ຂໍຂອບໃຈນຳຜູ້ສະໜັບສະໜູນ

ລັດຖະບານ ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານການເງິນ ແລະ ດ້ານວິຊາການ ໃນວຽກງານສົ່ງເສີມອາຫານທ່ຽງໃນ 46 ໂຮງຮຽນ ຢູ່ເມືອງ ອຸທຸມພອນ, ແຂວງ ສະຫວັນນະເຂດ ໂດຍຜ່ານອົງການ ອາຫານໂລກ ປະຈໍາ ສປປ ລາວ ແລະ ອົງການບັນເທົາທຸກກາໂຕລິກ ປະຈໍາ ສປປ ລາວ, ພາຍໃຕ້ໂຄງການ “ສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນຊັ້ນປະຖົມສຶກສາ”.

ໃຫ້ກຽດກ່າວມອບໂດຍ ທ່ານ ປີເຕີ ເຮມ້ອນ, ເອກອັກຄະລັດທະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍທ່ານນາງ ຂັນທະລີ ສີຣິພົງພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ຄະນະພະແນກສຶກສາທິການ ແລະ ກິລາ ແຂວງ ເເລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອໃນຄັ້ງນີ້ ກໍເພື່ອເຮັດໃຫ້ເດັກນ້ອຍນັກຮຽນ ໄດ້ກິນເຂົ້າທ່ຽງທີ່ຖືກຫຼັກໂພສະນາການ, ຫຼຸດຜ່ອນການຫິວໃນເວລາຮຽນ ແລະ ບໍ່ຈໍາເປັນກັບບ້ານ, ໄດ້ມີເວລາຮຽນໜັງສືຫຼາຍຂຶ້ນ, ມີກິດຈະກໍາຫໍສະໜຸດເພີ່ມທັກສະໃນການອ່ານ, ປູກຈິດສໍານຶກໃນການຮັກການອ່ານ ແລະ ເຫັນໄດ້ຄວາມຄືບໜ້າທາງດ້ານການຮຽນ. ພ້ອມດຽວກັນນັ້ນ, ຍັງຊ່ວຍໃຫ້ ລັດຖະບານ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ຈັດຕັ້ງປະຕິບັດວຽກງານ ການສົ່ງເສີມອາຫານໃນໂຮງຮຽນ ໃຫ້ມີຄວາມຍືນຍົງດ້ວຍຄວາມເປັນເຈົ້າການ ແລະ ມີສ່ວນຮ່ວມຂອງທ້ອງຖິ່ນ ແລະ ຊຸມຊົນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ນາງຂັນທະລີ ສີຣິພົງພັນ, ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ກ່າວວ່າ: ຈາກການຊ່ວຍເຫຼືອຂອງ ລັດຖະບານ ອາເມລິກາ ໃນຄັ້ງນີ້ ໄດ້ຊ່ວຍສະໜອງອາຫານທ່ຽງໃນໂຮງຮຽນ ຊັ້ນອະນຸບານ ແລະ ປະຖົມສຶກສາ ໄດ້ບໍລິກໂພກອາຫານຈາກຮູບແບບການໃຫ້ອາຫານຫວ່າງ ມາເປັນອາຫານທ່ຽງໃນໂຮງຮຽນ, ພ້ອມທັງໄດ້ສ້າງ ປັບປຸງລະບົບນໍ້າໃຊ້ ແລະ ສົ່ງເສີມສຸຂະອະນາໄມ ໃຫ້ການສະໜັບສະໜູນດ້ານການຜະລິດກະສິກໍາສວນຄົວ ຂອງໂຮງຮຽນ, ໄດ້ສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງບໍລິຫານ ໃຫ້ຄະນະຮັບຜິດຊອບໂຄງການ ນັບແຕ່ຂັ້ນສູນກາງ, ຂັ້ນທ້ອງຖິ່ນ, ນອກນັ້ນ ກໍໄດ້ສະໜັບສະໜູນການສ້າງ ແລະ ປັບປຸງ ນິຕິກໍາຈໍານວນໜຶ່ງ ທີ່ເປັນພື້ນຖານຮັບໃຊ້ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ.

ໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ ແມ່ນຈະເນັ້ນໃສ່ 4 ອົງປະກອບ ຄື: ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ວຽກງານນໍ້າ ແລະ ສຸຂະອະນາໄມ, ວຽກງານ ສົ່ງເສີມການອ່ານອອກ-ຂຽນໄດ້ ແລະ ວຽກງານ ການສຶກສາຮຽນຮ່ວມລັດຖະບານ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກ ສະຫະລັດອາເມລິກາ ມາເປັນເວລາ 20 ປີ ແລ້ວ.

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້