Friday, March 21, 2025

3 ປັດໄຈຫຼັກ ຖ້າຈະເອີ້ນ ໂຄວິດ-19 ເປັນ ໂຣກປະຈຳຖິ່ນ

ເມື່ອຕົ້ນເດືອນ ມັງກອນ 2022 ທີ່ຜ່ານມາ ກະຊວງສາທາລະນະສຸກຂອງໄທ ໄດ້ປະເມີນສະຖານະການຂອງໂຣກ ໂຄວິດ-19 ພາຍໃນປະເທດວ່າ ເລີ່ມມີຄວາມຊົງຕົວ ພາຍຫຼັງທີ່ມີການຕິດເຊື້ອສູງຂຶ້ນຕັ້ງແຕ່ປີໃໝ່ ແລະ ມີທ່າອ່ຽງທີ່ຈະກາຍເປັນໂຣກປະຈຳຖິ່ນໄດ້ພາຍໃນປີ 2022 ນີ້ ໂດຍພິຈາລະນາຈາກ 3 ປັດໄຈ ຫຼັກຄື: 

  1. ເຊື້ອໂຣກມີຄວາມຮຸນແຮງຫຼຸດລົງ ເຊິ່ງສອດຄ່ອງກັບການແພ່ລະບາດຂອງສາຍພັນ ໂອມິຄຣອນ ໃນຕອນນີ້ ທີ່ເຊື້ອມີຄວາມຮຸນແຮງຫຼຸດລົງ ເຫັນໄດ້ຈາກ ເຖິງຈະມີຜູ້ຕິດເຊື້ອຈຳນວນ ຫຼາຍ ແຕ່ຈຳນວນຜູ້ປ່ວຍອາການໜັກ ທີ່ໃຊ້ເຄື່ອງຊ່ວຍຫາຍໃຈ ແລະ ຜູ້ປ່ວຍເສຍຊີວິດມີທິດທາງຫຼຸດລົງ. 
  1. ປະຊາຊົນ ມີພູມຄຸ້ມກັນຕໍ່ໂຣກຫຼາຍຂຶ້ນ. 
  1. ລະບົບບໍລິຫານຈັດການ ການເບິ່ງແຍງ, ປິ່ນປົວ ທີ່ມີປະສິດທິພາບ ແລະ ຄວບຄຸມການລະບາດໄດ້ດີ. 

ທັງນີ້, ການທີ່ໂຣກ ໂຄວິດ-19 ຈະເຂົ້າສູ່ໂຣກປະຈຳຖິ່ນໄດ້ ທຸກຝ່າຍຕ້ອງຮ່ວມມືກັນຢ່າງຕໍ່ເນື່ອງ ໂດຍກະຊວງສາທາລະນະສຸກ ຈະພະຍາຍາມຊະລໍການລະບາດຂອງໂຣກ ພ້ອມກັບການເລັ່ງສັກວັນຊີນປ້ອງກັນ ໂຄວິດ-19 ໃຫ້ກັບປະຊາຊົນທົ່ວປະເທດ, ໂດຍສະເພາະ ແມ່ນການສັກວັກຊີນເຂັມກະຕຸ້ນ ເພື່ອເພີ່ມພູມຄຸ້ມກັນ. 

ແຕ່ທີ່ສຳຄັນ ຕ້ອງເຮັດຄວາມເຂົ້າໃຈວ່າ ເມື່ອໂຣກ ໂຄວິດ-19 ປ່ຽນໄປຈາກເດີມ ມີຄວາມຮຸນແຮງຫຼຸດລົງ ຜູ້ຕິດເຊື້ອສ່ວນໃຫຍ່ບໍ່ມີອາການ ຫຼື ມີອາການໜ້ອຍຫຼາຍ, ຮູບແບບການເບິ່ງແຍງປິ່ນປົວ ຈຶ່ງແຕກຕ່າງກັນກັບການແຜ່ລະບາດໃນໄລຍະກ່ອນ ໂດຍມາໃຊ້ການປອິ່ນປົວຢູ່ທີ່ບ້ານ (Home Isolation) ຫຼື ໃນຊຸມຊົນ (Community Isolayion) ເປັນລຳດັບທຳອິດ, ມີຢາ, ເຄື່ອງມືການແພດ, ມີທີມງານບຸກຄະລາກອນສາທາລະນະສຸກ ຕິດຕາມອາການຢ່າງຕໍ່ເນື່ອງ ແລະ ມີການກະກຽມຕຽງໃນໂຮງໝໍໄວ້ຮອງຮັບຫາກອາການຫຼາຍຂຶ້ນ ພ້ອມສົ່ງຕໍ່ທັນທີ ຈຶ່ງວາງໃນໄດ້ວ່າຫາກຕິດເຊື້ຶອກໍຍັງໄດ້ຮັບການເບິ່ງແຍງຕາມມາດຕະຖານໄດ້ຄືເກົ່າ. 

ສຳລັບການລະບາດຂອງໂຣກຕິດຕໍ່ມີ 4 ລະດັບຄື: 

  1. ໂຣກປະຈຳຖິ່ນ (Endemic) ຄືໂຣັກທີ່ເກີດຂຶ້ນປະຈຳໃນພື້ນທີ່ ອາດເປັນເມືອງ, ປະເທດ, ກຸ່ມປະເທດ ຫຼື ທະວີບ ມີອັດຕາປ່ວຍຄົງທີ່ ແລະ ຄາດການໄດ້ ເຊັ່ນ: ໄຂ້ຫວັດໄຫຍ່, ໄຂ້ເລືອດອອກ ເປັນຕົ້ນ. 
  1. ການລະບາດ (Outbreak) ຄືເຫດການທີ່ມີຜູ້ປ່ວຍເພີ່ມຂຶ້ນຜິດປົກກະຕິ ທັງກໍລະນີໂຣກປະຈຳຖິ່ນ ທີ່ມີຈຳນວນຜູ້ປ່ວຍຫຼາຍກວ່າທີ່ຄາດການໄວ້ ຫຼື ກໍລະນີທີ່ເກີດໂຣກຂຶ້ນມາໃໝ່. 
  1. ໂຣກລະບາດ (Epidemic) ຄື ມີການແຜ່ກະຈາຍຂອງໂຣກກວ້າງຂຶ້ນ ໃນລັກສະນະພູມສາດຢ່າງໄວ ຈຳນວນຜູ້ຕິດເຊື້ອເກີນກວ່າທີ່ຄາດການເອົາໄວ້. 
  1. ການລະບາດໃຫຍ່ (Pandemic) ຄືລະດັບການແຜ່ລະບາດໄປທົ່ວໂລກ ເຊັ່ນ ການແຜ່ລະບາດຂອງໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ແລະ ຫຼ້າສຸດກໍຄື ການລະບາດຂອງໂຣກ ໂຄວິດ-19. 

ສຳລັບປະເທດລາວ ຍັງບໍ່ທັນມີການຖະແຫຼງຂ່າວກ່ຽວກັບເລື່ອງນີ້ເທື່ອວ່າ ຈະເອີ້ນໂຣກ ໂຄວິດ-19 ເປັນໂຣກປະຈຳຖິ່ນ ໃນ ລາວ ຫຼື ບໍ່?, ແຕ່ໃນໄລຍະຜ່ານມາ ກໍມີຫຼາຍພາກສ່ວນໄດ້ປຶກສາຫາລື ໃນການຍົກລະດັບການປ້ອງກັນ ແລະ ໄດ້ກະກຽມການຮັບມືກັບຜູ້ປ່ວຍ ໂຄວິດ-19 ຢູ່ເປັນປະຈຳ. 

ທີ່ມາ: https://bit.ly/34etQvR

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່