“ບຸນຂີໂອນຊາ” ຂອງຊົນເຜົ່າອາຄາ, ເມືອງລອງ, ແຂວງ ຫຼວງນໍ້າທາ ກ່ອນຈະກ້າວເຂົ້າສູ່ລະດູການເກັບກ່ຽວເຂົ້າໄຮ່ ເຂົ້ານາປີ ຂອງທຸກໆປີ, ຈະມີການຈັດງານ ບຸນຂີ່ໂອນຊາ ຂຶ້ນໃນລະຫວ່າງ ເດືອນ ກັນຍາ ຂອງທຸກໆປີ, ໂດຍງານບຸນດັ່ງກ່າວຕາມການເລົ່າຂານກັນມາວ່າມີມາຕັ້ງແຕ່ສະໄໝ “ສຸມີໂອ” ເຊິ່ງເປັນບຸກຄົນທໍາອິດ ໃນການນໍາພາຈັດງານດັ່ງກ່າວ ມາຈົນເຖິງທຸກວັນນີ້.
ຈຸດປະສົງການຈັດງານ “ບຸນຂີໂອນຊາ” ຂອງ ເຜົ່າອາຄາ ກໍເພື່ອເຕົ້າໂຮມຄວາມສາມັກຄີ ແລະ ເຮັດຮີດເຮັດຄອງໃນການກະກຽມ ກ້າວເຂົ້າສູ່ລະດູການເກັບກ່ຽວ ເຊື່ອກັນວ່າຖ້າຈັດງານບຸນດັ່ງກ່າວ ຂຶ້ນແລ້ວ ກໍຈະເຮັດໃຫ້ ຕົ້ນເຂົ້າມີຄວາມຈະເລີນງອກງາມ ແລະ ສາມາດເກັບກ່ຽວຜົນຜະລິດເຂົ້າໄດ້, ຖ້າບ້ານໃດ ຍັງບໍ່ທັນໄດ້ຈັດງານບຸນນີ້ ກໍບໍ່ສາມາດເກັບກ່ຽວຜົນຜະລິດເຂົ້າໄດ້ເທື່ອ. ເຊິ່ງງານບຸນນີ້ຈະຈັດຕາມປະເພນີຢູ່ 5 ມື້ລຽນຕິດ.
ເຊິ່ງມື້ທໍາອິດຂອງງານບຸນ ແຕ່ລະຄອບຄົວ ໄດ້ມີການຂ້າໄກ່ ເພື່ອກະກຽມເຄື່ອງໄຫວ້ບູຊາຕ່າງໆ ໃຫ້ຜີເຮືອນ ຢູ່ເຮືອນໃຜເຮືອນລາວ ແລ້ວເລືອກຜູ້ທີ່ເປັນເຈົ້າບ້ານ, ສໍາຫຼັບຜູ້ທີ່ສາມາດເປັນເຈົ້າບ້ານ ຕ້ອງເປັນບຸກຄົນເກີດມື້ດີ ໝາຍຄວາມວ່າ ບໍ່ກົງກັບມື້ວັນເກີດຂອງຕົນເອງ ແລະ ຄອບຄົວ ບໍ່ກົງກັບມື້ຕາຍ ຂອງຄົນພາຍໃນຄອບຄົວ.
ຫຼັງຈາກນັ້ນມື້ທີ 2 ທຸກຄົນພາຍໃນບ້ານ ໂດຍສະເພາະແມ່ນຊາຍໜຸ່ມ ໄດ້ພ້ອມພາກັນ ຕັດໄມ້ເພື່ອມາຕັ້ງ ໂອນຊາ ຢູ່ທີ່ຫົວບ້ານເອົາໄວ້ໃຊ້ເປັນບ່ອນຂັບລໍາ, ເລົ່ານິທານ ບ່ອນຫຼິ້ນຂອງບ່າວ-ສາວ, ເດັກນ້ອຍ ແລະ ຜູ້ມາຢ້ຽມຢາມ, ສໍາຫຼັບບ່ອນນັ່ງຂອງບ່າວ-ສາວ ແມ່ນຖ້າອັນເກົ່າມີມາແຕ່ປີກາຍຍັງສາມາດໃຊ້ການໄດ້ກໍຈະໃຊ້ ອັນເກົ່າ, ຖ້າບໍ່ສາມາດໃຊ້ການໄດ້ ກໍຈະພ້ອມພາກັນສ້ອມແປງໃນມື້ຕັ້ງໂອນຊາ ນັ້ນເລີຍ!.
ຕໍ່ມາມື້ທີ 3 ພາຍຫຼັງທີ່ເຮັດຮີດຄອງທານໃຫ້ຜີເຮືອນແຕ່ເຊົ້າແລ້ວ, ກໍໄດ້ມີການກະກຽມອາຫານ ເປັນຕົ້ນແມ່ນ ຂ້າໝູ່, ຂ້າງົວ, ຂ້າຄວາຍ, ຕາມແຕ່ລະຄອບຄົວ ທີ່ມີເງື່ອນໄຂ ເພື່ອເປັນການກະກຽມອາຫານໄວ້ຕ້ອນຮັບແຂກຜູ້ທີມາຢ້ຽມຢາມ ຮ່ວມກິນ ຮ່ວມທານ ຮ່ວມມ່ວນຊື່ນນໍາກັນ ໂດຍມີການພົບປະສ້າງສັນ ຢ້ຽມຢາມໄປຕາມແຕ່ລະຄອບຄົວ.
ມາມື້ທີ 4 ແມ່ນໄດ້ມີການກໍາບ້ານ ໂດຍມີການຕັດໄມ້ເຮັດມີດ, ເຮັດດາບ, ເຮັດຂວານ ແລະ ອື່ນໆ ເພື່ອເປັນການໄລຜີສາງນາງຮ້າຍ ແລະ ສິ່ງທີບໍ່ດີຕ່າງໆ ອອກຈາກໝູ່ບ້ານ ໂດຍເລີ່ມຈາກເຮືອນເຈົ້າບ້ານ ໄປຈົນໝົດທຸກໆ ຄອບຄົວຈໍານວນ 3 ຮອບ, ແລ້ວຫຼັງຈາກນັ້ນ ກໍໄດ້ພ້ອມພາກັນມາຮ່ວມຮັບປະທານອາຫານ ທີ່ເຮືອນເຈົ້າບ້ານ ເພື່ອເປັນການລ້ຽງທົດແທນໃຫ້ແກ່ລູກບ້ານ ທີຜ່ານມາໄດ້ນໍາເອົາຊີ້ນປາອາຫານ ເປັນຕົ້ນແມ່ນຄົວເຮືອນໃດໄດ້ສັດປ່າມາ ຄົວເຮືອນນັ້ນກໍຈະແບ່ງປັນໃຫ້ເຈົ້າບ້ານ ໂດຍສະເພາະ ແມ່ນກະດູກຂ້າງຂອງສັດທີ່ຫາມາໄດ້, ຫຼັງຈາກນັ້ນແລ້ວ ກໍພ້ອມພາກັນເອົາເຂົ້າໜົມ, ເຂົ້າຕົ້ມ, ໝາກໄມ້, ອາຫານຕ່າງໆ ຂຶ້ນໄປທີ່ ໂອນຊາ ຫົວບ້ານເພື່ອໄວ້ກິນພ້ອມກັນ ແລ້ວເອົາໂອນຊາຂຶ້ນຫ້ອຍໄວ້ເທິງ ຫຼັງຈາກນັ້ນ ກໍບໍ່ສາມາດຂີ່ໂອນຊາໄດ້.
ຕໍ່ມາມື້ທີ 5 ມື້ສຸດທ້າຍຂອງງານບຸນ ແຕ່ລະຄອບຄົວກໍໄດ້ໄປເກັບແມງໄມ້, ແມງປວກສັດຕູພຶດຕ່າງໆ ໂດຍສະເພາະສັດປະເພດກິນເຂົ້າ ນໍາມາຫໍໃສ່ໃບຕອງແລ້ວມາປັກໃສ່ແຄມທາງ, ສ່ວນຊາວໜຸ່ມບ້ານ ໂດຍສະເພາະ ບ່າວ-ສາວ ຜູ້ສາວພາຍໃນບ້ານກໍໄດ້ພ້ອມພາກັນໄປຂາຍເຄື່ອງ, ຂາຍເຂົ້າໜົມ, ເຫຼົ້າຢາ, ໃຫ້ກັບຜູ້ບ່າວຢູພາຍໃນບ້ານ ແລະ ມາກຈາກບ້ານອື່ນ ຢູ່ທີໂອນຊາຫົວບ້ານ ໂດຍຜູ້ບ່າວໄດ້ພ້ອມພາກັນມາຊື້ແລ້ວພາກັນພົບປະສ້າງສັນກິນຊຸຸມແຊວນໍາກັນຢູ່ທີໂອນຊາຫົວບ້ານຢ່າງເບີກບານມ່ວນຊື່ນ.
ຂໍ້ມູນຈາກ:Muanglong Tourism ສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງລອງ
Hits: 2