ຜັກຂະແຍງ ເປັນຜັກພື້ນບ້ານຊະນິດໜຶ່ງ ທີ່ເກີດຂຶ້ນເອງຕາມທໍາມະຊາດ ສ່ວນຫຼາຍຈະມັກເກີດຢູ່ຕາມທົ່ງໄຮ່ທົ່ງນາ ສ່ວນຫຼາຍຈະມັກນຳມາປຸງແຕ່ງອາຫານ ເຊັ່ນ: ໃສ່ແກງໜໍ່ໄມ້, ເອາະ, ຕົ້ມ ແລະ ປະເພດແກງອື່ນໆ.
ທ່ານຮູ້ບໍ່ວ່າ ຜັກຂະເເຍງ ທີ່ເຮົານໍາມາໃສ່ ເເກງໜໍ່ໄມ້ ກິນແຕ່ລະຄັ້ງ ມັນມີສັບພະຄຸນເເນວໃດ ເຊິ່ງມື້ນີ້ເຮົາຈະພາທຸກຄົນມາຮູ້ຈັກກັບ ສັບພະຄຸນ ຈາກ ຜັກຂະເເຍງ ນໍາກັນວ່າມີຫຍັງເເດ່?
- ຜັກຂະເເຍງ ມີລົດຊາດເຜັດຮ້ອນ ກິ່ນຫອມ ຊ່ວຍເຮັດໃຫ້ຈະເລີນອາຫານ, ຫຼຸດອາການເບື່ອອາຫານ.
- ຊ່ວຍປ້ອງກັນ ເສັ້ນເລືອດຕີບຕັນ ແລະ ໄຂ້ຮ້ອນໃນ.
- ໃຊ້ເປັນຢາແກ້ໄຂ້, ຫຼຸດໄຂ້ ໂດຍການໃຊ້ຕົ້ນຜັກຂະແຍງສົດໆ ປະມານ 15-30 ຕົ້ນ ນໍາມາຕົ້ມກັບນໍ້າກິນ.
- ໃຊ້ເປັນຢາຂັບລົມ ແລະ ເປັນຢາລະບາຍທ້ອງ ໂດຍການໃຊ້ຕົ້ນຜັກຂະແຍງສົດໆ ປະມານ 15-30 ຕົ້ນ ນໍາມາຕົ້ມກັບນໍ້າກິນ.
- ຊ່ວຍແກ້ອາການຄັນ, ກາກ ແລະ ຝີ ໂດຍການນໍາເອົາຕົ້ນສົດໆ ຂອງມັນມາຕົ້ມກັບນໍ້າ ແລ້ວໃຊ້ລ້າງບໍລິເວນທີ່ເປັນ ຫຼື ນໍາເອົາມາລ້າງແລ້ວຄັ້ນ ຫຼື ຕໍາເອົານໍ້າຂອງມັນມາທາບ່ອນທີ່ເປັນຝີ.
- ຊ່ວຍແກ້ອາການບວມຊໍ້າ ໂດຍນໍາເອົາທັງຕົ້ນມາຕໍາເເລ້ວທາບໍລິເວນທີ່ເປັນ.
- ໃຊ້ເປັນຢາແກ້ພິດງູ ສໍາລັບງູພິດທີ່ບໍ່ຮ້າຍແຮງ ໂດຍການໃຊ້ຕົ້ນສົດໆ ປະມານ 15 ຕົ້ນ ນໍາມາຕໍາໃຫ້ລະອຽດ ປະສົມກັບຕົ້ນຟ້າທະລາຍໂຈນ ປະມານ 30 ກຣາມ ນໍາມາປະສົມກັບນໍ້າສົ້ມ ແລ້ວຄັ້ນເອົານໍ້າມັນມາດື່ມ ສ່ວນກາກທີ່ເຫຼືອແມ່ນນໍາມາທາບໍລິເວນບາດແຜ.
- ຊ່ວຍແກ້ອາການພິດເບື່ອເມົາ ໂດຍນໍາເອົາຕົ້ນຜັກຂະເເຍງທີ່ຕາກແຫ້ງໄວ້ ມາຕົ້ມກັບນໍ້າເພື່ອດື່ມ ຈະເເກ້ໄດ້.
- ຊ່ວຍແກ້ນໍ້ານົມແມ່ລູກອ່ອນ ທີ່ມີຣົດສົ້ມໂດຍການນໍາເອົາຕົ້ນຂອງຜັກຂະແຍງມາຕົ້ມດື່ມນໍ້າຂອງມັນ ຈະຊ່ວຍໄດ້.
ຜັກຂະແຍງ ນອກຈາກຈະນໍາໃຊ້ເປັນອາຫານ ແລະ ສ່ວນປະກອບໃນອາຫານແລ້ວ ມັນຍັງມີສານຕ້ານອະນຸມູນອິດສະຫຼະສູງ ທີ່ມີລິດຕໍ່ຕ້ານເຊວມະເຮັງ ຕ່າງໆໄດ້ ເປັນຢ່າງດີ ຫາມາກິນລອງເບິ່ງເດີທຸກຄົນເພື່ອສຸຂະພາບທີ່ດີຂອງເຮົາເອງ.
ຂໍ້ມູນຈາກ:https://medthai.com
https://medthai.com/%E0%B8%9C%E0%B8%B1%E0%B8%81%E0%B9%81%E0%B8%82%E0%B8%A2%E0%B8%87/
Hits: 4