ຂໍຂອບໃຈນຳຜູ້ສະໜັບສະໜູນ

ໝາກໜອດ (passion fruit) ເປັນໝາກໄມ້ຊະນິດໜຶ່ງ ທີ່ມິສັບພະຄຸນ ແລະ ຄຸນປະໂຫຍດຫຼາຍຢ່າງ ເຊິ່ງຫຼາຍຄົນມັກຈະນໍາມາກິນເປັນສົ້ມ ຫຼື ເຮັດເປັນນໍ້າໝາກໜອດ ດື່ມກິນ.

ມື້ນີ້ ເຮົາມາເບິ່ງ 15 ປະໂຫຍດດີໆຈາກ ໝາກໜອດ ກັນວ່າ ມັນມີປະໂຫຍດຫຍັງແດ່:

  1. ໝາກໜອດ ມີສານຕໍ່ຕ້ານອະນຸມູນອິດສະຫຼະ ຊຶ່ງຊ່ວຍຊະລໍໄວ, ຫຼຸດການເກີດຮ່ອງຮອຍເທິງໃບໜ້າ ແລະ ບໍ່ໃຫ້ຜິວໜ້າແຫ້ງໄວ.
  2. ຊ່ວຍບໍາລຸງຜີວ ເພາະໃນໝາກໜອດມີ ວິຕາມິນ ຫຼາຍຊະນິດ ຊ່ວຍບໍາລຸງໃຫ້ຜີວພັນສົດໃສ.
  3. ມີ ວິຕາມິນ A ສູງ ຊຶ່ງຊ່ວຍບໍາລຸງສາຍຕາ ປ້ອງກັນບັນຫາສາຍຕາສັ້ນ, ສາຍຕາຍາວ ໃນທຸກເພດທຸກໄວໄດ້.
  4. ມີ ວິຕາມິນ B2 ຊຶ່ງມີຄຸນຄ່າໃນການຊ່ວຍບໍາລຸງຜິວພັນ, ເສັ້ນຜົມ ແລະ ເລັບ.
  5. ມີສັບພະຄຸນທີ່ສາມາດສ້າງພູມຄຸ້ມກັນໄດ້ ເພາະໃນໝາກໜອດມີິ ວິຕາມິນ ແລະ ແຮ່ທາດ ທີ່ຫຼາກຫຼາຍ ຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍໃຫ້ແຂງແຮງຂຶ້ນ.
  6. ຊ່ວຍແກ້ໄຂບັນຫານອນບໍ່ຫຼັບ ໂດຍດື່ມນໍ້າຫມາກໜອດເປັນປະຈໍາ ຈະຊ່ວຍເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ ແລະ ຊ່ວຍໃຫ້ນອນຫຼັບສະບາຍ.
  7. ຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດກະດູກເຊື່ອມ.
  8. ຊ່ວຍເບິ່ງແຍງເຫືອກ ແລະ ແຂ້ວໃຫ້ແຂງແຮງ.
  9. ໃນ ໝາກໜອດ ມີ ໂພແທສຊຽມ ສູງ ມີສ່ວນຊ່ວຍໃຫ້ຈິດໃຈເບີກບານ, ແຈ່ມໃສ ແລະ ຊ່ວຍເຮັດໃຫ້ມີສະຕິປັນຍາດີ.
  10. ມີ ແມ໋ກນີຊຽມ ຊ່ວຍໃນການເຜົາຜານໄຂມັນ ແລະ ປ່ຽນມາເປັນພະລັງງານແທນ.
  11. ມີສັບພະຄຸນປິ່ນປົວສິວ, ບໍາລຸງຜິວ ຈຶ່ງບໍ່ແປກໃຈທີ່ ໝາກໜອດ ນໍາໄປໃຊ້ເປັນສ່ວນປະສົມໃນເຄື່ອງສໍາອາງໄດ້ ໂດຍສະເພາະ ຜະລິດຕະພັນບໍາລຸງຜິວ, ຜະລິດຕະພັນປິ່ນປົວສິວ, ຄຣີມກັນແດດ ເພາະມີສັບພະຄຸນຊ່ວຍໃນການສະໝານຜິວ, ຊ່ວຍຟື້ນຟູຜີວໜັງ.
  12. ມີສັບພະຄຸນຊ່ວຍຜ່ອນຄາຍໄດ້ດີ ຈຶ່ງນໍາມາເຮັດເປັນນໍ້າມັນນວດຜ່ອນຄາຍອາການປວດເມື່ອຍ.
  13. ຊ່ວຍປັບສົມດຸນໃນຮ່າງກາຍ ຊ່ວຍຫຼຸດອາການວິນຫົວ, ແກ້ອາຫານປວດຮາກໄດ້ດີ.
  14. ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ຊ່ວຍໃນການປິ່ນປົວພະຍາດຄວາມດັນເລືອດ.
  15. ບໍາລຸງຕັບ ຈາກຜົນຂອງການວິໄຈພົບວ່າ ໃນໝາກໜອດ ມີສັບພະຄຸນບັນເທົາອາການ ກະເພາະປັດສະວະອັກເສບ ຊ່ວຍຟື້ນຟູຕັບ ແລະ ໄຕໃຫ້ແຂງແຮງ.

ວິທີການຮັບປະທານ ແມ່ນສາມາຮັບປະທານສົດໆ ຫຼື ຈະປຸງແຕ່ງຣົດຊາດກ່ອນ ຈຶ່ງຮັບປະທານກໍໄດ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ:https://board.postjung.com/1041701

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້