“ຜາສາດຫີນວັດພູ” ກັບປະຫວັດຄວາມເປັນມາ.

“ຜາສາດຫີນວັດພູ” ເປັນບູຮານສະຖານຸທີ່ ຕັ້ງຢູ່ພາກໃຕ້ຂອງ ລາວ ທີ່ເມືອງ ແລະ ແຂວງ ຈຳປາສັກ ຊຶ່ງເປັນແຂວງທີ່ມີຊາຍແດນຕິດກັບ ປະເທດກຳປູເຈຍ ຫ່າງຈາກ ອັງກໍວັດ ປະມານ 200 ກິໂລແມັດ ແລະ ປະມານ 1 ຊົ່ວໂມງ ຈາກ ນະຄອນປາກເຊ.

“ຜາສາດຫີນວັດພູ” ຫຼື ຫຼາຍຄົນມັກເອີ້ນກັນວ່າ “ວັດພູຈຳປາສັກ” ໄດ້ຖືກຮັບຮອງ ໃຫ້ເປັນມໍລະດົກໂລກທາງ ວັດທະນະທຳ ຈາກອົງການ ຢູເນສໂກ (UNESCO) ຊຶ່ງເປັນສະຖາປັດຕະຍະກຳພິເສດແຫ່ງໜຶ່ງ ທີ່ເກົ່າແກ່, ເປັນອາຄານກົກເຄົ້າ ທີ່ສ້າງຂື້ນໃນ ສະຕະວັດ ທີ 6, ຈາກນັ້ນກໍມີການຕໍ່ເຕີມຕາມຍຸກສະໄໝ.

ມາຮອດສະຕະວັດທີ 15. ວັດພູ ເປັນບູຮານສະຖານທີ່ໄດ້ອິດທິພົນ ທາງດ້ານວັດທະນະທຳ ມາຈາກຫຼາຍແຫ່ງ ຊຶ່ງລວມມີສິລະປະຂອມ, ອິນດູ ແລະ ພຸດ ຕາມຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນ ໃນລວດລາຍສິລະປະຕາມສະຖານທີ່ຕ່າງໆ ໃນຂົງເຂດວັດແຫ່ງນີ້ ບໍ່ວ່າຈະເປັນຮີດຄອງ ຫຼື ການເຊື່ອຖື. ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດ ປັດຈຸບັນ ຂອງວັດພູ ທີ່ເລີ່ມສ້າງມາແຕ່ ຈ.ສ 1000 ກໍໍ່ຄື: ສິລະປະຂອງອິນດູ ໂດຍມີການເຊື່ອຖືເທບພະເຈົ້າ ຂອງ ສາສະໜາອິນດູ, ຈາກປະກົດການທຳມະຊາດພູເກົ້າ ຊຶ່ງເປັນຈຸດປະກາຍຫຼັກໃນການມາສ້າງວັດພູ.

ສ່ວນປະກອບຂອງວັດ ມີຮູບຊົງໄຕຣມູມ, ເປັນລຳດັບ ຄືມີການຄິດໄລ່ທີ່ຊັດແຈ້ງເຊັ່ນ: ຮ່ອງນໍ້າ ທີ່ສົ່ງນໍ້າສັກສິດ ຍາວຢຽດອອກໄປເຖິງ 10 ກິໂລແມັດ ທີ່ສ້າງດ້ວຍຜູ້ຄົນ ໄດ້ອ້າງໃຫ້ຮູ້ເຖິງການອອກແບບຄັ້ງທຳອິດ ຂອງສັງຄົມຢູ່ໃນປະຫວັດສາດນຳອີກດ້ວຍ.

ການເລືອກສະຖານທີ່ສ້າງວັດພູ ແມ່ນເລືອກເອົາເສັ້ນຂະໜານທິດຕາ ເວັນອອກ-ຕາເວັນຕົກ ເປັນຫຼັກ,ເຊັ່ນດຽວກັນກັບຈອມພູເກົ້າ ຊຶ່ງປະກອບກັບປະກົດການທາງທຳມະຊາດ ຮ່ວມກັບແນວຄິດຂອງ ພຣະສີວະ ສາສະໜາອິນດູ. ການຖືຕາເວັນຂຶ້ນ ກໍໍ່ມີຄວາມກ່ຽວພັນກັບ ພຣະສີວະ, ດັ່ງນັ້ນ ມັນຈຶ່ງໄດ້ເກີດມີການເລືອກທິດທາງງ ໃຫ້ມັນໄປລວງດຽວກັບທິດຕາເວັນອອກ-ຕາເວັນຕົກ.

ຫຼັງຈາກຫຼາຍ ສະຕະວັດ ຂອງການລີ້ຊ້ອນຢູ່ໃນຄວາມຊຸດໂຊມ, ຖືກປົກປິດໄວ້ຢູ່ໃນປ່າ, ນັກສຳຫຼວດທາງ ຊາວຝຣັ່ງ, ທ່ານ ອອງຣີ ປາກມອງຈີເອ, ຈຶ່ງໄດ້ຄົ້ນພົບ ວັດພູ ຄືນອີກໃນປີ 1914. ຫຼັງຈາກໄດ້ຖ່າຍຮູບເອົາສະຖານທີ່ນີ້ ແລ້ວ, ອີກຄັ້ງໜື່ງ ແລະ ກໍໍ່ມິດງຽບຫາຍໄປ, ຄວາມສົນໃຈໄດ້ກັບຄືນມາອີກເທື່ອໃໝ່ ໃນກາງປີ 1980 ເວລາທີ່ອົງການ ຢູເນັດສໂກ (UNESCO) ໄດ້ເລີ່ມຕົ້ນລົງໄປສຳຫຼວດ ດ້ານບູຮານສະຖານ ຂອງສະຖານທີ່ແຫ່ງນີ້. ການລົງສຳຫຼວດໃນເທື່ອນີ້ ໄດ້ນຳໄປສູ່ການຈົດບັນທຶກເຂົ້າ ເປັນມໍລະດົກພາຍໃຕ້ການຄຸ້ມຄອງຂອງກົດໝາຍວ່າດ້ວຍ ມໍລະດົກທີ່ໄດ້ສ້າງຂຶ້ນ, ຊຶ່ງມີເນື້ອໃນວ່າ “ດ້ວຍການປົກປັກຮັກສາ ບູລະນະ ອະນຸລັກ ສະຖານທີ່ນີ້ໄວ້ ໃນປີ 2001”.

ຜາສາດຫີນວັດພູ ແບ່ງອອກເປັນ 3 ສ່ວນຄື:

ຜາສາດຊັ້ນລຸ່ມ

ຊາກຂອງບາລາຍສ່ວນໜ້າແຄມບໍ່ນ້ຳ ສ້າງຂຶ້ນມາໃໝ່ສະໄໝ ເຈົ້າບຸນອຸ້ມ ໃນປີ ຄ.ສ 1960 ໃຊ້ສະເດັດໃນພິທີສົງນ້ຳ ແລະ ຊົມປະເພນີແຂ່ງເຮືອ ເຊື່ອມຕໍ່ທາງເດີນຂະໜາບດ້ວຍເສົານາງລຽງ ລານດ້ານໜ້າຈະມີພໍ່ຄ້າແມ່ຄ້າ ນຳເອົາດອກໄມ້ທູບທຽນມາຈຳໜ່າຍ, ສ່ວນໂຄປຸລະຊັ້ນນອກ ມີບາລາຍຕັ້ງຢູ່ຄຽງຂ້າງກັນ ເປັນມຸມມະຫາຊົນ ສຳລັບຖ່າຍຮູບຂອງນັກທ່ອງທ່ຽວ ແລະ ເປັນພາບປະຊາສຳພັນຂອງ ປາສາດຫີນວັດພູ ແຫ່ງນີ້. ປັດຈຸບັນ ຢູ່ລະຫວ່າງການບູລະນະ ຊາວບ້ານຈະຮຽກບາລາຍ 2 ຫຼັງນີ້ວ່າ “ໂຮງທ້າວ” ແລະ “ໂຮງນາງ” ເປັນເໝືອນກັບຜາສາດໃນເມືອງພະນະຄອນທຸກແຫ່ງ ໃຊ້ສຳລັບເຮັດຄວາມສະອາດຊຳລະລ້າງຮ່າງກາຍກ່ອນຂຶ້ນໄປບູຊາເທວະສະຖານ.

ຜາສາດຊັ້ນກາງ

ດ້ານໜ້າຂອງໂຄປຸລະຊັ້ນກາງ ມີຮູບແກະສະຫຼັກເທວະຮູບຖືກະບອງ ຊາວບ້ານນໍາເອົາຜ້າເຫຼືອງມາຫົ່ມ ແລະ ກາງສັດ ສະທ້ອນຄວາມເຊື່ອທາງອິນດູ ເບິ່ງທີ່ມີອິດທິພົນຕໍ່ພຸດທະສາດສະໜາຂອງລາວ ຍ່າງຂຶ້ນຂັ້ນໄດສູງຊັນແຄບໆ ຕ້ອງໃຊ້ມື ແລະ ຕີນປີນ ຕາມຄວາມເຊື່ອຂອງຂອມ ທີ່ຕ້ອງການສະແດງໃຫ້ຜູ້ໄປນະມັດສະການ ສະແດງຄວາມເຄົາລົບ ໂດຍການໝອບຄານຂຶ້ນໄປ ສັກກາລະສິ່ງສັກສິດ, ສອງຂ້າງທາງເຕັມໄປດ້ວຍຕົ້ນຈຳປາ ເຊິ່ງເປັນດອກໄມ້ປະຈຳຊາດລາວ.

ຜາສາດຊັ້ນເທິງ

ເມື່ອຜ່ານທະວານບານ ເຖິງ ໂຄປຸລະຊັ້ນໃນ ທາງຂຶ້ນມີເທວະຮູບຕັ້ງຢູ່ ບ່ອນຍ່າງຂຶ້ນຖານຫີນ ຄ້າຍກຳແພງ 7 ຊັ້ນ ທີ່ມີຄວາມໝາຍເຖິງສະຫວັນທັງ 7 ຈົນເຖິງ ຜາສາດປະທານສ່ວນເທິງສຸດ ລັກສະນະພາຍນອກຂອງ ຜາສາດເກົ່າແກ່ ສ່ວນໜ້າ ແລະ ສ່ວນຍອດພັງທະລາຍລົງມາ ມີຫຼັງຄາສັງກະສີມຸງແທນ ສ່ວນທີ່ຍັງມີຄວາມສົມບູນຄື ທັບຫຼັງ ແກະສະຫຼັກເປັນຮູບພະອິນ ຊົງຊ້າງເອລາວັນ 3 ສຽນ, ດ້ານຂ້າງເປັນຮູບກິນນະລີ ແລະ ພະວິລຸນປະທັບພະຍາຄຸດ ວິຈິດສວຍງາມ, ຕາມເສົາກອບປະຕູທັງ 2 ຂ້າງມີຮູບແກະສະຫຼັກຂອງທ້າວວົດຕຸໂລກບານ ເໝືອນດັ່ງຍືນພິທັກຮັກສາຜາສາດ ແລະ ຮູບແກະສະຫຼັກນາງອັບສາ ທີ່ກອບທາງດ້ານຕະເວັນອອກ ບໍລິເວນປ່ອງຢ້ຽມແກະສະຫຼັກເປັນລູກໝາກວົດ, ດ້ານໃນຂອງຜາສາດປະດິດສະຖານ ພຣະພຸດທະຮູບສຳລິດຂະໜາດໃຫຍ່ ມີໂຕະໝູ່ບູຊາແບບຊາວພຸດ ຕັ້ງຢູ່ດ້ານໜ້າ ສ່ວນດ້ານນອກມີກຸ່ມເຈດີນ້ອຍໆ ສະຫຼັກເປັນຮູບເເຂ້ ແລະ ຊ້າງຕາມຕຳນານມູຣະຕິ.

ຂໍ້ມູນຈາກ:History of Laos ປະຫວັດສາດລາວ

More from author

Related posts

Advertismentspot_img

Latest posts

ເລີ່ມ 4 ມີນາ ຈະປັບຂຶ້ນຄ່າທຳນຽມ ແລະ ຄ່າບໍລິການ ອອກໜັງສືຜ່ານແດນທົ່ວໄປ

ກົມກົງສຸນ ໄດ້ໃຫ້ຮູ້ວ່າ: ຕາມລັດຖະບັນຍັດວ່າດ້ວຍການປັບປຸງບາງມາດຕາຂອງລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ໃນຂົງເຂດການຕ່າງປະເທດ, ສະບັບເລກທີ 001/ປປທ, ລົງວັນທີ 26 ມັງກອນ 2024, ຈະໄດ້ມີການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ຕາມລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກຳນົດຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນເປັນເງິນໂດລາ ເພື່ອເປັນບ່ອນອີງໃນການຈັດເກັບໃນລາຄາ ດັ່ງນີ້: ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ເອເລັກໂຕຣນິກ ລາຄາ 60 ໂດລາ ແລະ ບໍ່ແມ່ນເອເລັກໂຕຣນິກ ລາຄາ 40 ໂດລາ.

WhatsApp ເພີ່ມຟີເຈີໃໝ່ ສາມາດສະຫຼັບບັນຊີທີ່ໃຊ້ຄົນລະເບີໂທໄດ້.

ຍັງມີຢູ່ບໍ່ຜູ້ທີ່ໃຊ້ເບີຫຼາຍເບີ ເລີຍເຮັດໃຫ້ຕ້ອງໃຊ້ Whatsapp ຫຼາຍອັບໄປນໍ ປັດຈຸບັນທາງ WhatsApp ໄດ້ອັບບເດດຟີເຈີໃໝ່ເຂົ້າມາເຊິ່ງສາມາດເພີ່ມໄດ້ອີກເບີໂທ ຫຼືເພີ່ມບັນຊີໃໝ່ໄດ້ ເຊິ່ງຖ້າເປັນປົກກະຕິເຮົາຕ້ອງໃຊ້ການໂຄນແອັບຂອງ WhatsApp ເພື່ອມາງານໃຊ້ເບີທີສອງ.

ເປີດນໍາໃຊ້ທາງຫຼວງ ແຕ່ຂົວນໍ້າສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ.

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເປີດນໍາໃຊ້ ໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກ 11 ແຕ່ຂົວນໍ້າສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ເຊິ່ງໂຄງການກໍ່ສ້າງ ທາງເລກ 11 ມີຄວາມລວງຍາວ 104,98 ກິໂລແມັດ ແລະ ກໍ່ສ້າງທາງຊອຍແຕ່ ບ້ານໂນນສະຫວັນ ຫາ ເທດສະບານ ເມືອງຊະນະຄາມ ລວງຍາວ 16,55 ກິໂລແມັດ ເປັນໂຄງການບຸລິມະສິດຂອງລັດຖະບານ, ນອນຢູ່ໃນແຜນຍຸດທະສາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!