ຂໍຂອບໃຈນຳຜູ້ສະໜັບສະໜູນ

ສັດຕູພືດ ຄົງຈະເປັນບັນຫາກວນໃຈສຳລັບຊາວສວນ ແລະ ເປັນໂຕທຳລາຍພືດ ເຮັດໃຫ້ພືດຂອງເຮົາບໍ່ງາມ ແລະ ຈະເລີນເຕີບໂຕບໍ່ເຕັມທີ. ເມື່ອເຮົາປູກຮັບປະທານເອງ ຫຼາຍຄົນກໍບໍ່ຢາກໃຊ້ສານເຄມີ ຫຼື ຢາປາບສັດຕູພືດ. ບັນຫາເຫຼົ່ານີ້ ຈະໝົດໄປ ເພາະມື້ນີ້ ເຮົາມີສູດກຳຈັດສັດຕູພືດ ດ້ວຍນໍ້າຂີ່ເທົ່າ ເພາະໃນຂີ້ເທົ່າ ອຸດົມໄປດ້ວຍ ສານຊິລິກ້າ (Silica) ເຊິ່ງເປັນສານທີ່ຊ່ວຍໃຫ້ພືດແຂງເເຮງ ແລະ ສາມາດໄລ່ສັດຕູພືດໄດ້ເກືອບທຸກຊະນິດອີກດ້ວຍ.

ອຸປະກອນ ແລະ ເຄື່ອງປະສົມທີ່ຕ້ອງກຽມ

ອຸປະກອນ ແລະ ເຄື່ອງປະສົມທີ່ຕ້ອງກຽມ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  1. ນໍ້າສະອາດ 3 ລິດ.
  2. ຂີ້ເທົ່າ 1 ຖ້ວຍ.
  3. ຕຸກພລາສຕິກ.
  4. ພາຊະນະສຳລັບປະສົມ.
  5. ໄມ້ສຳລັບຄົນສ່ວນປະສົມ.
  6. ຜ້າແຫຍງ ສຳລັບໄວ້ຕອງ.

ຂັ້ນຕອນການເຮັດ

  1. . ນຳເອົາ ຂີ້ເທົ່າ ໃສ່ໃນພາຊະນະສຳລັບປະສົມ ຖອກນໍ້າສະອາດລົງໄປ ແລ້ວຄົນສ່ວນປະສົມໃຫ້ເຂົ້າກັນ

2.ເມື່ອຄົນໄປໄດ້ໄລຍະໜຶ່ງ ສັງເກດເຫັນວ່າມີເສດໄມ້ຈາກ ຂີ້ເທົ່າ ທີ່ບໍ່ລະລາຍໃນນໍ້າ ລອຍຂຶ້ນມາ ໃຫ້ຕັກອອກໝົດ.

3. ຫຼັງຈາກນັ້ນ, ປະໄວ້ 1 ຄືນ ເພື່ອໃຫ້ ຂີ້ເທົ່າ ຕົກຕະກອນເປັນນໍ້າໃສໆ.

4.ເມື່ອຄົບຮອບ 1 ຄືນ ຈະເຫັນວ່ານໍ້າ ຂີ້ເທົ່າ ໃສຂຶ້ນ. ຈາກນັ້ນ, ນຳໄປຕອງເອົານໍ້າ ຂີ້ເທົ່າ ໂດຍການໃຊ້ຜ້າແຫຍງມາຕອງ ປ້ອງກັນບໍ່ໃຫ້ເສດ ຂີ້ເທົ່າ ທີ່ຍັງຫຼົງເຫຼືອຢູ່ ບໍ່ໃຫ້ຕົກລົງໄປໃນນໍ້າທີ່ເອົາຕອງໄວ້.

5. ເມື່ອຕອງສຳເລັດແລ້ວ ໃຫ້ນຳໄປຮ່າຍໃສ່ຕຸກພລາສຕິກ ທີ່ກຽມໄວ້ ເພື່ອເກັບມ້ຽນໄວ້ໃຊ້.

ອັດຕາສ່ວນ ແລະ ວິທີໃຊ້

ໃຫ້ນຳເອົາ ນໍ້າຂີ້ເທົ່າ ທີ່ຕອງໄວ້ຕຸກພລາສຕິກ 250 ຊີຊີ ມາປະສົມກັບນໍ້າສະອາດ 10 ລິດ ແລ້ວນຳໄປສີດພົ່ນໃສ່ທຸກສ່ວນຂອງພືດ ໄດ້ຕາມຕ້ອງການ ໂດຍໄລຍະເວລາການສີດພົ່ນປະມານ 5-7 ວັນ ຕໍ່ຄັ້ງ.

ສໍາລັບໃຜທີ່ປູກພືດຜັກໄວ້ກິນເອງ ໂດຍທີ່ບໍ່ຢາກໃຊ້ສານເຄມີ ຫຼື ຢາປາບສັດຕູພືດ ກໍລອງນໍາໃຊ້ສູດກໍາຈັດພືດດ້ວຍວິທີນີ້ເບິ່ງ ເຮັດງ່າຍໆ ນອກຈາກຈະເປັນການປະຢັດຄ່າໃຊ້ຈ່າຍເເລ້ວຍັງປອດໄພນຳອີກ.

ຂໍ້ມູນຈາກ:http://postnoname.com

http://postnoname.com/water-ashes-help-eliminate-all-types-of-pests/

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້