ໝາກຖົ່ວແຮ ເປັນພືດຜັກພື້ນບ້ານຊະນິດໜຶ່ງ ທີ່ຫາກິນໄດ້ງ່າຍ ເຊິ່ງຈະມັກປູກຕາມເຂດຊົນນະບົດ ແລະ ມັກເກີດເອງຕາມທໍາມະຊາດ ສ່ວນຫຼາຍຄົນຈະມັກນໍາເອົາ ໝາກຖົ່ວແຮ ມາກິນເປັນສົ້ມກັບຕໍາຫົວສີໄຄ ຫຼື ຫົວຂ່າ ນອກຈາກນີ້, ຍັງສາມາດນໍາໄປປຸງແຕ່ງເປັນອາຫານໄດ້ ບາງຄົນກໍຈະເອົາໄປກິນເປັນຜັກກັບເວລາມີກ້ອຍ, ມີລາບ, ປົ່ນ ແລະ ອື່ນໆ.
ຫຼາຍຄົນກໍອາດຈະເຄີຍກິນ ໝາກຖົ່ວແຮ ມາແລ້ວ ແຕ່ທຸກຄົນເຄີຍຮູ້ບໍ່ວ່າ ໝາກຖົ່ວແຮ ນັ້ນມີສັບພະຄຸນແນວໃດ ເຊິ່ງມື້ນີ້ເຮົາຈະພາທຸກຄົນມາເບິ່ງຄຸນປະໂຫຍດ ເເລະ ສັບພະຄຸນຂອງ ໝາກຖົ່ວແຮ ນໍາກັນ.
- ແກນ ແລະ ໝາກຂອງຖົ່ວແຮ ມີສັບພະຄຸນ ເປັນຢາບໍາລຸງກຳລັງ ຊ່ວຍຫຼຸດລະດັບ ຄໍເລສເຕີຣໍ, ຫຼຸດລະດັບນໍ້າຕານໃນເລືອດ, ຫຼຸດຄວາມດັນໃນເລືອດ ໂດຍການນຳເອົາເມັດຂອງຖົ່ວແຮມາຕົ້ມຮັບປະທານ.
- ດອກ ແລະ ຝັກອ່ອນ ນໍາມາປະກອບອາຫານໄດ້ ຫຼື ລວກກິນກັບແຈ່ວ, ຈະກິນສົດ ຫຼື ຕົ້ມກັບແຈ່ວ ຫຼື ໃສ່ໃນແກງແຄ, ແກງສົ້ມກໍໄດ້. ນອກນັ້ນ ດອກ ຍັງນໍາມາກິນເປັນຂອງວ່າງໄດ້. ສ່ວນແກ່ນເອົາມາເຮັດເປັນແປ້ງ ແລະ ຕົ້ມຮັບປະທານເປັນອາຫານໄດ້.
- ຮາກ ແລະ ແກ່ນ: ໃຊ້ປຸງເປັນຢາກິນປິ່ນປົວໄຂ້, ຂັບປັດສະວະ, ແກ້ອາການປັດສະວະເຫຼືອງ ຫຼື ແດງ, ແກ້ໄຂ້ຖອນພິດ ແລະ ໃຊ້ຂັບລົມລົງເບື້ອງຕໍ່າ, ປິ່ນປົວພະຍາດເສັ້ນເອັນພິການ (ອາການປວດ ເມື່ອຍ).
- ໃບ: ໃຊ້ແກ້ໄອ, ເຈັບທ້ອງ, ນ້ຳຄັ້ນຈາກໃບໃສ່ບາດແຜໃນປາກ ຫຼື ຫູ, ປຸງເປັນຢາຂັບປັດສະວະ, ຂັບກ້ອນໜິ້ວທີ່ເກີດຈາກໝາກໄຂ່ຫຼັງ, ປິ່ນປົວໝາກໄຂ່ຫຼັງພິການ, ກະຕຸ້ນໝາກໄຂ່ຫຼັງໃຫ້ທໍາງານ.
- ຕົ້ນ ແລະ ໃບ: ຍັງມີສັບພະຄຸນເປັນຢາແກ້ເສັ້ນເອັນພິການ (ຄວາມຜິດປົກກະຕິຂອງລະບົບເສັ້ນເອັນ ແລະ ກ້າມເນື້ອ ມັກມີອາການເຈັບຕ່າງໆ, ປວດເມື່ອຍຕາມຕົນໂຕ, ໃບໜ້າ ແລະ ຫົວ).
- ໝົດທັງຕົ້ນ: ນໍາມາຕົ້ມປະມານໜຶ່ງກໍາມື ແລ້ວດື່ມຄັ້ງລະໜຶ່ງຈອກ, ວັນລະສາມຄັ້ງ ຊ່ວຍປິ່ນປົວອາການຕົກເລືອດ, ທັງຝັກບໍາລຸງຮ່າງກາຍ ແລະ ບໍາລຸງກະດູກ.
ຂໍ້ມູນຈາກ:https://medthai.com/
https://medthai.com/%E0%B8%96%E0%B8%B1%E0%B9%88%E0%B8%A7%E0%B9%81%E0%B8%A3%E0%B8%B0/
Hits: 0