ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຍຸກທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ເຮັດໃຫ້ຫຼາຍໆອາຊີບ ໄດ້ຮັບຜົນກະທົບ ໜຶ່ງໃນນັ້ນກໍຄື ອາຊີບນັກຮ້ອງ ເນື່ອງຈາກຜູ້ປະກອບການຮ້ານອາຫານ ຫຼື ຮ້ານບັນເທິງຫຼາຍຮ້ານ ກໍໄດ້ປິດກິດຈະການລົງ ຈຶ່ງເຮັດໃຫ້ບໍ່ມີງານຮ້ອງເພງ ຫຼື ງານສະເເດງຫຍັງເລີຍ.

ນ. ທິບພະວົງ ພອນປະດິດ ຫຼື ຄູນ ກໍເປັນອີກຄົນໜຶ່ງ ທີ່ເຮັດອາຊີບຮ້ອງເພງຕາມ ຮ້ານອາຫານ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ ໂຄວິດ ໄດ້ໃຫ້ສໍາພາດກັບທີມຂ່າວ ອິນໄຊລາວ ວ່າ: ຕົນເອງ ເຮັດອາຊີບຮ້ອງເພງໃນຮ້ານອາຫານ ປະມານ 10 ປີ, ເຊິ່ງກ່ອນ ໂຄວິດ ລະບາດ ການຫາເງິນຈາກການຮ້ອງເພງແມ່ນໄດ້ດີຫຼາຍ ເພາະຍຶດອາຊີບນັກຮ້ອງ ເປັນອາຊີບຫຼັກເລີຍ ທີ່ຊ່ວຍໃຫ້ຕົນເອງ ມີເງີນສົ່ງໂຕເອງຮຽນຈົນຈົບ, ສາມາດຫາລ້ຽງໂຕເອງ ແລະ ຄອບຄົວໄດ້.

ພາຍຫຼັງ ໂຄວິດ ໄດ້ກັບມາລະບາດຮອບໃໝ່ນີ້ ໄດ້ເຮັດໃຫ້ ຮ້ານອາຫານ ເເລະ ຮ້ານບັນເທິງ ຫຼາຍໆ ຮ້ານຖືກສັ່ງປິດ ເຮັດໃຫ້ຕົນເອງໄດ້ຮັບຜົນກະທົບຫຼາຍ ບໍ່ໄດ້ເຮັດວຽກເປັນໄລຍະເວລາດົນ ປະມານ 6 ເດືອນ ເຮັດໃຫ້ບໍ່ມີລາຍໄດ້ ບໍ່ມີເງິນລ້ຽງຄອບຄົວ ເສຍທັງເງິນເດືອນ ແລະ ເສຍທັງອາຊີບທີ່ມັກຮັກ, ພໍສະຖານະການ ໂຄວິດ ເລີ່ມຫຼຸດຜ່ອນລົງ ກໍໄດ້ໄປຊອກເຮັກວຽກເສີມ ເພື່ອຫາລາຍໄດ້ເພີ່ມໃນຊ່ວງທີ່ບໍ່ໄດ້ຮ້ອງເພງ ແລະ ໂຊກດີໄດ້ເຮັດວຽກນຳ ບໍລິສັດ ເອກະຊົນແຫ່ງໜຶ່ງ ກ່ຽວກັບງານຂາຍສີນຄ້າປະເພດເຄື່ອງຂຽນ-ເຄື່ອງໃຊ້ຫ້ອງການ ແລະ ກະເຮັດຈົນມາຮອດ ປັດຈຸບັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຄູນ ກ່າວວ່າ: ເຖິງວ່າ ປັດຈຸບັນ ການແຜ່ລະບາດຂອງ ໂຄວິດ-19 ມີທ່າທີທີ່ຈະຫຼຸດລົງ ເເລະ ຈໍານວນຜູ້ຕິດເຊື້ອກໍຫຼຸດລົງຫຼາຍ ເຮັດໃຫ້ ຮ້ານອາຫານ ເເລະ ຮ້ານບັນເທິງຫຼາຍຮ້ານໄດ້ກັບມາເປີດໃຫ້ບໍລິການອີກຄັ້ງ ເຮັດໃຫ້ຫຼາຍຄົນທີ່ເຮັດອາຊີນນັກຮ້ອງ, ນັກດົນຕີ ໄດ້ກັບມາເຮັດວຽກ ລວມທັງໂຕເອງນໍາ ຮູ້ສຶກດີໃຈຫຼາຍ ທີ່ທາງຂັ້ນເທິງເພິ່ນອະນຸຍາດໃຫ້ສາມາດ ເປີດບໍລິການຮ້ານອາຫານ ເເລະ ຮ້ານບັນເທິ່ງ ເພາະເຮັດໃຫ້ຕົນເອງໄດ້ກັບມາຮ້ອງເພງອີກຄັ້ງ ເພາະອາຊີບຮ້ອງເພງຄືອາຊິບໜຶ່ງທີ່ເຮັດໃຫ້ມີລາຍໄດ້ສົ່ງໂຕເອງຮຽນຈົນຈົບ, ເປັນອາຊີບທີ່ຮັກມັກ ແລະ ເຮັດໄດ້ດີ.

ສຸດທ້າຍນີ້ ຄູນ ຍັງໄດ້ໃຫ້ກໍາລັງໃຈໝູ່ເພື່ອນທີ່ເຮັດອາຊີບດຽວກັນວ່າ: ກ່ອນອື່ນກະຕ້ອງຂໍຊົມເຊີຍອ້າຍນ້ອງນັກດົນຕີທຸກຄົນທີ່ສູ້ກັບສະຖານະການການເເຜ່ລະບາດຂອງ ໂຄວິດ ທີ່ຜ່ານມາໄດ້ຈົນຮອດ ປັດຈຸບັນ ຄູນຂໍເປັນກຳລັງໃຈໃຫ້ທຸກຄົນຈົ່ງສູ້ຊົນຕໍ່ໄປ ບໍ່ຍາກໃຫ້ຖີ້ມອາຊີບທີ່ເຮົາມັກຮັກ ເຖິງວ່າຈະບໍ່ແມ່ນອາຊີບທີ່ຖຶກນັບໜ້າຖືຕາຄືອາຊີບອື່ນໆ ແຕ່ມັນກໍເປັນອາຊີບທີ່ສຸດຈະລິດ ຊ່ວຍໃຫ້ເຮົາຫາລ້ຽງຕົນເອງ ເເລະ ຄອບຄົວເຮົາໄດ້ ພ້ອມທັງຍັງສ້າງຄວາມສຸກໃຫ້ທຸກຄົນນຳອີກ.

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້