ຂໍຂອບໃຈນຳຜູ້ສະໜັບສະໜູນ

ບຸນເດືອນ 3 ອອກໃໝ່ 3 ຄ່ຳ ເປັນປະເພນີໜຶ່ງຂອງລາວເຮົາທີ່ໄດ້ສືບທອດກັນ ມາແຕ່ບັນພະບູລຸດ ເຊິ່ງປະຊາຊົນລາວ ແລະ ພີ່ນ້ອງພາກອີສານຂອງ ໄທ ຈະໄດ້ ພາກັນຈັດຂຶ້ນໃນວັນຂຶ້ນ 3 ຄໍ່າຂອງເດືອນ 3 (ເດືອນລາວ) ຂອງທຸກໆ ປີຊື່ເອີ້ນ ຂອງບຸນນີ້ແມ່ນຈະເອີ້ນແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນຂອງໃຜລາວ ເຊັ່ນ: ບຸນເບີກຟ້າ, ບຸນຄູນຂວັນເຂົ້າ, ບຸນສູ່ຂວັນເຂົ້າ, ບຸນກຸດລາວ ຫຼື ຊື່ທີ່ຊາວລາວເຮົານິຍົມເອີ້ນກັນວ່າ: “ບຸນເດືອນ 3 ອອກໃໝ່ 3 ຄ່ຳ”

ເດືອນ 3 ເປັນເດືອນທີ່ມີຄວາມພິເສດຂອງຊາວລາວເຮົາ ເຊິ່ງຖືເປັນເດືອນ ແຫ່ງຄວາມອຸດົມສົມບູນທີ່ສຸດຂອງປີ ເພາະມີການເກັບກ່ຽວເຂົ້າຂຶ້ນເລົ້າຂຶ້ນເຍຍ ສໍາເລັດຮຽບຮ້ອຍ.

ຄວາມເຊື່ອກ່ຽວກັບບຸນເດືອນ 3 ອອກໃໝ່ 3 ຄໍາ: ຊາວລາວເຮົາມີຄວາມເຊື່ອວ່າ ຈະມີປະກົດການມະຫັດສະຈັນເກີດຂຶ້ນ 3 ປະການຄື: “ກົບບໍ່ມີປາກ, ນາກບໍ່ມີຮູຂີ້ ແລະ ໝາກຂາມປ້ອມຈະມີລົດຊາດຫວານ”

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

► ກົບບໍ່ມີປາກ ຄື: ຈະມີແຜ່ນເຍື້ອຂຶ້ນປິດຮູກົບ ວັນນັ້ນກົບຈະຈຳສິນ ບໍ່ສາມາດຈັບສັດອື່ນກິນເປັນອາຫານໄດ້.

► ນາກບໍ່ມີຮູຂີ້ ຄື: ຈະມີແຜ່ນເຍື້ອເກີດຂຶ້ນປິດຮູຂີ້ຂອງນາກ ເຊິ່ງຈະບໍ່ສາມາດຂັບຖ່າຍໃນວັນນັ້ນໄດ້ ເພາະບໍ່ໄດ້ກິນອາຫານ.

► ໝາກຂາມປ້ອມຈະມີລົດຊາດຫວານ ຄື: ປົກກະຕິ ໝາກຂາມປ້ອມ ຈະມີລົດຊາດສົ້ມປົນຝາດ (ຫວານເລັກນ້ອຍ) ແຕ່ຂຶ້ນ 3 ຄ່ຳເດືອນ 3 ຈະມີລົດຊາດຫວານ.

ນອກຈາກນີ້, ຍັງຖືວ່າວັນຂຶ້ນ 3 ຄ່ຳເດືອນ 3 ເປັນວັນທີ່ທ້ອງຟ້າໄຂ (ເປີດ) ປະຕູ ນໍ້າຝົນ ໃນເດືອນ 3 ເປັນເດືອນທີ່ມີ “
ຟ້າຮ້ອງ” ເປັນຄັ້ງທຳອິດຂອງປີ ຍິ່ງຖ້າວັນນັ້ນມີຟ້າຮ້ອງ ຫຼື ຝົນຕົກ ກໍສະແດງວ່າປີນັ້ນຈະເຮັດນາໄດ້ຜົນຜະລິດດີຫຼາຍ.

ຂໍ້ມູນຈາກ:http://www.Phakhaolao.la

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້