ອົງການສະຫະປະຊາຊາດ ເພື່ອການພັດທະນາ ຮ່ວມກັບ ອຳນາດການປົກຄອງແຂວງ ສະຫວັນນະເຂດ ໄດ້ຈັດພິທີ ມອບຕະຫຼາດຊຸມຊົນ ແລະ ການກໍ່ສ້າງ, ການສະໜອງນ້ຳ ໃຫ້ແກ່ປະຊາຊົນທີ່ຢູ່ເຂດອະນຸລັກປ່າໂຄກ ໂອງ-ມັ່ງແຫ່ງຊາດ, ທີ່ຕະຫຼາດຊຸມຊົນບ້ານ ແກ້ວຄຳດີ ເມືອງຊົນນະບູລີ, ໂດຍ ການເປັນປະທານຂອງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຮອງປະທານຊີ້ນຳໂຄງການຂັ້ນສູນກາງ, ທ່ານ ນາງ ແຄັດເທີຣີນ ເຟືອງ ຮອງຫົວໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ພ້ອມດ້ວຍບັນດາເຈົ້າເມືອງ -ຮອງເຈົ້າເມືອງ 5 ເມືອງ ອ້ອມຂ້າງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວ ໄດ້ກໍາເນີດເກີດຂຶ້ນພາຍໃຕ້ ການຮ່ວມມືຢ່າງໃກຊິດຕິດແທດ ລະຫວ່າງຂັ້ນສູນກາງ, ອໍານາດ ການປົກຄອງແຂວງສະຫວັນນະເຂດ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ພາຍໃຕ້ໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງໃນລະບົບນິເວດປ່າໂຄກ ພາກໃຕ້ ສປປ ລາວ.
ໃນ 2021 ທີ່ຜ່ານມາ ໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງໃນລະບົບນິເວດປ່າໂຄກ ພາກໃຕ້ ສປປ ລາວ ສາມາດບັນລຸເປົ້າໝາຍ ເເລະ ໄດ້ຮັບຜົນສໍາເລັດດັ່ງນີ້:
+ ການກໍ່ສ້າງຕະຫຼາດ 1 ແຫ່ງມູນຄ່າ 300 ລ້ານກວ່າກີບ.
+ ກໍ່ສ້າງແທ່ງເກັບນໍ້າ 27 ແຫ່ງ ມູນຄ່າ 1 ຕື້ 142 ລ້ານກວ່າກີບ ໃນນັ້ນມີ: ເມືອງຊົນນະບູລີ 13 ແຫ່ງ, ເມືອງພີນ 7 ແຫ່ງ, ເມືອງສອງຄອນ 2 ແຫ່ງ, ເມືອງ ທ່າ ປາງທອງ 3 ແຫ່ງ ແລະ ເມືອງພະລານໄຊ 2 ແຫ່ງ.
+ ເຈາະນໍ້າບາດານ 19 ແຫ່ງ, ມູນຄ່າ 291 ລ້ານກວ່າກີບ, ໃນນັ້ນມີ: ເມືອງຊົນນະບູລີ 9 ແຫ່ງ, ເມືອງພີນ 6 ແຫ່ງ, ເມືອງສອງຄອນ 1 ແຫ່ງ, ແລະ ເມືອງທ່າປາງທອງ 1 ແຫ່ງ.
+ ປັບປຸງຝາຍເກັບນໍ້າ 7 ແຫ່ງມູນ ຄ່າ 390 ລ້ານກວ່າກີບ ມີຢູ່ ເມືອງຊົນນະບູລີ 2 ແຫ່ງ, ເມືອງພີນ 1 ແຫ່ງ, ເມືອງສອງຄອນ 1 ແຫ່ງ, ເມືອງທ່າປາງທອງ 2 ແຫ່ງ ແລະ ເມືອງພະລານໄຊ 1 ແຫ່ງ.
ໂຄງການກໍ່ສ້າງດັ່ງກ່າວແມ່ນໄດ້ເລີ່ມ ກໍ່ສ້າງນັບແຕ່ວັນທີ 1 ກໍລະກົດ 2021 ແລະຈົນເຖິງປະຈຸບັນແມ່ນ ໄດ້ກໍ່ສ້າງສຳເລັດ 100% ພາຍໃຕ້ການຮ່ວມມືລະຫວ່າງອໍານາດ ການປົກຄອງທຸກຂັ້ນ, ຄູ່ຮ່ວມພັດທະນາ ແລະ ບໍລິສັດຮັບເໝົາກໍ່ສ້າງ ລວມມູນຄ່າກໍ່ສ້າງທັງໝົດ 2 ຕື້ 124 ລ້ານກວ່າກີບ.
Hits: 0