ສະຖານທູດອັງກິດ ປະຈໍາ ສປປ ລາວ ໄດ້ສະໜັບສະໜູນ ທຶນການສືກສາ ໃນໂຄງການ “ສະໜອງທຶນກ້າວໜ້າ ໃນການຮຽນຕໍ່ ຊັ້ນມັດທະຍົມ (FAST)” ໃຫ້ ເດັກນ້ອຍນັກຮຽນ ທີ່ດ້ອຍໂອກາດ ເມືອງ ປາກອູ, ແຂວງ ຫຼວງພະບາງ ເຊິ່ງເປັນໂຄງການ ການສຶກສາທີ່ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ເພື່ອສະໜັບສະໜູນໄວໜຸ່ມທີ່ດ້ອຍໂອກາດ ໂດຍສະເພາະແມ່ນເດັກຍິງ ທີ່ໄດ້ຮຽນຈົບໃນຊັ້ນປະຖົມ ປີທີ 5, ຂຶ້ນຊັ້ນມັດທະຍົມຊັ້ນປີທີ 1 ໂດຍຜ່ານ ອົງການສຸພະນິມິດ.
ການຊ່ວຍເຫຼືອໃນຄັ້ງນີ້ ມີ 11 ໂຮງຮຽນປະຖົມ ກວມເອົາ 12 ບ້ານ ລວມມີນ້ອງນັກຮຽນທັງໝົດ 120 ຄົນ, ຍິງ 15 ຄົນ, ຈາກຄອບຄົວທີ່ດ້ອຍໂອກາດ ຂອງເມືອງ ປາກອູ, ແຂວງ ຫຼວງພະບາງ ເຊິ່ງໜຶ່ງຄົນຈະໄດ້ຮັບທຶນປະມານ 675.000 ກີບຕໍ່ສົກຮຽນ ລວມປີໜຶ່ງແມ່ນ 1.350.000 ກີບຕໍ່ຄົນ.
ປັດຈຸບັນ ໂຄງການດັ່ງກ່າວ ແມ່ນໄດ້ຈັດຕັ້ງປະຕິບັດໂດຍ ອົງການສຸພະນິມິດ ປະຈໍາ ເມືອງ ປາກອູ ແລະ ໄດ້ມີການມອບເງິນຄັ້ງທີ 2 ເປັນຈຳນວນ 1.350.000 ກີບ, ເຊິ່ງໃນນີ້ ແມ່ນຈະກວມເອົາຄ່າຮຽນຂອງນ້ອງນັກຮຽນ ໃນການເຂົ້າຮຽນໃນມັດທະຍົມຕອນຕົ້ນ, ຄ່າໃຊ້ຈ່າຍໃນການເດິນທາງ ແລະ ຄ່າເຊົ່າຫໍພັກ ເຊິ່ງເປັນຄ່າໃຊ້ຈ່າຍໂດຍສະເພາະສຳລັບຜູ້ທີ່ຢູ່ຊົນນະບົດ ຍ້ອນວ່າ ໂຮງຮຽນມັດທະຍົມ ແມ່ນຢູ່ຫ່າງໄກຈາກບ້ານຂອງພວກເຂົາ ນອກນີ້ ເພິ່ນຍັງໄດ້ຊ່ວຍດ້ານ ອຸປະກອນເບິ່ງແຍງຕົນເອງ ລວມທັງຜ້າຫົ່ມ, ເຄື່ອງແບບນັກຮຽນ, ອຸປະກອນການຮຽນ ແລະ ຊຸດອະນາໄມ.
ທ່ານ ແຄສໂຊ ກລີຊັນ, ຮອງຫົວໜ້າຄະນະຮັບພິຊອບ (DHM) ປະຈຳສະຖານທູດ ອັງກິດ ໃນ ນະຄອນຫຼວງ ວຽງຈັນ ກ່າວວ່າ: “ສະຖານທູດອັງກິດດີໃຈຫຼາຍທີ່ສາມາດສະໜັບສະໜູນ ອົງການສຸພະນິມິດ ກັບໂຄງການທີ່ສຳຄັນທີ່ສຸດນີ້, ເຊິ່ງໂຄງການນີ້ ໄດ້ເຮັດໃຫ້ເດັກນ້ອຍທຸກຄົນ ມີການເຂົ້າເຖິງການສຶກສາທີ່ເທົ່າທຽມກັນ, ມີໂອກາດ ແລະ ການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ເຊິ່ງມັນເປັນປັດໄຈຫຼັກ ໃນການລຶບລ້າງວົງຈອນຂອງຄວາມທຸກຍາກ.
Hits: 0