Friday, March 29, 2024
Lenovo

ລັດ ຫຼຸດວັນກັກຕົວຜູ້ເດີນທາງເຂົ້າ ສປປ ລາວ ເຫຼືອ 7 ວັນ

ລັດຖະບານ ໄດ້ຜ່ອນຜັນເງື່ອນໄຂ ແລະ ຫຼຸດໄລຍະເວລາໃນການຈຳກັດບໍລິເວນ ເມື່ອເດີນທາງເຂົ້າມາ ສປປ ລາວ ເຫຼືອ 7 ວັນ, ພ້ອມກຳນົດມາດຕະການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າເພີ່ມຂຶ້ນ, ຍົກເລີກຂໍ້ຈຳກັດຈຳນວນໜຶ່ງໃນການເຄື່ອນໄຫວ ແລະ ດຳເນີນທຸລະກິດ ຢູ່ພາຍໃນປະເທດ ທີ່ໄດ້ກຳນົດໃນໄລຍະຜ່ານມາ ເພື່ອອຳນວຍຄວາມສະດວກໃຫ້ແກ່ທຸກພາກສ່ວນໃນສັງຄົມ ຫັນມາເຄື່ອນໄຫວດຳລົງຊີວິດແບບໃໝ່ ແລະ ຟື້ນຟູເສດຖະກິດໄດ້ຫຼາຍຂຶ້ນ.

ໃນວັນທີ 3 ກຸມພາ 2022, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ໄດ້ຖະແຫຼງຂ່າວວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 130/ຫສນຍ, ລົງວັນທີ 3 ກຸມພາ 2022 ເລື່ອງທິດຊີ້ນຳຂອງກອງປະຊຸມລັດຖະບານ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັນກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະໃໝ່ ຊຶ່ງມາດຕະການສ່ວນໃຫຍ່ ແມ່ນໄດ້ມີການຜ່ອນຜັນເຊັ່ນ: ເງື່ອນໄຂ ແລະ ໄລຍະເວລາໃນການຈຳກັດບໍລິເວນ ເມື່ອເດີນທາງເຂົ້າມາ ສປປ ລາວ, ການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າເພີ່ມຂຶ້ນ, ຍົກເລີກຂໍ້ຈຳກັດຈຳນວນໜຶ່ງ ໃນການເຄື່ອນໄຫວ ແລະ ດຳເນີນທຸລະກິດຢູ່ພາຍໃນປະເທດ ທີ່ໄດ້ກຳນົດໃນໄລຍະຜ່ານມາ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ທຸກພາກສ່ວນໃນສັງຄົມ ຫັນມາເຄື່ອນໄຫວດຳລົງຊີວິດແບບໃໝ່ ແລະ ຟື້ນຟູເສດຖະກິດ ໄດ້ຫຼາຍຂຶ້ນ. ແຕ່ຍັງຮັກສາບາງມາດຕະການຈຳກັດ ເພື່ອຮັບປະກັນໃຫ້ແກ່ການປ້ອງການການຕິດເຊື້ອ ແລະ ແຜ່ເຊື້ອ ດັ່ງນີ້.

1. ໄດ້ເຫັນດີໃຫ້ມີການຜ່ອນຜັນ ໄລຍະເວລາການຈໍາກັດບໍລິເວນຕໍ່ແຕ່ລະເປົ້າໝາຍຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຄື:

1.1 ຄະນະຜູ້ແທນ ຫຼື ທີມງານວິຊາການທຸກລະດັບ ທີ່ໄປເຄື່ອນໄຫວເຮັດວຽກ ລວມທັງໄປສໍາມະນາຢູ່ຕ່າງປະເທດ ແລະ ພົນລະເມືອງລາວ ທີ່ກັບມາຈາກຕ່າງປະເທດ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງກວດ RT-PCR, ເຂົ້າພັກກັກກັນຕົວຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ແລະ ຖ້າຜົນກວດບໍ່ພົບເຊື້ອກໍຕ້ອງໄດ້ສືບຕໍ່ຈໍາກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນໃຫ້ຄົບ 7 ວັນ ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ.

1.2 ນັກການທູດ ຫຼື ພະນັກງານສະຖານທູດຕ່າງໆ, ພະນັກງານຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ນອນຢູ່ໃນເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ໄດ້ຮັບເອກະສິດ ແລະ ອະພິສິດທາງການທູດ ລວມທັງສະມາຊິກຄອບຄົວຂອງເປົ້າໝາຍດັ່ງກ່າວ ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດໃຫ້ເຂົ້າມາ ສປປ ລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງກວດ RT-PCR ແລະ ໃຫ້ສືບຕໍ່ຈຳກັດບໍລິເວນ ຢູ່ສະຖານທີ່ ພັກເຊົາຂອງຕົນໃຫ້ຄົບ 07 ວັນ, ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ.

1.3 ກຸ່ມນັກທຸລະກິດ ຫຼື ນັກລົງທຶນ ທີ່ໄດ້ຮັບການອະນຸຍາດ ໃຫ້ດໍາເນີນທຸລະກິດ ຫຼື ລົງທຶນ ຢູ່ ສປປ ລາວ ທີ່ຈະເດີນທາງເຂົ້າມາ ສປປ ລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ກວດຫາເຊື້ອພະຍາດ ໂຄວິດ-19 ດ້ວຍເຄື່ອງກວດ RT-PCR ແລະ ຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຄະນະສະເພາະກິດ ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ, ຖ້າຜົນກວດບໍ່ພົບເຊື້ອສາມາດອອກໄປປະຕິບັດວຽກງານຕາມແຜນທີ່ກຳນົດໄວ້, ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ.

1.4 ຄົນຕ່າງປະເທດທີ່ເປັນຊ່ຽວຊານ, ວິຊາການ, ແຮງງານ, ຜູ້ປະກອບການ, ນັກສຶກສາ, ຄົນເຊື້ອຊາດລາວ ແລະ ຄອບຄົວຂອງພົນລະເມືອງລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງກວດ RT-PCR ແລະ ລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ຢູ່ໂຮງແຮມທີ່ຄະນະສະເພາະກິດກໍານົດ, ຖ້າຜົນກວດບໍ່ພົບເຊື້ອແມ່ນໃຫ້ສືບຕໍ່ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນໃຫ້ຄົບ 7 ວັນ, ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ, ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ.

1.5 ນັກທ່ອງທ່ຽວເປັນກຸ່ມທີ່ຈະເດີນທາງເຂົ້າມາລາວ ພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີຂຽວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ ໂຄວິດ-19 ດ້ວຍເຄື່ອງກວດ RT-PCR, ເຂົ້າພັກຢູ່ໂຮງແຮມ ທີ່ຄະນະສະເພາະກິດໄດ້ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ແລະ ຖ້າຜົນກວດບໍ່ພົບເຊື້ອ ຈຶ່ງອະນຸຍາດ ໃຫ້ອອກໄປເຄື່ອນໄຫວກິດຈະກຳຕາມແຜນທ່ອງທ່ຽວ ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ, ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ.

          ບັນດາກຸ່ມເປົ້າໝາຍທີ່ລະບຸໃນຂໍ້ 1.1-1.5 ຂ້າງເທິງ ກໍລະນີຜົນກວດພົບເຊື້ອ (ຜົນເປັນບວກ) ແມ່ນສາມາດເຂົ້າປິ່ນປົວຢູ່ໂຮງໝໍ, ສູນປິ່ນປົວ ຫຼື ປິ່ນປົວຢູ່ສະຖານທີ່ພັກເຊົາຂອງຕົນຢ່າງໜ້ອຍ 10 ວັນ ໂດຍອີງຕາມອາການຂອງຜູ້ຕິດເຊື້ອແຕ່ລະກໍລະນີ ຕາມຄູ່ມືແນະນຳຂອງກະຊວງສາທາລະນະສຸກ ໃນແຕ່ລະໄລຍະ. 

2. ສຳລັບຄົນຕ່າງປະເທດທີ່ອາໄສຢູ່ ສປປ ລາວ ລວມທັງຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຕາມການອະນຸມັດຂອງຄະນະສະເພາະກິດຂັ້ນສູນກາງ ຕ້ອງໄດ້ດໍາເນີນການຕິດຕັ້ງ ແລະ ລົງທະບຽນໂປຣແກຣມ (ແອັບ) LaoKYC ໃນໂທລະສັບມືຖືຂອງຕົນ ເພື່ອໃຊ້ບໍລິການ “ລາວ ສູ້ສູ້”  ແລະ ສະໝັກສ້າງລະຫັດວັກຊີນ (Vaccine ID) ເພື່ອໃຊ້ເປັນບັດຢັ້ງຢືນການສັກວັກຊີນ ແລະ ສະຖານະຄວາມສ່ຽງຂອງຕົນໃນເວລາເຄື່ອນໄຫວ, ເດີນທາງ, ເຂົ້າໄປສໍານັກງານຂອງລັດ, ໂຮງງານ, ຮ້ານຄ້າ, ຮ້ານອາຫານ ແລະ ສະຖານທີ່ຕ່າງໆ.

3. ເຫັນດີອະນຸຍາດ ໃຫ້ກະຊວງການຕ່າງປະເທດອອກວີຊາ ສຳລັບນັກທ່ອງທ່ຽວເປັນກຸ່ມ ທີ່ຈະເດີນທາງເຂົ້າມາ ສປປ ລາວ ພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີຂຽວທີ່ລັດຖະບານ ໄດ້ອະນຸຍາດແລ້ວນັ້ນທີ່ລະບຸໃນຂໍ້ 1.5 ໂດຍຮັບປະກັນໃຫ້ນັກທ່ອງທ່ຽວຕ້ອງລົງທະບຽນ QR Code (Vaccine ID)  ເພື່ອນໍາໃຊ້ໄລຍະທ່ອງທ່ຽວຢູ່ ສປປ ລາວ ແລະ ອອກວີຊາ ໃຫ້ກຸ່ມເປົ້າໝາຍຕ່າງໆ ຕາມທີ່ໄດ້ລະບຸໃນ ຂໍ້ທີ  1.1-1.4  ຂ້າງເທິງ ຕາມການອະນຸຍາດຂອງຄະນະສະເພາະກິດ.

4. ເຫັນດີດ້ານຫຼັກການໃຫ້ເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີສໍາລັບຂົນສົ່ງສິນຄ້າ ໂດຍມອບໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ມີຊາຍແດນຕິດກັບຕ່າງປະເທດ ດຳເນີນການກວດກາ ທັງປຶກສາຫາລືກັບທ້ອງຖິ່ນຂອງປະເທດທີ່ມີດ່ານຮ່ວມກັນ ຖ້າເຫັນວ່າມີຄວາມພ້ອມຮອບດ້ານ ລວມທັງສິ່ງອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຮັບປະກັນໃນການປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ທັງມີຄວາມເປັນເອກະພາບກັນສູງແລ້ວ  ແມ່ນມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການປົກຄອງແຂວງ ອະນຸຍາດໃຫ້ເປີດໄດ້.        

5. ເຫັນດີໃຫ້ພາກເອກະຊົນມີສ່ວນຮ່ວມ ໃນການເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ ໂຄວິດ-19. ສ່ວນລາຍລະອຽດ, ມອບໃຫ້ກະຊວງສາທາລະນະສຸກ ເປັນໃຈກາງສົມທົບ ກັບ ກະຊວງກ່ຽວຂ້ອງ ຄົ້ນຄ້ວາ ແລະ ກໍານົດມາດຖານເງື່ອນໄຂ ທັງສ້າງລະບຽບການຄຸ້ມຄອງຫົວໜ່ວຍທຸລະກິດທີ່ອະນຸຍາດ ໃຫ້ດຳເນີນການກວດພະຍາດເຊື້ອພະຍາດດັ່ງກ່າວນັ້ນ ຕາມມາດຕະຖານທີ່ກະຊວງສາທາລະນະສຸກກໍານົດໄວ້.

6. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ຊຸກຍູ້ການຜະລິດຢາປິ່ນປົວພະຍາດ ໂຄວິດ-19 ໃຫ້ສາມາດຜະລິດໄດ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.

7. ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີປຸກລະດົມ ການສັກວັກຊີນ ດ້ວຍຫຼາຍຮູບການ ແລະ ຫຼາຍວິທີການ ເພື່ອໃຫ້ສາມາດສັກໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການສັກວັກຊີນກັນພະຍາດໂຄວິດ-19 ສະບັບເລກທີ 24/ນຍ, ລົງວັນທີ 10 ພະຈິກ 2021.

8. ເຫັນດີໃຫ້ເປີດກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ, ແຕ່ໃຫ້ເຈົ້າຂອງສະຖານທີ່ ມີມາດຕະການປ້ອງກັນ ແລະ ຄວບຄຸມ ຢ່າງເຂັ້ມງວດ.

9. ສືບຕໍ່ ປິດຮ້ານບັນເທີງ ແລະ ຮ້ານຄາລາໂອເກະ. 

10. ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນອະນຸຍາດ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການບໍລິການລົດໂດຍສານ, ຜູ້ໂດຍສານ, ຜູ້ເດີນທາງດ້ວຍພາຫະນະ ປະເພດເດີນທາງ ໄປ-ມາ ລະຫວ່າງແຂວງ ຕໍ່ ແຂວງ, ເມືອງຕໍ່ເມືອງໄດ້ຢ່າງປົກກະຕິ, ແຕ່ພະນັກງານຂັບລົດ ແລະ ຜູ້ໂດຍສານ ຕ້ອງໄດ້ຮັບການສັກວັກຊີນຄົບໂດສ. ພ້ອມດຽວກັນນີ້ ກໍຫ້າມອົງການປົກຄອງທຸກຂັ້ນ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການໄປມາຫາສູ່ກັນ ກໍຄືການທຳມາຫາກິນຂອງພົນລະເມືອງທຸກຄົນ ໃນຂອບເຂດທົ່ວປະເທດດ້ວຍການກຳນົດລະບຽບການທີ່ແຕກຕ່າງ ຈາກລະບຽບການ ທີ່ລັດຖະບານ ກໍຄືຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ໄດ້ວາງອອກ ຢ່າງເດັດຂາດ.

11. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ທຸກຂັ້ນ ຮີບຮ້ອນຜັນຂະຫຍາຍແຈ້ງການສະບັບນີ້ ອອກເປັນຄໍາແນະນໍາໃນການຈັດຕັ້ງປະຕິບັດຕົວຈິງໃຫ້ລະອຽດ ແລະ ສຳເລັດໄວ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1494, ລົງວັນທີ 14 ພະຈິກ 2021 ແລະ ມີຜົນສັກສິດ ນັບແຕ່ວັນທີ 04 ກຸມພາ 2022 ເປັນຕົ້ນໄປ, ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ລວມມາໃຫ້ແລ້ວ! ເວັບໄຊສ້າງໂລໂກ້ຟຣີ ງ່າຍໆ.

ໃນຍຸກດິຈິຕອນ ມັນເປັນສິ່ງສໍາຄັນທີ່ຈະມີໂລໂກ້ທີ່ສວຍງາມ ແລະ ໂດດເດັ່ນ ເປັນສິ່ງສໍາຄັນຫຼາຍສໍາລັບທຸລະກິດ ແລະ ຜະລິດຕະພັນ, ແຕ່ຖ້າເຮົາຢາກໄດ້ໂລໂກ້ ແລະ ຈ້າງຜູ້ອອກແບບໂລໂກ້ມືອາຊີບ ອາດຈະມີຄ່າໃຊ້ຈ່າຍສູງ ມື້ນີ້ພວກເຮົາເລີຍມາແນະນຳເວັບໄຊທີ່ສ້າງໂລໂກ້ຟຣີ ງ່າຍ​ທີ່​ຈະ​ນໍາ​ໃຊ້ ບໍ່ຕ້ອງເສຍເງິນຈັກກີບ.

Vietjet ມອບໂປໂມຊັ່ນ Friday Sale ມອບປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

(ນະຄອນຫຼວງວຽງຈັນ, ວັນທີ 28 ມີນາ 2024) - Vietjet ມີຄວາມຕື່ນເຕັ້ນ ທີ່ຈະໄດ້ມອບໂປຣໂມຊັ່ນປີ້ຍົນຕ່າງປະເທດໃນທຸກໆວັນສຸກ! ປີນີ້ເປັນໂອ​ກາດ​ທີ່​ດີສໍາ​ລັບ​ນັກທ່ອງທ່ຽວຈາກ​ທົ່ວ​ໂລກ ​ໃນ​ການ​ເດີນ​ທາງຕາມທີ່​ຝັນ ​ດ້ວຍ​ລາ​ຄາ​ສ່ວນ​ຫຼຸດ​ສຸດພິ​ເສດ​.

ນ້ຳແອດ-ພູເລີຍ ແຂວງຫົວພັນ! ແຫຼ່ງທ່ອງທ່ຽວທຳມະຊາດຂອງແທ້.

ຫຼາຍຄົນມັກຄິດວ່າ “ການທ່ອງທ່ຽວ” ຄືການໄປເບິ່ງນ້ຳຕົກຕາດ, ໄປເບິ່ງວັດວາອາຮາມ ແລະ ຮີດຄອງປະເພນີ. ແຕ່ວ່າ ໂຄງການ ທ່ອງທ່ຽວແບບອະນຸລັກ ຢູ່ປ່າສະຫງວນ ນ້ຳແອດ-ພູເລີຍ ມີຫຼາຍກວ່ານັ້ນ ຄື ເອົາຂຸມຊັບທາງທຳມະຊາດ ມາເປັນຈຸດຂາຍ ແລະ ເພີ່ມການອະນຸລັກທຳມະຊາດ ໄປໃນຕົວ.