ວັນທີ 31 ມັງກອນ 2022 ນີ້ ມູນນິທິອະນຸລັກສັດປ່າ Lao Conservation Trust for Wildlife ອອກມາອັບເດດ ແລະ ຊີ້ແຈງ ປະເດັນຕ່າງໆກ່ຽວກັບ ນ້ອງໃບບຸນ ໃບບົວ (ລີງ ແລະ ຄ່າງນ້ອຍ) ທີ່ຕອນນີ້ຢູ່ໃນຄວາມຮັບຜິດຊອບ ຂອງທາງເຈົ້າໜ້າທີ່ປ່າໄມ້ ແຂວງຫລວງພະບາງ ແລະ ເຈົ້າໜ້າທີ່ພວກໂຄງການອານຸຮັກສັດປ່າ Free ther Bears .ວ່າດັ່ງນີ້:
ພວກເຮົາຂໍແຈ້ງໃຫ້ທຸກຄົນຊາບວ່າລີງນ້ອຍສອງໂຕນີ້ມີສຸຂະພາບແຂງແຮງດີ. ພວກມັນທັງສອງປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໄດ້ຢ່າງໄວວາ, ກິນອາຫານດີ ແລະ ມີຄວາມສຸກກັບການຢອກເຢີ້ຍ.
ພວກເຮົາເຂົ້າໃຈດີວ່າຜູ້ດູແລສັດທັງສອງໂຕນີ້ມັກຮັກພວກມັນຫຼາຍຕະຫຼອດຈົນເຖິງ FC ຫຼາຍທ່ານທີ່ຕິດຕາມພວກມັນໃນໂຊເຊຍມີເດຍ. ການເຮັດໃຫ້ຄົນມີຄວາມໂສກເສົ້າບໍ່ແມ່ນພາລະກິດຂອງພວກເຮົາ ແຕ່ພວກເຮົາກໍ່ເຊື່ອໝັ້ນວ່າສັດປ່າຄວນໄດ້ຮັບຄວາມເປັນອິດສະຫຼະໃນການດຳລົງຊີວິດຢູ່ໃນສະພາບການທີ່ພວກມັນສາມາດປະພຶດຕົນໄດ້ຢ່າງເປັນທຳມະຊາດທີ່ສຸດ. ໃນກໍລະນີຂອງສັດສອງໂຕນີ້, ພວກມັນຢູ່ໃນສະພາບແວດລ້ອມທີ່ຂ້ອນຂ້າງເປັນທຳມະຊາດ ແລະ ຢູ່ຮ່ວມກັບສະມາຊິກໃນສາຍພັນດຽວກັນ.
ພວກເຮົາຮູ້ວ່າພວກທ່ານຫຼາຍຄົນເຊື່ອວ່າພວກເຮົາຈະປ່ອຍສັດສອງໂຕນີ້ກັບຄືນສູ່ປ່າ ໂດຍບໍ່ກັງວົນເຖິງຊີວິດຄວາມເປັນຢູ່ຂອງພວກມັນ. ພວກເຮົາຕ້ອງການໃຫ້ມີຄວາມຊັດເຈນວ່າສັດປ່າທຸກໂຕທີ່ເຂົ້າມາໃນໂປຣແກຼມຂອງພວກເຮົາຕ້ອງເປັນໄປຕາມເງື່ອນໄຂທີ່ກຳນົດໄວ້ກ່ອນ ພວກເຮົາຈຶ່ງສາມາດຮັບປະກັນໄດ້ວ່າພວກມັນມີຊີວິດຢູ່ລອດໃນທຳມະຊາດ. ປັດຈຸບັນນີ້ພວກເຮົາກໍ່ມີສັດສາຍພັນດຽວກັນກັບສັດສອງໂຕນີ້ຢູ່ໃນສູນ ເຊິ່ງພວກມັນບໍ່ໄດ້ເປັນໄປຕາມເງື່ອໄຂທີ່ກຳນົດໄວ້ໃນການປ່ອຍຄືນສູ່ປ່າ ສະນັ້ນ, ພວກມັນຈຶ່ງໄດ້ຢູ່ໃນສູນມູນນິທິ ອະນຸລັກ ສັດປ່າ ລາວ ນີ້ຕະຫຼອດຊີວິດ ແລະ ກໍ່ຈະໄດ້ກາຍເປັນຄອບຄົວດຽວກັນກັບລີງນ້ອຍທັງສອງໂຕນີ້. ສັດທຸກໂຕຂອງພວກເຮົາ ລວມທັງລີງນ້ອຍສອງໂຕນີ້ ໄດ້ຮັບການດູແລຈາກສັດຕະວະແພດລະດັບໂລກ, ສັດທຸກໂຕມີຊີວິດທີ່ດີຢູ່ຮ່ວມກັບສາຍພັນສັດດຽວກັນ ແລະ ພ້ອມທັງໄດ້ກິນອາຫານພິເສດອີກດ້ວຍ.
ພວກເຮົາຢາກໃຫ້ທຸກຄົນເຂົ້າໃຈວ່າເຖິງແມ່ນວ່າລີງນ້ອຍສອງໂຕນີ້ຈະເປັນຕາໜ້າຮັກຫຼາຍກໍ່ຕາມ ແຕ່ເມື່ອເວລາພວກມັນເຕີບໂຕໃຫຍ່ ພວກມັນອາດເປັນອັນຕະລາຍແກ່ທ່ານໄດ້. ເຖິງແມ່ນວ່າຈະລ້ຽງມາກັບມື ສັດປ່າກໍ່ອາດທຳຮ້າຍ ຫຼື ກັດເຈົ້າຂອງໆຕົນເອງ ຫຼື ຄົນພາຍໃນຄອບຄົວ ເພາະພວກມັນແມ່ນສັດປ່າ. ເມື່ອມີບັນຫາແບບນີ້ເກີດຂຶ້ນ, ປົກກະຕິສັດຈະຖືກກັກໄວ້ໃນກົງ ຫຼື ຄອກທີ່ບໍ່ມີຄວາມເປັນອິດສະຫຼະໃນການແລ່ນຫຼິ້ນຢູ່ອ້ອມເຮືອນອີກຕໍ່ໄປ ແລະ ຈະບໍ່ໄດ້ຮັບການເບິ່ງແຍງ ຫຼື ສຳຜັດກັບຄົນຄືແບບເກົ່າ ເຊິ່ງໝາຍຄວາມວ່າຄຸນນະພາບຊີວິດຂອງພວກມັນຈະຫຼຸດລົງຢ່າງຫຼວງຫຼາຍ.
ພວກເຮົາຫວັງວ່າທ່ານຈະເຂົ້າໃຈເຖິງສະພາບການ ແລະ ເຖິງແມ່ນວ່າມັນຈະເປັນເລື່ອງເສົ້າສຳລັບຄົນ ແຕ່ມັນກໍ່ເປັນສິ່ງທີ່ດີທີ່ສຸດສຳລັບສັດ ເພື່ອໃຫ້ສັດພວກມັນມີຊີວິດທີ່ມີສຸຂະພາບດີຢ່າງຍາວນານໄປພ້ອມໆກັບສາຍພັນສັດດຽວກັນໃນທຳມະຊາດ.
ຂໍ້ມູນຈາກ:Lao Conservation Trust for Wildlife
Hits: 0