Saturday, January 25, 2025

ຮູ້ສາເຫດ ກ່ອນປົວອາການເຈັບຄໍຊຳເຮື້ອ

ອາການ ເຈັບຄໍ ຊຳເຮື້ອ ເປັນບັນຫາທີ່ພົບເລື້ອຍໆ ເປັນອາການທີ່ລຳຄານແກ່ຜູ້ປ່ວຍ ແລະ ອາດຈະເຮັດໃຫ້ຜູ້ປ່ວຍຕ້ອງໄປພົບແພດຫຼາຍຄົນເລື້ອຍໆ ເນື່ອງຈາກບໍ່ດີຈັກເທື່ອ, ຜູ້ປ່ວຍບາງຄົນອາດຕ້ອງກິນຢາຕ້ານເຊື້ອເປັນປະຈຳ ແລະ ຫຼາຍຊະນິດ ເປັນໄລຍະເວລາດົນ, ແຕ່ສິ່ງສຳຄັນໃນການຫຼີກເວັ້ນ ຄື ຕ້ອງຫາສາເຫດຂອງອາການເຈັບຄໍຊຳເຮື້ອ ໃຫ້ພົບ ແລະ ປິ່ນປົວຕາມສາເຫດ ອາການຜູ້ປ່ວຍຈຶ່ງຈະຫາຍ ແລະ ມີໂອກາດໜ້ອຍທີ່ຈະກັບມາເປັນອີກ.

ການວິນິດໄສສາເຫດ ຂອງອາການ ເຈັບຄໍຊຳເຮື້ອ ຈຳເປັນຕ້ອງຊັກປະຫວັດ, ກວດຮ່າງກາຍ ແລະ ເຮັດການກວດດັງໄຊນັດ, ຊ່ອງຄໍ ຢ່າງລະອຽດ ຊຶ່ງສ່ວນໃຫຍ່ ແພດຈະໃຊ້ວິທີການ ສ່ອງກ້ອງ ກວດດັງ, ໄຊນັດ, ຊ່ອງຄໍ ເພື່ອໃຫ້ໄດ້ການວິນິດໄສສາເຫດ ຂອງອາການ ເຈັບຄໍຊຳເຮື້ອທີ່ ຖືກຕ້ອງ. 

ຕໍ່ໄປນີ້ຄືບັນດາສາເຫດ ຂອງອາການ ເຈັບຄໍຊຳເຮື້ອ:  

  1.  ໂຣກດັງອັກເສບຈາກ ພູມແພ້ ແລະ ໂຣກດັງອັກເສບ ຊະນິດທີ່ບໍ່ແພ້: ເກີດມາຈາກ ເປືອກດັງໄວຜິດປົກກະຕິ ເມື່ອສຳຜັດກັບສິ່ງກະຕຸ້ນເຮັດໃຫ້ເປືອກດັງບວມເຮັດໃຫ້ ຄັດດັງຊຳເຮື້ອ, ຕ້ອງອ້າປາກຫາຍໃຈເຮັດໃຫ້ເປືອກລຳຄໍແຫ້ງ ມີອາການເຈັບຄໍຊຳເຮື້ອໄດ້. ນອກນີ້ ໂຣກນີ້ຍັງເຮັດໃຫ້ມີນຳ້ມູກໄຫຼລົງຄໍ, ລະຄາຍຄໍຕະຫຼອດເວລາເຮັດໃຫ້ ມີອາການເຈັບຄໍຊຳເຮື້ອໄດ້ ຄືກັນ. 
  1.  ໂຣກໄຊນັດອັກເສບຊຳເຮື້ອ: ໂຣກນີ້ຈະເຮັດໃຫ້ມີອາການອັກເສບຂອງເປືອກດັງຊຳເຮື້ອເຮັດໃຫ້ເປືອກດັງບວມ, ມີອາການ ຄັດດັງຊຳເຮື້ອ ເຮັດໃຫ້ຕ້ອງຫາຍໃຈທາງປາກຕະຫຼອດເວລາ, ເກີດເປືອກລຳຄໍແຫ້ງ, ມີອາການເຈັບຄໍຊຳເຮື້ອໄດ້. ນອກນີ້ ນຳ້ຢາງເຫຼືອງຈາກໄຊນັດ ແລະ ດັງທີ່ອັກເສບ ທີ່ໄຫຼລົງຄໍ ຈະເຮັດໃຫ້ມີອາການອັກເສບ, ລະຄາຍເຄືອງ ຂອງເປືອກຄໍເຮັດໃຫ້ມີອາການ ເຈັບຄໍຊຳ ເຮື້ອໄດ້. 
  1. ການຕິດເຊື້ອຂອງລຳຄໍ ແລະ ຕ່ອມທອນຊິນອັກເສບ: ເປັນອີກສາເຫດທີ່ເຮັດໃຫ້ມີອາການ ເຈັບຄໍຊຳເຮື້ອ ອາດເກີດຈາກການຕິດເຊື້ອແບັກທີເຣຍ ຊຶ່ງລຶ້ງຢາຕ້ານເຊື້ອ ທີ່ກິນ ຫຼື ເກີດຈາກຜູ້ປ່ວຍກິນຢາຕ້ານເຊື້ອບໍ່ຄົບຕາມໄລຍະເວລາ ທີ່ຄວນຈະເປັນ ຫຼື ມີແຫຼ່ງຂອງເຊື້ອໂຣກຢູ່ ໃນຊ່ອງປາກ ເຊັ່ນ ມີແຂ້ວຫຼົ່ນ ຫຼື  ໂຣກເຫືອກ. ນອກນີ້ ການຕິດເຊື້ອບາງຊະນິດ ອາດເຮັດໃຫ້ເຈັບຄໍຊຳເຮື້ອໄດ້  ເຊັ່ນ ການຕິດເຊື້ອລາ ບາງຊະນິດ, ເຊື້ອວັນນະ ໂຣກ, ເຊື້ອໂຣກເຮື້ອນ ຫຼື ເຊື້ອຊີຟີລິດ. ຢ່າງໃດກໍຕາມການຕິດເຊື້ອດັ່ງກ່າວ ແມ່ນພົບໄດ້ໜ້ອຍ. 
  1.  ໂຣກເປືອກຊ່ອງຄໍ ແລະ ສາຍສຽງອັກເສບຊຳເຮື້ອ: ເກີດຈາກການລະຄາຍເຄືອງ ເມື່ອສຳຜັດກັບຝຸ່ນ, ຄວັນຢາສູບ, ອາຫານຣົດຈັດ ເຊັ່ນ ສົ້ມໂພດ, ເຄັມໂພດ, ຫວານໂພດ, ເຜັດໂພດ ຫຼື  ເກີດຈາກການໃຊ້ສຽງຜິດວິທີ ຫຼື ເກີດຈາກການໄອຊຳເຮື້ອ ເຮັດໃຫ້ມີການກະທົບກັນ ຂອງສາຍສຽງ ແລະ ມີການໃຊ້ກ້າມຊີ້ນຂອງ ເປືອກຄໍຫຼາຍເກີນໄປ. 
  1.  ໂຣກກົດໄຫຼກັບ: ກົດ ອາດຈະ ໄຫຼກັບ ຂຶ້ນມາທີ່ເປືອກຄໍເຮັດໃຫ້ເປືອກບຸ ແລະ ກ້າມຊີ້ນຂອງ ເປືອກຄໍມີການອັກເສບ ເຮັດໃຫ້ມີອາການເຈັບຄໍ ເປັນໆ ຫາຍໆ ໄດ້. ນອກນັ້ນ  ຜູ້ປ່ວຍອາດມີອາການສຽງແຫບ, ກືນຍາກ, ມີຂີ້ກະເທີ່ຢູ່ໃນ ລຳຄໍ ຫຼື ລະຄາຍຄໍຕະຫຼອດເວລາ ຮ່ວມນຳ. 
  1.  ໂຣກເນື້ອງອກຂອງຄໍ ແລະ ກ່ອງສຽງ: ເນື້ອງອກ ອາດໄປກົດບຽດເສັ້ນປະສາດ ເຮັດໃຫ້ມີອາການ ເຈັບຄໍຊຳເຮື້ອໄດ້. ນອກນັ້ນ ຜູ້ປ່ວຍມັກມີອາການກືນລຳບາກ, ນຳ້ໜັກຫຼຸດ, ເບື່ອອາຫານ ອາດມີຂີ້ກະເທີ່ປົນເລືອດ ຫຼື ເຈັບປວດໄປຮອດຫູ ໄດ້. 
  1.  ໂຣກຂອງເສັ້ນປະສາດ ທີ່ມາລ້ຽງບໍລິເວນ ເຊັ່ນ ເສັ້ນປະສາດສະໝອງຄູ່ ທີ 9 ຊຶ່ງອາດມີການກະຕຸ້ນ ຫຼື ການຄາຍເຄືອງຂອງເສັ້ນປະສາດດັ່ງກ່າວ ເຮັດໃຫ້ມີອາການ ເຈັບຄໍຊຳເຮື້ອ ເປັນໆເຊົາໆ ໄດ້. ອາການປວດມັກຈະເລີ່ມຈາກເປືອກຄໍແລ້ວລາມໄປເຖິງຫູ, ຄໍ ແລະ ຫົວ ດົນເປັນວິນາທີ ມັກກະຕຸ້ນໂດຍ ການກືນ, ການຫາວນອນ, ການຫຍຳ້ ແລະ ການໄອ. 
  1. ສິ່ງແປກປອມ: ເຊັ່ນ ກ້າງປາ, ກະດູກນ້ອຍໆທີ່ຄາຢູ່ເປືອກລຳຄໍ, ຕ່ອມທອນຊິນ ຫຼື ກົກລິ້ນ ເປັນໄລຍະເວລາດົນ ຈະເຮັດໃຫ້ບໍລິເວນດັ່ງກ່າວອັກເສບເກີດການຕິດເຊື້ອ ເຮັດໃຫ້ເຈັບຄໍຊຳເຮື້ອໄດ້. 

ສຳລັບການປິ່ນປົວ ອາການເຈັບຄໍຊຳເຮື້ອ ຕ້ອງປົວຕາມສາເຫດ ຄວນປະຕິບັດໂຕຢ່າງຖືກຕ້ອງ ແລະ ເໝາະສົມ ເຊັ່ນ ກິນອາຫານອ່ອນໆ ເຊັ່ນ ເຂົ້າຕົ້ມແຫຼວໆ, ຫຼີກເວັ້ນອາຫານ ທີ່ມີຣົດ ເຜັດ, ບໍ່ສູບຢາ, ບໍ່ດື່ມນຳ້ເມົາ, ຫຼີກເວັ້ນການໃຊ້ສຽງຊົ່ວຄາວ, ພະຍາຍາມທຳຄວາມສະອາດຄໍເລື້ອຍໆ ໂດຍສະເພາະ ຫຼັງກິນອາຫານດ້ວຍການຖູແຂ້ວ ຫຼື ບ້ວນຄໍ ດ້ວຍນຳ້ຢາບ້ວນປາກ, ນຳ້ເກືອອຸ່ນໆ ຫຼື ນຳ້ດື່ມຫຼັງອາຫານທຸກຄາບ ເນື່ອງຈາກ ການທີ່ບໍ່ຮັກສາຄວາມສະອາດ ໃນຊ່ອງປາກໃຫ້ດີ ອາດມີເສດອາຫານຕົກຄ້າງ ໃນຊ່ອງປາກ ແລະ ລຳຄໍ ເຮັດໃຫ້ເຈັບຄໍຫຼາຍຂຶ້ນ. 

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ