Monday, May 19, 2025
Kbank Laos โอน รับ จ่าย

ເປີດບໍລິການຄືນແລ້ວ! ລົດເມ 2 ສາຍທາງຫຼັກໃນ ນະຄອນຫຼວງ.

ລັດວິສາຫະກິດ ລົດເມ ນະຄອນຫຼວງ ໄດ້ເລີ່ມກັບມາໃຫ້ບໍລິການແລ່ນລົດເມແກ່ມວນຊົນອີກຄັ້ງ ໃນວັນທີ 2 ກຸມພາ 2022 ພາຍຫຼັງທີ່ຢຸດໃຫ້ບໍລິການໄປຊົ່ວຄາວ ເນື່ອງຈາກຜົນກະທົບ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.  

ຈາກການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ ສະຖານີລົດເມນະຄອນຫຼວງ ຄິວຕະຫຼາດເຊົ້າ ໃຫ້ຮູ້ວ່າ ໃນການເປີດໃຫ້ບໍລິການໃນວັນທີ 2 ກຸມພາ 2022 ນີ້ ແມ່ນໃຫ້ບໍລິການ 2 ສາຍທາງຫຼັກຄື ສາຍ 23 ຕະຫຼາດເຊົ້າ-ທ່າງ່ອນ ແລະ ສາຍ 29 ຕະຫຼາດເຊົ້າ-ດົງໂດກ, ສ່ວນສາຍທາງ ຕະຫຼາດເຊົ້າ-ສະຖານີລົດໄຟ ລາວ-ຈີນ ແມ່ນໄດ້ເປີດໃຫ້ບໍລິການກ່ອນໜ້ານີ້ແລ້ວໃນວັນທີ 5 ມັງກອນ 2022 ທີ່ຜ່ານມາ. 

ນອກຈາກການເປີດໃຫ້ບໍລິການສາຍທາງດັ່ງກ່າວແລ້ວ ທາງ ລົດເມນະຄອນຫຼວງ ຍັງຈະມີການເປີດສາຍທາງໃໝ່ ຄື ສາຍທາງ ຕະຫຼາດຊັ່ງຈຽງ-ສະຖານີລົດໄຟ ລາວ-ຈີນ ໃນວັນທີ່ 10 ກຸມພາ 2022 ນີ້. 

ສຳລັບມາດຕະການປ້ອງກັນ ໂຄວິດ-19 ໃນການໃຫ້ບໍລິການແມ່ນ ຈຳກັດບ່ອນນັ່ງໃຫ້ເຫຼືອ 25 ບ່ອນນັ່ງ, ຜູ້ທີ່ໃຊ້ບໍລິການລົດເມຕ້ອງໃສ່ຜ້າອັດປາກກ່ອນຂຶ້ນລົດ, ພະນັກງານຂັບລົດເມ ຕ້ອງໃສ່ຜ້າອັດປາກ-ອັດດັງ, ໃສ່ຖົງມື, ເມື່ອລົດທຽບຄິວ ພະນັກງານຈະອະນາໄມ ໂດຍການສີດນ້ຳຢາຂ້າເຊື້ອ ຫຼື ສະເປແອວກໍຮໍ   

ສ່ວນການໃຫ້ບໍລິການລົດເມ ສາຍທາງລະຫວ່າງປະເທດ ລາວ-ໄທ ແມ່ນຍັງບໍ່ທັນເປີດໃຫ້ບໍລິການເທື່ອ. 

ຕາຕະລາງເວລາລົດອອກ ແລະ ລາຄາ ບໍລິການລົດເມ ແຕ່ລະສາຍທາງ

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້