ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານໃດທີ່ຂີ່ລົດກາຍໄປເຂດເສັ້ນທາງບ້ານ ສາຍລົມ, ທົ່ງຂັນຄຳ ແລະ ເຂດອື່ນໆ ຈະສັງເກດເຫັນຮ້ານຂາຍເຄື່ອງກຸດຈີນຕາມເສັ້ນທາງດັ່ງກ່າວ ເຊັ່ນ: ເຄື່ອງໄຫວ້, ເຂົ້າຕົ້ມ, ເຂົ້າໝົມ, ດອກໄມ້ ເຄື່ອງບູຊາບັນພະບຸລຸດ, ອາຫານມຸງຄຸນ, ຂອງເສີມສີຣິມຸງຄຸນຕ່າງໆ, ແຕ່ເບິ່ງຄືວ່າການຂາຍເຄື່ອງປີນີ້ຂອງແມ່ຄ້າຂ້ອນຂ້າງມິດງຽບພໍສົມຄວນ.

ແມ່ຈັນເພັງ ແມ່ຄ້າຂາຍເຄື່ອງຊຸດໄຫວ້ ແລະ ອຸປະກອນທີ່ໃຊ້ໃນງານກຸດຈີນ ເຂດບ້ານ ທົ່ງຂັນຄໍາ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໄດ້ບອກກັບ ອິນໄຊລາວ ເຮົາວ່າ: ປົກກະຕິ ໃນແຕ່ລະປີກ່ອນທີ່ຈະຮອດມື້ກຸດຈີນ-ກຸດຫວຽດ ຈະມີລູກຄ້າມາຈັບຈ່າຍໃຊ້ສອຍ ຊື້ເຄື່ອງເພື່ອກະກຽມຈັດງານກັນຫຼາຍ ແລະ ໄດ້ຂາຍດີທຸກຢ່າງ, ແຕ່ສຳລັບປີນີ້ ແມ່ນຂ້ອນຂ້າງງຽບເຫງົາ ບໍ່ຄ່ອຍໄດ້ຂາຍດີຄືທຸກໆ ປີທີ່ຜ່ານມາ ເນື່ອງຈາກມີການແຜ່ລະບາດຂອງພະຍາດ ໂຄວິດ-19 ເເດ່, ເຊິ່ງບາງຄອບຄົວບໍ່ໄດ້ຈັດງານໃຫຍ່ພຽງແຕ່ຈັດພໍເປັນພິທີເທົ່ານັ້ນ! ເຮັດໃຫ້ສິນຄ້າບາງປະເພດທີ່ເອົາມາຂາຍຄົນຊື້ໜ້ອຍລົງ.

ສິ່ງທີ່ໄດ້ຂາຍດີກວ່າໝູ່ໃນປີນີ້ ແມ່ນຊຸດເຄື່ອງໄຫວ້, ກ້ຽວໄຫວ້ ສ່ວນປະເພດເຂົ້າໜົມ, ເຂົ້າຕົ້ມແມ່ນບໍ່ຄ່ອຍໄດ້ຂາຍສຳລັບເຊິ່ງພາຍໃນຮ້ານກໍຈະຂາຍປະເພດ ເຄື່ອງໄຫວ້, ກ້ຽວໄຫວ້, ເຂົ້າໝົມຫວານ, ມີໝາກໄມ້ , ດອກໄມ້ , ໂຄມໄຟ ແລະ ເຄື່ອງມຸງຄຸນອີກຫຼາຍໆຢ່າງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳລັບການຈັດງານເທດສະການກຸດຈີນ-ກຸດຫວຽດ ເປັນອີກໜຶ່ງປະເພນີໜຶ່ງທີ່ຊາວຈີນ-ຊາວຫວຽດນາມ ແລະ ຜູ້ທີ່ມີເຊື້ອສາຍຈີນ ໄດ້ປະຕິບັດກັນມາເປັນເວລາຫຼາຍພັນ, ເພາະຖືວ່າເປັນເທດສະການແຫ່ງການເປີດຮັບສິ່ງໃໝ່ໆ ເປີດຮັບຄວາມຮັ່ງມີ, ລໍ້າລວຍ, ຄວາມສຸກ, ຄວາມສຳເລັດ, ຄວາມໂຊກດີ ໂດຍຈະຖືກຈັດຂຶ້ນໃນວັນທີ 1 ກຸມພາ ຂອງທຸກໆປີ.

ເຖິງຢ່າງໃດກໍຕາມ ການຈັດງານປະເພນີ ກຸດຈີນ-ກຸດຫວຽດ ໃນປີນີ້ຢູ່ໃນ ນະຄອນຫຼວງ ວຽງຈັນ ກໍຍັງຕ້ອງໄດ້ປະຕິບັດຕາມມາດຕະການ ເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ທາງໜ່ວຍສະເພາະກິດເພິ່ນວາງອອກຢ່າງເຂັ້ມງວດ.

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້