຸດພົ້ນ ຈາກໂຣກໄພໄຂ້ເຈັບຕ່າງໆ ແລະ ກຳຈັດຄວາມທຸກຍາກ ເຊິ່ງຜູ້ທີ່ມີເຊື້ອສາຍຈີນ ຍັງສັດທາເພິ່ນໃນຖານະເທບຈີນ ທີ່ຄອຍຄຸ້ມຄອງຜູ້ເດີນທາງ ທາງເຮືອ, ເປັນທີ່ເຄົາລົບບູຊາໃນກຸ່ມຊາວ ເຮືອ ແລະ ຊາວປະມົງ ຫຼື ຄົນທີ່ຕ້ອງເດີນ ທາງ ທາງນ້ຳ . ແນະນຳ ໃຫ້ຂໍເລື່ອງການເດີນທາງຕະຫຼອດປອດໄພ ບໍ່ວ່າຈະອອກເດີນທາງໄປທະເລ ຫຼື ລ່ອງເຮືອໃນແມ່ນ້ຳ, ອີກທັງຍັງສາມາດ ຂໍພອນໃຫ້ມີພະລັງ, ມີຄວາມມັ່ງຄັ່ງໃນ ຄວາມສຳເລັດໄດ້ນຳ ອີກ. 

“ຈີ້ກົງ” ເທບພະເຈົ້າແຫ່ງສຸຂະພາບ  

ຈີ້ກົງ ເປັນເທບພະເຈົ້າຈີນ ທີ່ເປັນ ພະອໍລະຫັນ, ຊາວຈີນ ນິຍົມກາບໄຫວ້ ຫຼາຍທີ່ສຸດອົງໜຶ່ງ, ເປັນເທບທີ່ມີຈິດ ທີ່ເປັນມະຫາໂພທິສັດ ເຊິ່ງລະທາງໂລກ ແລ້ວຢ່າງແທ້ຈິງ, ບໍ່ຢ້ານທັງທີ່ຕ່ຳ ແລະ ທີ່ສູງ, ຫົວໂຫຼ້ນ, ຕີນບໍ່ໃສ່ເກີບ, ບໍ່ໜາວ, ບໍ່ຮ້ອນ, ບໍ່ຕ້ອງບິນທະບາດ ເພາະບໍ່ຫິວ, ບໍ່ກະຫາຍ ເມື່ອພົບກັບຄົນທີ່ເປັນທຸກມັກ ຍື່ນມືເຂົ້າໄປຊ່ວຍເຫຼືອ ເພາະເພິ່ນມີຈິດໃຈ ທີ່ເຕັມລົ້ນໄປດ້ວຍຈິດໄມຕີ ເຖິງວ່າພາຍ ນອກຂອງພະອົງນີ້ ຈະເບິ່ງຜິດຈາກພະທຳ ວິໄນຂອງສົງ ເຊັ່ນ ການແຕ່ງໂຕດ້ວຍສະບົງຂາດ, ສັນຊີ້ນສັດ ອີກທັງຍັງມັກດື່ມເຫຼົ້າ. ແຕ່ນັ້ນ ກໍເປັນພຽງແຕ່ເປືອກນອກ ເພາະທຳມະຂອງເພິ່ນນັ້ນ ເປັນທີ່ກ່າວຂານ ແລະ ຍັງບໍ່ນັບສູດຢາສາລະພັດນຶກ ທີ່ເພິ່ນໄດ້ຊ່ວຍເຫຼືອຜູ້ທຸກຈົນ ແລະ ບຸກຄົນທົ່ວໄປອີກດ້ວຍ.

ຄວນຂໍເລື່ອງຫຍັງຈາກ ຈີ້ກົງ? ຜູ້ໃດທີ່ຢາກຂໍພອນໃຫ້ຄົນໃນຄອບຄົວ ຫຼື ໂຕເອງ ມີສຸຂະພາບຮ່າງກາຍທີ່ແຂງແຮງ ປາສະຈາກໂຣກໄພໄຂ້ເຈັບຕ່າງໆ ຄວນຫາເທບຈີນຢ່າງ “ຈີ້ກົງ” ມາບູຊາ.  

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...