ອົງການໄຈກາ ໄດ້ມອບອຸປະກອນຈັດກອງປະຊຸມທາງໄກ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໃນວັນທີ 1 ກຸມພາ 2022 ທີ່ຜ່ານມາ, ໂດຍໄດ້ມອບ ຄອມພິວເຕີ, ໂທລະພາບ ແລະ ລະບົບກ້ອງຈັດກອງປະຊຸມ ຈຳນວນ 9 ຊຸດ ເພື່ອນໍາໄປມອບໃຫ້ ຫ້ອງການປະສານງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳ 9 ແຂວງໃນ ລາວ ເຊິ່ງໃຫ້ກຽດມອບໂດຍທ່ານ ນາກາເຊະ ໂທຊິໂອະ, ຫົວໜ້າ ອົງການໄຈກາ ປະຈໍາ ສປປ ລາວ ແລະ ຮັບໂດຍ ທ່ານ ບຸນພະມິດ ໂສມວິຈິດ, ຜູ້ອໍານວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ.
ບັນດາອຸປະກອນດັ່ງກ່າວ ຈະສາມາດອໍານວຍຄວາມສະດວກ ໃຫ້ແກ່ ຄກລ ໃນການປະສານງານ ລະຫວ່າງ ຫ້ອງການໃຫຍ່ ແລະ ຫ້ອງການແຂວງ ຫຼື ລະຫວ່າງ ບັນດາຫ້ອງການແຂວງດ້ວຍກັນ ລວມທັງ ຊ່ວຍອໍານວຍຄວາມສະດວກໃນການຈັດກອງປະຊຸມ, ຝຶກອົບຮົມ ແບບທາງໄກ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ເຮັດໃຫ້ການເຂົ້າຮ່ວມແບບເຊິ່ງໜ້າ ມີຄວາມຫຍຸ້ງຍາກ.
ໃນລະຫວ່າງການພົບປະ, ທັງສອງຝ່າຍໄດ້ປຶກສາຫາລືດ້ານສະພາບການຮ່ວມມື ການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ພາຍໃຕ້ “ໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການປະຕິບັດງານຂອງ ຄກລ ເພື່ອປະກອບສ່ວນເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກ” ທີ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ຍີ່ປຸ່ນ ໂດຍຜ່ານ ອົງການໄຈກາ.
ທ່ານ ບຸນພະມິດ ໂສມວິຈິດ ໄດ້ກ່າວວ່າ: ການຊ່ວຍເຫຼືອຈາກ ອົງການໄຈກາ ໃນຄັ້ງນີ້ ສາມາດຊ່ວຍໃຫ້ ການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຮັບຄວາມສະດວກສະບາຍຂຶ້ນ ໂດຍສະເພາະແມ່ນ ການພັດທະນາລະບົບ, ການສ້າງແຜນປະຕິບັດງານປະຈໍາປີ ແລະ ການຕິດຕາມແຜນວຽກປະຈໍາປີ, ການສ້າງຂີດຄວາມສາມາດໃນການນຳໃຊ້ໄອທີ, ການແລກປ່ຽນບົດຮຽນ ໃນຂົງເຂດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ລະຫວ່າງ ຄກລ ກັບ ອົງການເກັບກູ້ລະເບີດແຫ່ງ ປະເທດກຳປູເຈຍ ໂດຍຜ່ານ ໂຄງການຮ່ວມມື ໃຕ້-ໃຕ້ ແລະ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຈາກ ລັດຖະບານຍີ່ປຸ່ນ ໂດຍຜ່ານ ອົງການໄຈກາ ໃຫ້ແກ່ ຄກລ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງພາຍໃນປະເທດ.
ນະໂອກາດນີ້, ທ່ານ ນາກາເຊະ ຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຈາກ ຄກລ ແລະ ຫວັງວ່າຈະໄດ້ມີໂອກາດໄປຢ້ຽມຢາມສະໜາມປະຕິບັດງານຂອງ ຄກລ ໃນບັນດາແຂວງທີ່ ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອ.
ຂໍ້ມູນຈາກ:Lao National Unexploded Ordnance Programme
Hits: 0