ຕົ້ນຫຍ້າຝຮັ່ງ ຫຼື ມີຊື່ເອີ້ນທາງ ວິທະຍາສາດ ວ່າ Chromolaena odorata ແຕ່ບາງທ້ອງຖິ່ນໃນ ລາວ ອາດຈະເອີ້ນຊື່ເເຕກຕ່າງກັນ ເຊັ່ນ: ຕົ້ນຫຍ້າສໍາແຮ້ງ, ຕົ້ນຫຍ້າຂິວ ຫຼື ຕົ້ນຫຍ້າຄັນຊ້າງ. ເຊິ່ງເປັນສະໝຸນໄພພື້ນບ້ານຊະນິດໜຶ່ງ ທີ່ເກີດຂຶ້ນເອງຕາມທໍາມະຊາດ ສ່ວນຫຼາຍມັກຈະເກີດຂຶ້ນຕາມປ່າຕາມດົງ ເເຖວເຂດຊົນນະບົດ ຄົນສ່ວນໃຫຍ່ຈະນິຍົມໃຊ້ ໃບຫຍ້າຝຣັ່ງ ນີ້ເປັນສະໝຸນໄພຫ້າມເລືອດ (ຢຸດເລືອດ) ໃນເວລາທີ່ເປັນບາດເເຜ.

ຕົ້ນຫຍ້າຝຣັ່ງ ນອກຈາກຈະມີປະໂຫຍດຊ່ວຍຫ້າມເລືອດແລ້ວ ມັນຍັງມີສັບພະຄຸນຫຼາຍຢ່າງ ດັ່ງນີ້:

  1. “ດອກ” ຂອງຕົ້ນຫຍ້າຝຣັ່ງ ມີສັບພະຄຸນຊ່ວຍຊູກໍາລັງ, ແກ້ອາການອອນເພຍ, ຊ່ວຍບໍາລຸງຫົວໃຈ, ຊ່ວຍເເກ້ໄຂ້, ໃຊ້ເປັນຢາແກ້ຮ້ອນໃນ.
  2. “ຮາກ” ຊ່ວຍປິ່ນປົວອາການໄຂ້ປ່າ, ແກ້ໂຣກກະເພາະໄດ້ ໂດຍການນໍາເອົາ ຮາກ ຂອງຕົ້ນຫຍ້າຝຣັ່ງ ມາປະສົມກັບ ຮາກໝາກນາວ ແລະ ຮາກຢານາງ ມາຕົ້ມເປັນນໍ້າດື່ມກິນ ຈະຊ່ວຍໄດ້ດີ.
  3. “ລຳຕົ້ນ” ໃຊ້ເປັນຢາແກ້ເຈັບທ້ອງ, ອາການຍຶ່ງທ້ອງ, ຊ່ວຍແກ້ອາການບວມ.
  4. “ທຸກສ່ວນຂອງຕົ້ນ” ເມື່ອນຳມາຜະສົມເຂົ້າກັນ ໃຊ້ເປັນຢາແກ້ບາດແຜທີ່ຕິດເຊື້ອ ຈາກເຫຼັກ, ສັງກະສີ ຫຼື ວັດຖຸອື່ນໆ ບາດ.
  5. “ໃບ” ຊ່ວຍແກ້ພິດນໍ້າເຫຼືອງ, ຊ່ວຍຖອນຜິດແກ້ອັກເສບ, ແກ້ລິດສີດວງທະວານ, ຊ່ວຍປ້ອງກັນການເກີດຮອຍແຜເປັນ, ປິ່ນປົົວບາດແຜທີ່ເປື່ອຍ.

ນອກຈາກນີ້ “ໃບ” ຂອງຕົ້ນຫຍ້າຝຣັ່ງ ຍັງຊ່ວຍໃນການຫ້າມເລືອດ ໂດຍການນໍາເອົາໃບມາຕໍາ ຫຼື ຫຍໍ້າໃຫ້ໝຸ່ນ ແລ້ວນໍາມາທາບໍລິເວນບາດແຜ ກໍຈະຊ່ວຍຫ້າມເລືອດໄດ້ ເນື່ອງຈາກວ່າ ມີສານສໍາຄັນຫຼາຍຢ່າງທີ່ມີລິດ ເຮັດໃຫ້ເສັ້ນເລືອດຫົດຕົວ ແລະ ຊ່ວຍກະຕຸ້ນສານທີ່ເຮັດໃຫ້ເລືອດເເຂງຕົວໄດ້ໄວ້ຂຶ້ນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຫຍ້າຝຣັ່ງ ນອກຈາກຈະມີສັບພະຄຸນທີ່ກ່າວມາຂ້າງເທິງເເລ້ວ ຕົ້ນຫຍ້າຝຣັ່ງ ຍັງມີປະໂຫຍດຊ່ວຍແກ້ຜົມຫງອກ, ເຮັດໃຫ້ຜົມດໍາ, ດົກ ໂດຍການນໍາເອົາໃບມາຕໍາໃຫ້ໝຸ່ນແລ້ວນໍາມາໝັກຜົມເປັນປະຈໍາ ອາທິດລະ 3-4 ຄັ້ງ ຈະຊ່ວຍເຮັດໃຫ້ຜົມດົກ ແລະ ດໍາຂຶ້ນ.

ຂໍ້ມູນຈາກ:https://medthai.com

https://medthai.com/%E0%B8%AA%E0%B8%B2%E0%B8%9A%E0%B9%80%E0%B8%AA%E0%B8%B7%E0%B8%AD/

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້