ຖ້າຈະເວົ້າເຖິງອາຫານລາວ ເເຕ່ລະທ້ອງຖິ່ນ ຫຼື ແຕ່ລະເເຂວງນັ້ນ ກໍລ້ວນແຕ່ມີອາຫານທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ ຕາມລະດູການ ມື້ນີ້ ອິນໄຊລາວ ຈະພາທຸກຄົນມາຮູ້ຈັກກັບ “ຊຸບໃບໝາກຈອງ” ເຊິ່ງເປັນອາຫານທ້ອງຖິ່ນຂອງພີ່ນ້ອງທາງ ແຂວງ ຫົວພັນ.
ຖ້າຈະເອີຍເຖິງປະເພດອາຫານ ທີ່ເປັນເອກະລັກຂອງ ແຂວງ ຫົວພັນ ໃນຊ່ວງນີ້ ກໍຄົງຈະເປັນ “ຊຸບໃບໝາກຈອງ” ເຊິ່ງເປັນອາຫານທີ່ຫາກິນຍາກ ເພາະໃນໜຶ່ງປີ ມັນຈະປົ່ງໃບອ່ອນໃຫ້ເຮົາໄດ້ກິນ ສະເພາະ 2 ເດືອນເທົ່ານັ້ນ ຄື ເດືອນ ມັງກອນ-ເດືອນ ກຸມພາ! ຖ້າໃບມັນແກ່, ອອກດອກ ເປັນໝາກແລ້ວ ເຮົາກໍບໍ່ສາມາດນຳມາປຸງແຕ່ງເປັນອາຫານໄດ້ ຖ້າໃຜຢາກກິນຊຸບໃບໝາກຈອງແບບສົດໆ ຕ້ອງໄດ້ກິນໃນຊ່ວງນີ້ ເທົ່ານັ້ນ!.
ຫຼາຍຄົນອາດຈະສົງໄສແມ່ນບໍ່ວ່າ ໃບໝາກຈອງ ທີ່ນໍາມາຊຸບນີ້ ແມ່ນອັນດຽວກັບໃບໝາກຈອງທາງພາກໃຕ້ ຄວາມຈິງແລ້ວໃບໝາກຈອງທີ່ນໍາມາຊຸບນີ້ ແມ່ນໃບໝາກຈອງທາງພາກເໜືອ ເຊິ່ງຫຼາຍຄົນອາດຈະເຄີຍໄດ້ກິນໝາກຂອງມັນແລ້ວ ເພາະສ່ວນຫຼາຍໝາກຂອງມັນ ແມ່ນເພິ່ນຈະນໍາມາກິນເປັນສົ້ມ.
ເມືອຮອດລະດູໜາວ ຊ່ວງເດືອນ ມັງກອນ-ກຸມພາ ໃບອ່ອນໝາກຈອງຈະປົ່ງ ພີ່ນ້ອງທາງເໜືອກໍຈະພາກັນໄປເກັບມາຊຸບກິນ, ນອກຈາກຊຸບເເລ້ວໃບໝາກຈອງຍັງສາມາດນໍາມາລວກຈໍ້າແຈ່ວໄດ້ອີກດ້ວຍ.
ໃບໝາກຈອງ ນອກຈາກຈະເກັບມາຊຸບກິນແບບສົດໆ ແລ້ວ ຍັງມີວິທີເກັບຮັກສາໄວ້ກິນໄດ້ດົນອີກ ໂດຍການເກັບເອົາໃບໝາກຈອງນໍາມາຕົ້ມໃຫ້ສຸກແລ້ວປັ້ນນໍ້າອອກ ຫຼັງຈາກນັ້ນນໍາໄປຕາກແດດໃຫ້ແຫ້ງດີໆ ແລ້ວນໍາໄປເກັບຮັກສາໄວ້ກິນເມືອຍາມຕ້ອງການທີ່ຈະປຸງແຕ່ງ, ສາມາດນໍາເອົາໃບໝາກຈອງທີ່ຕາກແຫ້ງນັ້ນມາແຊ່ນໍ້າໃຫ້ມັນອ່ອນ ແລ້ວນໍາໄປຊຸບກິນໄດ້ເລີຍ.
ສ່ວນຂັ້ນຕອນໃນການປຸງແຕ່ງແມ່ນຄ້າຍຄືກັບຊຸບຜັກທົ່ວໄປຂອງແຕ່ລະແຂວງ ຕ່າງແຕ່ຊຸບຜັກທາງພາກເໝືອແມ່ນຈະບໍ່ໃສປາເເດກ ສ່ວນປະກອບອຶ້ນໆກໍໃສ່ຄືໆກັນ.
Hits: 0