ວັນຄວາມປອດໄພທາງອິນເຕີເນັດ: Meta ເປີດໂຕວິດີໂອຊີຣີ້ “ວິທີການຕໍ່ຕ້ານການຫຼອກລວງອອນລາຍ” ເພື່ອຊ່ວຍໃຫ້ຄົນລາວນໍາໃຊ້ອິນເຕີເນັດໄດ້ຢ່າງປອດໄພ.

ການເຂົ້າເຖິງອິນເຕີເນັດ ແລະ ອຸປະກອນຕ່າງໆຈະມາພ້ອມກັບຄວາມຮັບຜິດຊອບທີ່ຕາມມາຢູ່ສະເໝີ. ການທີ່ຜູ້ຄົນໃຊ້ເວລາເທິງໂລກອອນລາຍຫຼາຍຂຶ້ນ ກໍເປັນການເປີດໂອກາດໃຫ້ບັນດາອາດຊະຍາກອນອອນລາຍເຊັ່ນກັນ ແລະ ມັນມີການເພີ່ມຂຶ້ນຢູ່ເລື້ອຍໆໃນຫຼາກຫຼາຍຮູບແບບ. ມັນແມ່ນຄວາມມຸ່ງໝັ້ນຂອງ Facebook ຈາກ Meta, ແພັດຟອມອັນດັບຕົ້ນໆໃນຊຸມຊົນຂອງພວກເຮົາ, ໃນການສ້າງສະພາບແວດລ້ອມ ແລະ ຮັບປະກັນຄວາມປອດໄພໃຫ້ກັບທຸກໆຄົນ.

ເພື່ອເປັນການສະເຫຼີມສະຫຼອງ ວັນຄວາມປອດໄພທາງອິນເຕີເນັດ ເຊິ່ງກົງກັບວັນທີ 8 ເດືອນ ກຸມພາ, Meta ໄດ້ປ່ອຍວິດີໂອຊີຣີ້ “ວິທີການຕໍ່ຕ້ານການຫຼອງລວງອອນລາຍ” ໂດຍນໍາໃຊ້ຄຳແປພາສາລາວ ແລະ ຮູບພາບປະກອບ ເພື່ອສ້າງຄວາມຮັບຮູ້ກ່ຽວກັບການຫຼອງລວງເທິງໂລກອອນລາຍໃນຮູບແບບຕ່າງໆ ແລະ ຊ່ວຍໃຫ້ຜູ້ຄົນນໍາໃຊ້ອິນເຕີເນັດໄດ້ຢ່າງປອດໄພ. ຫຼາຍປີທີ່ຜ່ານມາ, ຄົນສ່ວນຫຼາຍໄດ້ໃຊ້ວລາເທິງໂລກອອນລາຍຫຼາຍຂຶ້ນ ເນື່ອງຈາກສະພາບການຂອງໂລກ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ແອັບ Facebook ໄດ້ກາຍເປັນແພັດຟອມອັນດັບຕົ້ນໆທີ່ຜູ້ຄົນໃຊ້ເພື່ອແບ່ງປັນຂໍ້ມູນ ແລະ ເຊື່ອມຕໍ່ເຊິ່ງກັນແລະກັນ. ຜູ້ຄົນໄດ້ໃຊ້ເວລາສ່ວນໃຫຍ່ໃນມື້ໜຶ່ງ ເທິງໂລກອອນລາຍ, ບໍ່ແມ່ນພຽງແຕ່ສຳລັບການສຶກສາ ແລະ ເຮັດວຽກອອນລາຍເທົ່ານັ້ນ, ແຕ່ຍັງລວມເຖິງການຮັບຂໍ້ມູນຂ່າວສານ, ເຊື່ອມຕໍ່ກັບໝູ່ເພື່ອນ, ຄອບຄົວ, ແລະ ຊຸມຊົນຂອງພວກເຂົາ, ການຄ້າຂາຍອອນລາຍ, ຕະຫຼອດເຖິງການຕິດຕໍ່ສື່ສານເຊິ່ງກັນແລະກັນ.

ພວກເຮົາປະຕິບັດຢ່າງຈິງຈັງໃນການລຶບກິດຈະກຳຕ່າງໆທີ່ຜິດຕໍ່ກົດໝາຍອອກຈາກແພັດຟອມ ໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້, ແລະ ປຸກລະດົມໃຫ້ຜູ້ໃຊ້ງານ ລາຍງານກິດຈະກຳຕ່າງໆທີ່ໜ້າສົງໃສເທິງແພັດຟອມຂອງພວກເຮົາຢ່າງເຄັ່ງຄັດ. 

ວິດີໂອຊຸດດັ່ງກ່າວ ຈະລວມສ່ວນສຳຄັນຂອງລາຍລະອຽດຕ່າງໆ ທີ່ຖືກສ້າງຂຶ້ນໂດຍ ຜູ້ຊ່ຽວຊານຊັ້ນນຳດ້ານຄວາມປອດໄພຈາກ Meta, ເຊິ່ງພວກເຮົາມີພະນັກງານທີ່ເຮັດໜ້າທີ່ດ້ານຄວາມປອດໄພ ຫຼາຍກວ່າ 35,000 ຄົນ ທີ່ເຮັດໜ້າທີ່ຄົ້ນຄວ້າກ່ຽວກັບຮູບແບບການສໍ້ໂກງທາງອອນລາຍທີ່ແຜ່ຫຼາຍ ລວມໄປເຖິງ ມິດສາຊີບໃນຮູບແບບຕ່າງໆເປັນຕົ້ນແມ່ນ: ມິດສາຊີບໃນຮູບແບບກູ້ຢືມ, ມິດສາຊີບໃນຮູບແບບການຊື້ຫວຍ, ມິດສາຊີບໃນຮູບແບບຄວາມຮັກ, ມິດສາຊີບໃນຮູບແບບການຈ້າງງານ, ແລະ ມິດສາຊີບໃນຮູບແບບການຊື້ຂາຍອອນລາຍ.​

ນີ້ແມ່ນ ບາງສ່ວນຂອງມິດສາຊີບທາງອອນລາຍທີ່ພົບເຫັນເລື້ອຍທີ່ສຸດ:

  1. ມິດສາຊີບໃນຮູບແບບຄວາມຮັກ:

ອ້າງວ່າພວກເຂົາກຳລັງຊອກຫາຄົນຮັກ ຫຼື ມິດຕະພາບ, ແຕ່ຄວາມຈິງແລ້ວ ພວກເຂົາພຽງຕ້ອງການເງິນເທົ່ານັ້ນ. ເຮົາຕ້ອງຈື່ໄວ້ວ່າ, ຫ້າມຮັບຄົນແປກໜ້າເປັນໝູ່ຢ່າງເດັດຂາດ.

  1. ມິດສາຊີບໃນຮູບແບບການຊື້ຫວຍ:

ອ້າງວ່າທ່ານໄດ້ຮັບເງິນລາງວັນ ແລະ ຂໍໃຫ້ຊຳລະຄ່າບໍລິການ ກ່ອນທີ່ຈະໄດ້ຮັບເງິນລາງວັນດັ່ງກ່າວ. ແຕ່ຄວາມຈິງແລ້ວ, ລາງວັນນັ້ນ ບໍ່ມີຢູ່ຈິງ. ຫ້າມໂອນເງິນ ຫຼື ສົ່ງຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ.

  1. ມິດສາຊີບໃນຮູບແບບການກູ້ຢືມ:

ຍື່ນຂໍ້ສະເໜີການກູ້ຢືມໃນອັດຕາດອກເບ້ຍຕໍ່າ, ແຕ່ພວກເຂົາພຽງແຕ່ຕ້ອງການຄ່າບໍລິການເທົ່ານັ້ນ. ສະນັ້ນ, ຖ້າເບິ່ງແລ້ວ ຄືດີ ຈົນເກີນຄວາມເປັນຈິງ, ແປວ່າ ນັ້ນກໍຄວນຈະບໍ່ແມ່ນຄວາມຈິງ. ທ່ານຕ້ອງສຶກສາປະຫວັດຂອງຄົນທີ່ທ່ານກຳລັງຕົກລົງນຳຢູ່ສະເໝີ.

  1. ມິດສາຊີບໃນຮູບແບບການຈ້າງງານ:

ລໍ້ລວງໃຫ້ທ່ານສົ່ງຂໍ້ມູນສ່ວນຕົວໃຫ້ພວກເຂົາ ດ້ວຍການສະເໜີວຽກທີ່ບໍ່ມີຢູ່ຈິງ. ທ່ານຕ້ອງຈື່ໄວ້ວ່າ, ຫ້າມສົ່ງຂໍ້ມູນສ່ວນຕົວໃຫ້ກັບຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ.

  1. ມິດສາຊີບໃນຮູບແບບການຊື້ຂາຍອອນລາຍ:

ລໍ້ລວງໃຫ້ທ່ານຊື້ສິນຄ້າຕ່າງໆໃນລາຄາທີ່ຖືກ, ແຕ່ວ່າສິນຄ້າດັ່ງກ່າວນັ້ນ ບໍ່ມີຢູ່ຈິງ. ສະນັ້ນ, ທ່ານຄວນລະວັງຂໍ້ສະເໜີທີ່ດີຈົນເກີນເປັນຄວາມຈິງ ແລະ ສັ່ງຊື້ແຕ່ກັບຜູ້ຂາຍເຄື່ອງອອນລາຍທີ່ສາມາດເຊື່ອຖືໄດ້ເທົ່ານັ້ນ.

ພວກເຮົາທຸກຄົນມີໜ້າທີ່ຮັບຜິດຊອບໃນການປ້ອງກັນຕົວເອງຈາກການຫຼອກລວງທາງອອນລາຍ ແລະ ຮັບປະກັນຄວາມປອດໄພໃນການນຳໃຊ້ອິນເຕີເນັດຂອງຕົວເຮົາເອງ. ແລະນີ້ແມ່ນ 5 ເຄັດລັບງ່າຍໆ ເພື່ອຊ່ວຍໃຫ້ທ່ານສາມາດປ້ອງກັນຕົວເອງຈາກການສໍ້ໂກງເທິງໂລກອອນລາຍ:

  1. ຫ້າມໂອນເງິນ ຫຼື ສົ່ງຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ.
  2. ຫ້າມກົດເຂົ້າລິ້ງທີ່ທ່ານບໍ່ຮູ້ຈັກ
  3. ຫ້າມບອກລະຫັດຜ່ານຂອງທ່ານກັບຄົນອື່ນຢ່າງເດັດຂາດ.
  4. ຫ້າມຮັບຄົນແປກໜ້າເປັນໝູ່ຢ່າງເດັດຂາດ.
  5. ຕັ້ງຄ່າລະບົບການຢືນຢັນຕົວຕົນແບບ 2ຂັ້ນຕອນ.

ທ່ານສາມາດຕິດຕາມ ເພຈ Facebook ຂອງ InsideLaos ໃນຕະຫຼອດອາທິດນີ້ ເພື່ອຮຽນຮູ້ກ່ຽວກັບຮູບແບບຂອງການຫຼອກລວງທີ່ແຜ່ຫຼາຍ ຜ່ານວິດີໂອຊຸດດັ່ງກ່າວ ແລະ ມາເຈາະເລິກກ່ຽວກັບເຄັດລັບທີ່ຈະຊ່ວຍໃຫ້ທ່ານ ແລະ ຄົນທີ່ທ່ານຮັກນໍາໃຊ້ອິນເຕີເນັດໄດ້ຢ່າງປອດໄພ.

ນອກຈາກນີ້, ທ່ານຍັງສາມາດເບິ່ງຂໍ້ມູນ ແລະ ເຄັດລັບໃນການນຳໃຊ້ອິນເຕີເນັດຢ່າງປອດໄພເພີ່ມເຕີມ ໄດ້ທີ່ https://www.facebook.com/help.

ວັນຄວາມປອດໄພທາງອິນເຕີເນັດ: Meta ເປີດໂຕວິດີໂອຊີຣີ້ “ວິທີການຕໍ່ຕ້ານການຫຼອງລວງອອນລາຍ” ເພື່ອຊ່ວຍໃຫ້ຄົນລາວນໍາໃຊ້ອິນເຕີເນັດໄດ້ຢ່າງປອດໄພ.

ການເຂົ້າເຖິງອິນເຕີເນັດ ແລະ ອຸປະກອນຕ່າງໆຈະມາພ້ອມກັບຄວາມຮັບຜິດຊອບທີ່ຕາມມາຢູ່ສະເໝີ. ການທີ່ຜູ້ຄົນໃຊ້ເວລາເທິງໂລກອອນລາຍຫຼາຍຂຶ້ນ ກໍເປັນການເປີດໂອກາດໃຫ້ບັນດາອາດຊະຍາກອນອອນລາຍເຊັ່ນກັນ ແລະ ມັນມີການເພີ່ມຂຶ້ນຢູ່ເລື້ອຍໆໃນຫຼາກຫຼາຍຮູບແບບ. ມັນແມ່ນຄວາມມຸ່ງໝັ້ນຂອງ Facebook ຈາກ Meta, ແພັດຟອມອັນດັບຕົ້ນໆໃນຊຸມຊົນຂອງພວກເຮົາ, ໃນການສ້າງສະພາບແວດລ້ອມ ແລະ ຮັບປະກັນຄວາມປອດໄພໃຫ້ກັບທຸກໆຄົນ.

ເພື່ອເປັນການສະເຫຼີມສະຫຼອງ ວັນຄວາມປອດໄພທາງອິນເຕີເນັດ ເຊິ່ງກົງກັບວັນທີ 8 ເດືອນກຸມພາ, Meta ໄດ້ປ່ອຍວິດີໂອຊີຣີ້ “ວິທີການຕໍ່ຕ້ານການຫຼອງລວງອອນລາຍ” ໂດຍນໍາໃຊ້ຄຳແປພາສາລາວ ແລະ ຮູບພາບປະກອບ ເພື່ອສ້າງຄວາມຮັບຮູ້ກ່ຽວກັບການຫຼອງລວງເທິງໂລກອອນລາຍໃນຮູບແບບຕ່າງໆ ແລະ ຊ່ວຍໃຫ້ຜູ້ຄົນນໍາໃຊ້ອິນເຕີເນັດໄດ້ຢ່າງປອດໄພ. ຫຼາຍປີທີ່ຜ່ານມາ, ຄົນສ່ວນຫຼາຍໄດ້ໃຊ້ວລາເທິງໂລກອອນລາຍຫຼາຍຂຶ້ນ ເນື່ອງຈາກສະພາບການຂອງໂລກ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ແອັບ Facebook ໄດ້ກາຍເປັນແພັດຟອມອັນດັບຕົ້ນໆທີ່ຜູ້ຄົນໃຊ້ເພື່ອແບ່ງປັນຂໍ້ມູນ ແລະ ເຊື່ອມຕໍ່ເຊິ່ງກັນແລະກັນ. ຜູ້ຄົນໄດ້ໃຊ້ເວລາສ່ວນໃຫຍ່ໃນມື້ໜຶ່ງ ເທິງໂລກອອນລາຍ, ບໍ່ແມ່ນພຽງແຕ່ສຳລັບການສຶກສາ ແລະ ເຮັດວຽກອອນລາຍເທົ່ານັ້ນ, ແຕ່ຍັງລວມເຖິງການຮັບຂໍ້ມູນຂ່າວສານ, ເຊື່ອມຕໍ່ກັບໝູ່ເພື່ອນ, ຄອບຄົວ, ແລະ ຊຸມຊົນຂອງພວກເຂົາ, ການຄ້າຂາຍອອນລາຍ, ຕະຫຼອດເຖິງການຕິດຕໍ່ສື່ສານເຊິ່ງກັນແລະກັນ.

ພວກເຮົາປະຕິບັດຢ່າງຈິງຈັງໃນການລຶບກິດຈະກຳຕ່າງໆທີ່ຜິດຕໍ່ກົດໝາຍອອກຈາກແພັດຟອມ ໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້, ແລະ ປຸກລະດົມໃຫ້ຜູ້ໃຊ້ງານ ລາຍງານກິດຈະກຳຕ່າງໆທີ່ໜ້າສົງໃສເທິງແພັດຟອມຂອງພວກເຮົາຢ່າງເຄັ່ງຄັດ. 

ວິດີໂອຊຸດດັ່ງກ່າວ ຈະລວມສ່ວນສຳຄັນຂອງລາຍລະອຽດຕ່າງໆ ທີ່ຖືກສ້າງຂຶ້ນໂດຍ ຜູ້ຊ່ຽວຊານຊັ້ນນຳດ້ານຄວາມປອດໄພຈາກ Meta, ເຊິ່ງພວກເຮົາມີພະນັກງານທີ່ເຮັດໜ້າທີ່ດ້ານຄວາມປອດໄພ ຫຼາຍກວ່າ 35,000 ຄົນ ທີ່ເຮັດໜ້າທີ່ຄົ້ນຄວ້າກ່ຽວກັບຮູບແບບການສໍ້ໂກງທາງອອນລາຍທີ່ແຜ່ຫຼາຍ ລວມໄປເຖິງ ມິດສາຊີບໃນຮູບແບບຕ່າງໆເປັນຕົ້ນແມ່ນ: ມິດສາຊີບໃນຮູບແບບກູ້ຢືມ, ມິດສາຊີບໃນຮູບແບບການຊື້ຫວຍ, ມິດສາຊີບໃນຮູບແບບຄວາມຮັກ, ມິດສາຊີບໃນຮູບແບບການຈ້າງງານ, ແລະ ມິດສາຊີບໃນຮູບແບບການຊື້ຂາຍອອນລາຍ.​

ນີ້ແມ່ນ ບາງສ່ວນຂອງມິດສາຊີບທາງອອນລາຍທີ່ພົບເຫັນເລື້ອຍທີ່ສຸດ:

  1. ມິດສາຊີບໃນຮູບແບບຄວາມຮັກ:

ອ້າງວ່າພວກເຂົາກຳລັງຊອກຫາຄົນຮັກ ຫຼື ມິດຕະພາບ, ແຕ່ຄວາມຈິງແລ້ວ ພວກເຂົາພຽງຕ້ອງການເງິນເທົ່ານັ້ນ. ເຮົາຕ້ອງຈື່ໄວ້ວ່າ, ຫ້າມຮັບຄົນແປກໜ້າເປັນໝູ່ຢ່າງເດັດຂາດ.

  1. ມິດສາຊີບໃນຮູບແບບການຊື້ຫວຍ:

ອ້າງວ່າທ່ານໄດ້ຮັບເງິນລາງວັນ ແລະ ຂໍໃຫ້ຊຳລະຄ່າບໍລິການ ກ່ອນທີ່ຈະໄດ້ຮັບເງິນລາງວັນດັ່ງກ່າວ. ແຕ່ຄວາມຈິງແລ້ວ, ລາງວັນນັ້ນ ບໍ່ມີຢູ່ຈິງ. ຫ້າມໂອນເງິນ ຫຼື ສົ່ງຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ.

  1. ມິດສາຊີບໃນຮູບແບບການກູ້ຢືມ:

ຍື່ນຂໍ້ສະເໜີການກູ້ຢືມໃນອັດຕາດອກເບ້ຍຕໍ່າ, ແຕ່ພວກເຂົາພຽງແຕ່ຕ້ອງການຄ່າບໍລິການເທົ່ານັ້ນ. ສະນັ້ນ, ຖ້າເບິ່ງແລ້ວ ຄືດີ ຈົນເກີນຄວາມເປັນຈິງ, ແປວ່າ ນັ້ນກໍຄວນຈະບໍ່ແມ່ນຄວາມຈິງ. ທ່ານຕ້ອງສຶກສາປະຫວັດຂອງຄົນທີ່ທ່ານກຳລັງຕົກລົງນຳຢູ່ສະເໝີ.

  1. ມິດສາຊີບໃນຮູບແບບການຈ້າງງານ:

ລໍ້ລວງໃຫ້ທ່ານສົ່ງຂໍ້ມູນສ່ວນຕົວໃຫ້ພວກເຂົາ ດ້ວຍການສະເໜີວຽກທີ່ບໍ່ມີຢູ່ຈິງ. ທ່ານຕ້ອງຈື່ໄວ້ວ່າ, ຫ້າມສົ່ງຂໍ້ມູນສ່ວນຕົວໃຫ້ກັບຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ.

  1. ມິດສາຊີບໃນຮູບແບບການຊື້ຂາຍອອນລາຍ:

ລໍ້ລວງໃຫ້ທ່ານຊື້ສິນຄ້າຕ່າງໆໃນລາຄາທີ່ຖືກ, ແຕ່ວ່າສິນຄ້າດັ່ງກ່າວນັ້ນ ບໍ່ມີຢູ່ຈິງ. ສະນັ້ນ, ທ່ານຄວນລະວັງຂໍ້ສະເໜີທີ່ດີຈົນເກີນເປັນຄວາມຈິງ ແລະ ສັ່ງຊື້ແຕ່ກັບຜູ້ຂາຍເຄື່ອງອອນລາຍທີ່ສາມາດເຊື່ອຖືໄດ້ເທົ່ານັ້ນ.

ພວກເຮົາທຸກຄົນມີໜ້າທີ່ຮັບຜິດຊອບໃນການປ້ອງກັນຕົວເອງຈາກການຫຼອກລວງທາງອອນລາຍ ແລະ ຮັບປະກັນຄວາມປອດໄພໃນການນຳໃຊ້ອິນເຕີເນັດຂອງຕົວເຮົາເອງ. ແລະນີ້ແມ່ນ 5 ເຄັດລັບງ່າຍໆ ເພື່ອຊ່ວຍໃຫ້ທ່ານສາມາດປ້ອງກັນຕົວເອງຈາກການສໍ້ໂກງເທິງໂລກອອນລາຍ:

  1. ຫ້າມໂອນເງິນ ຫຼື ສົ່ງຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ.
  2. ຫ້າມກົດເຂົ້າລິ້ງທີ່ທ່ານບໍ່ຮູ້ຈັກ
  3. ຫ້າມບອກລະຫັດຜ່ານຂອງທ່ານກັບຄົນອື່ນຢ່າງເດັດຂາດ.
  4. ຫ້າມຮັບຄົນແປກໜ້າເປັນໝູ່ຢ່າງເດັດຂາດ.
  5. ຕັ້ງຄ່າລະບົບການຢືນຢັນຕົວຕົນແບບ 2ຂັ້ນຕອນ.

ທ່ານສາມາດຕິດຕາມ ເພຈ Facebook ຂອງ InsideLaos ໃນຕະຫຼອດອາທິດນີ້ ເພື່ອຮຽນຮູ້ກ່ຽວກັບຮູບແບບຂອງການຫຼອກລວງທີ່ແຜ່ຫຼາຍ ຜ່ານວິດີໂອຊຸດດັ່ງກ່າວ ແລະ ມາເຈາະເລິກກ່ຽວກັບເຄັດລັບທີ່ຈະຊ່ວຍໃຫ້ທ່ານ ແລະ ຄົນທີ່ທ່ານຮັກນໍາໃຊ້ອິນເຕີເນັດໄດ້ຢ່າງປອດໄພ.

ນອກຈາກນີ້, ທ່ານຍັງສາມາດເບິ່ງຂໍ້ມູນ ແລະ ເຄັດລັບໃນການນຳໃຊ້ອິນເຕີເນັດຢ່າງປອດໄພເພີ່ມເຕີມ ໄດ້ທີ່ https://www.facebook.com/help.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...