ເມື່ອອາຍຸຫຼາຍຂຶ້ນ ສິ່ງໜຶ່ງທີ່ຈະຕາມມາ ແລະ ເຮັດໃຫ້ຫຼາຍໆຄົນບໍ່ຄ່ອຍໝັ້ນໃຈໃນໂຕເອງ ນັ້ນກໍຄືການປ່ຽນແປງຂອງສີຜົມ, ຜົມຫງອກກ່ອນໄວ ບາງຄົນອາດຈະບໍ່ຢາກໃຊ້ນ້ຳຢາຍ້ອມຜົມ ເພາະມີສານເຄມີ, ຖ້າໃຊ້ຫຼາຍຄັ້ງອາດເປັນອັນຕະລາຍຕໍ່ຜິວໜັງ ເເລະ ເສັ້ນຜົມ. ມື້ນີ້ເຮົານໍາເອົາສູດຮັກສາເສັ້ນຜົມໃຫ້ດົກດໍາ ແລະ ມີສຸຂະພາບດີ ດ້ວຍ 4 ສະໝຸນໄພພື້ນບ້ານມາຝາກທຸກຄົນ ດັ່ງນີ້:
ການໃຊ້ຫວ້ານຫາງແຂ້ ໃນການແກ້ໄຂຜົມຫງອກນັ້ນ ຈະຕ້ອງມີສ່ວນປະສົມຢູ່ 3 ຢ່າງດ້ວຍກັນຄື ຫວ້ານຫາງແຂ້, ນໍ້າມັນລຳເຂົ້າ ແລະ ນໍ້າກະທິ.
ວິທີເຮັດ: ໃຫ້ນໍາເອົາສ່ວນປະກອບທັງ 3 ຢ່າງມາປະສົມກັນ ແລ້ວນໍາມາໝັກຜົມໄວ້ ປະມານ 30 ນາທີ ແລ້ວຈຶ່ງລ້າງອອກດ້ວຍນໍ້າສະອາດ. ວິທີນີ້ຈະຊ່ວຍປ້ອງກັນຜົມຫງອກກ່ອນໄວ ແລະ ຍັງຊ່ວຍເພີ່ມຄວາມແຂງແຮງໃຫ້ກັບເສັ້ນຜົມ, ເຮັດໃຫ້ຜົມນຸ້ມ ແລະ ແກ້ບັນຫາຜົມຫຼົ່ນໄດ້ເປັນຢ່າງດີ.
2.ໃບໝາກສີດາ.
ສັບພະຄຸນຈາກ ໃບສີດາ ນອກຈາກຈະຊ່ວຍແກ້ອາການເຈັບທ້ອງ, ຍຶ່ງທ້ອງແລ້ວ ມັນຍັງມີປະໂຫຍດ ຊ່ວຍແກ້ບັນຫາຜົມຫຼົ່ນ, ຜົມຫງອກ ແລະ ຊ່ວຍບໍາລຸງເສັ້ນຜົມໃຫ້ແຂງເເຮງອີກດ້ວຍ.
ວິທີເຮັດ: ນໍາເອົາ ໃບສີດາ ມາຕໍາໃຫ້ມຸ່ນ ແລ້ວມາປະສົມກັບນໍ້າ ຫຼັງຈາກນັ້ນ ນໍາມາໝັກຜົມໄວ້ປະມານ 15-20 ນາທີ ເຮັດເປັນປະຈໍາ. ນໍ້າໃບສີດາຈະຊ່ວຍພື້ນຟູສະພາບເສັ້ນຜົມທີ່ຂາວກັບມາເປັນສີດໍາໄດ້ ແລະ ຍັງຊ່ວຍໃຫ້ເສັ້ນຜົມຂອງເຮົາເງົາງາມຂຶ້ນຕື່ມ.
3.ໃບຜັກໜອກ.
ຜັກໜອກ ເປັນສະໝຸນໄພພື້ນບ້ານອີກຊະນິດໜຶ່ງ ທີ່ມີສັບພະຄຸນຫຼາຍຢ່າງ ນອກຈາກຈະຊ່ວຍແກ້ອາການຊໍ້າໃນແລ້ວ ມັນຍັງຊ່ວຍປ້ອງກັນປັນຫາຜົມຫງອກກ່ອນໄວ, ຜັກໜອກ ເປັນສະໝຸນໄພທີ່ສາມາດນໍາມາເຮັດເປັນຄຣີມໝັກຜົມໄດ້.
ວິທີເຮັດ: ນໍາເອົາ ໃບຜັກໜອກ ມາປັ່ນ ຫຼື ຕໍາໃຫ້ມຸ່ນ ປະສົມກັບນໍ້າສະອາດ ແລ້ວຕອງເອົາແຕ່ນໍ້າ ຫຼັງຈາກນັ້ນນໍາມາປະສົມກັບນໍ້າໝາກພ້າວ ແລ້ວເອົາມາສະຜົມ ໝັກໄວ້ປະມານ 5 ນາທີ ຈຶ່ງຄ່ອຍລ້າງນ້ຳອອກ ຫຼັງຈາກນັ້ນ, ກໍສາມາດສະຜົມດ້ວຍເເຊມພູຕາມປົກກະຕິ, ວິທີນີ້ ຕ້ອງເຮັດອາທິດ 2 ຄັ້ງ ຈະຊ່ວຍແກ້ປັນຫາຜົມຫງອກໄດ້ດີ.
4. ເຄືອເຂົາຮໍ.
ເຄືອເຂົາຮໍ ມີສັບພະຄຸນຫຼາຍຢ່າງ ແລະ ຍັງຊ່ວຍປ້ອງກັນຜົມຫງອກໄດ້ດີອີກດ້ວຍ.
ວິທີເຮັດ: ສູດນີ້ນໍາເອົາເຄືອເຂົາຮໍສົດໆ ມາຊອຍເປັນຕ່ອນນ້ອຍໆ ປະມານ 3 ກິໂລກຣາມ ນໍາມາຕໍາແລ້ວຄັ້ນເອົາແຕ່ນໍ້າ ຫຼັງຈາກນັ້ນ ນໍາເອົານໍ້າຂອງເຄືອເຂົາຮໍ ມາຄັ້ນປະສົມກັບໝາກພ້າວຂູດ ປະມານ 1 ກິໂລກຣາມ ແລ້ວຄັ້ນເອົາແຕ່ນໍ້າ ນໍາມາຕົ້ມໃສຂິງສົດໆ ປະມານ 1 ກໍາມື: ຕົ້ມຈົນເຫຼືອແຕ່ນໍ້າມັນ ແລ້ວນໍາມາຕອງເອົາແຕ່ນໍ້າມາສະຜົມ ແລະ ມັກປະໄວ້ປະມານ 15 ນາທີ ແລ້ວຈຶ່ງລ້າງອອກດ້ວຍນໍ້າສະອາດ: ເຊິ່ງສູດນີ້ ສາມາດເກັບນໍ້າເຄືອເຂົາຮໍ ທີ່ຕົ້ມປະສົມກັບໝາກພ້າວ, ຂິງ ໄວ້ໃຊ້ໄດ້ດົນ.
ສໍາລັບໃຜທີ່ມີປັນຫາຜົມຫງອກກ່ອນໄວ ຫຼື ຕ້ອງການຈະປ້ອງກັນເພື່ອບໍ່ໃຫ້ຜົມຫງອກ ລອງນໍາເອົາ 4 ສູດສະໝຸນໄພນີ້ ໄປລອງເຮັດເບິ່ງ ອາດຈະຊ່ວຍໃຫ້ທ່ານມີສຸຂະພາບຜົມທີ່ເເຂງເເຮງ ແລະ ຫຼຸດບັນຫາຜົມຫງອກໄດ້.
ຂໍ້ມູນຈາກ:https://www.technologychaoban.com
https://www.technologychaoban.com/bullet-news-today/article_112685
Hits: 1