ຖ້າຈະເອີຍເຖິງ ວັດວາອາຮາມ ທີ່ເປັນສະຖານທີ່ສັກສິດ ຂອງເເຂວງ ຊຽງຂວາງ ແມ່ນມີຫຼາຍບ່ອນ, ແຕ່ທີ່ຢາກນຳສະເໜີແມ່ນ ວັດເພຍວັດ ເຊິ່ງເປັນວັດທີ່ເກົ່າແກ່ ແລະ ເປັນບ່ອນສັກກະລະບູຊາ ແລະ ກາບໄຫວ້ ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງຊາວຊຽງຂວາງ.
ວັດເພຍວັດ ຕັ້ງຢູ່ ເມືອງຄູນ, ແຂວງ ຊຽງຂວາງ ມີອາຍຸ ເກືອບພັນປີ ເຊິ່ງສະຖານທີ່ແຫ່ງນີ້ ເປັນບ່ອນທີ່ຊາວແຂວງ ຊຽງຂວາງ ໃຫ້ຄວາມເຄົາລົບ ແລະ ນັບຖື ເປັນບ່ອນສັກກະລະບູຊາ ແລະ ກາບໄຫວ້ ເປັນສະຖານທີ່ສັກສິດ ທີ່ເຊື່ອຖືກັນມາແຕ່ດົນນານ, ວັດເພຍວັດ ປຽບເໝືອນປະຕູທາງເຂົ້າເມືອງຄູນ ເພາະເວລາທີ່ນັກທ່ອງທ່ຽວເດີນທາງຜ່ານ ແລະ ເຂົ້າມາຢ້ຽມຢາມ ແຂວງ ຊຽງຂວາງ ກ່ອນຈະເຂົ້າຕົວ ເມືອງຄູນ ກໍຈະຮອດ ວັດເພຍວັດກ່ອນ ເຊິ່ງຕັ້ງຢູ່ທາງເຂົ້າເມືອງ, ຍ້ອນມີເອກະລັກພິເສດ ເພາະຢູ່ເຂດວັດນີ້ມີຊາກເສົາເກົ່າແກ່ຕັ້ງຊີ້ຟ້າ ໂດຍປາສະຈາກຫຼັງຄາ ຍ້ອນຖືກທຳລາຍໃນປາງສົງຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ ແມ່ນຍັງມີພະພຸດທະຮູບອົງໃຫຍ່ຕັ້ງສະຫງ່າຢູ່.
ຕາມການບອກເລົ່າ ທີ່ສືບສານກັນມາຫຼາຍຮ້ອຍປີວ່າ: ວັດເພຍວັດ ຖືກສ້າງຂຶ້ນໃນປີ ຈຸນລະສັກກະລາດ 744 ຫຼື ຈສ 744 ເຊິ່ງເປັນແຫ່ງທໍາອິດທີ່ສ້າງຂຶ້ນຢູ່ດິນ ເມືອງພວນ ມີເຈົ້າລານາຄໍາກອງ ເປັນອາດຍາປົກຄອງເມືອງ ໄດ້ນຳພາປະຊາຊົນ ໂດຍມີອາຈານທຳມະຄາຖາຜູ້ທີ່ເຄີຍສ້າງວັດຢູ່ເມືອງ ຫຼວງພະບາງ ມາແລ້ວ ນຳພາສ້າງ. ຫຼັງຈາກສ້າງສຳເລັດ ເຈົ້າລານຄຳກອງ ໄດ້ອັນເຊີນພະພຸດທະຮູບອົງສັກສິດ (ພະເຈົ້າອົງຕື້) ຈາກ ຫົງສາວະດີ (ມຽນມາ ໃນ ປັດຈຸບັນ) ມາປະທັບໄວ້ວັດດັ່ງກ່າວ.
ໃນຍຸກນັ້ນ ເມືອງພວນ ຈະເລີນຮຸ່ງເຮືອງທີ່ສຸດ ດັ່ງນັ້ນ, ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນຂອງ ພະສົງ-ສາມະເນນ. ແຕ່ພໍຕົກມາຊຸມປີ ຈສ 1287 ຫຼື ປີ ຄສ 1874 ສົງຄວາມພາຍນອກ ໄດ້ເຂົ້າມາມ້າງເພທຳລາຍ ເຊິ່ງພວກເຂົາໄດ້ຕັດແຂນຊ້າຍ ຂອງພະເຈົ້າອົງຕື້ອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ.
ມາຮອດ ຄສ 1953 ໄດ້ຖືກສົງຄາມ ຂອງ ຈັກກະພັດຝຣັ່ງ ທໍາລາຍສິມ ແລະ ພະພຸດທະຮູບ ຈົນເພພັງຢ່າງຫນັກ, ຕໍ່ມາປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄໍາ) ເປັນເຈົ້າປົກຄອງ ເມືອງພວນ ນຳພາປະຊາຊົນ ປະຕິສັງຂອນວັດ ແລະ ສິມຄືນໃໝ່ ໃຫ້ສວຍງາມເໝືອນດັ່ງສະໄໝກ່ອນ. ແຕ່ຄວາມສວຍງາມຂອງວັດກໍໄດ້ຫາຍໄປອີກ ເພາະອີກ 15 ປີຕໍ່ມາ ສົງຄາມກໍເກີດຂຶ້ນ ເຊິ່ງຈັກກະພັດ ອາເມຣິກາ ໄດ້ທໍາລາຍວັດຈົນໝົດ.
ເຖິງແມ່ນວ່າ ຄວາມສວຍງາມຂອງວັດທີ່ເຄີຍມີນັ້ນ ບໍ່ເຫຼືອແລ້ວກໍຕາມ, ແຕ່ຄວາມສັກສິດ ກໍມີຈິງເພາະສົງຄາມບໍ່ອາດທຳລາຍກ້ຽງ ຍ້ອນຍັງມີພະອົງຕື້ໃຫຍ່ ຄົງໄວ້ໃຫ້ເຫັນ ເຖິງຈະເຫຼືອພຽງພະພຸດທະຮູບຕັ້ງສະຖິດຢູ່ ທັງຕາກແດດ ແລະ ຝົນກໍຕາມ ແຕ່ຄວາມສັກສິດຂອງວັດແຫ່ງນີ້ບໍ່ໄດ້ເຊື່ອມຖອຍ.
ປັດຈຸບັນ ທາງແຂວງ ຊຽງຂວາງ ໄດ້ບູລະນະວັດຄືນໃໝ່ ເພື່ອເປັນບ່ອນສັກກະລະບູຊາ ແລະ ກາບໄຫວ້ສືບໄປຈົນຊົ່ວລູກຊົ່ວຫຼານ.
ຂໍ້ມູນຈາກ:History of Laos ປະຫວັດສາດລາວ.
Hits: 8