Friday, April 26, 2024
Lenovo

ປູກກາເຟ ເປັນສິນຄ້າ ພາໃຫ້ຄອບຄົວພົ້ນທຸກ

ຄອບຄົວ ທ່ານ ນ. ວຽງລາພອນ ວັນມະວີ, ຮອງນາຍບ້ານ ບ້ານ ດາກຕະອອກໃຫຍ່, ເມືອງ ດາກຈຶງ, ແຂວງ ເຊກອງ ເປັນຄອບຄົວໜຶ່ງທີ່ຢຶດຖືການປູກກາເຟ ເພື່ອສ້າງເສດຖະກິດຄອບຄົວ ແກ້ໄຂຄວາມທຸກຍາກ ໄດ້ກ້າວມາເປັນຄອບຄົວຕົວແບບ ດ້ານການປູກ ກາເຟຕີມໍ ເປັນສິນຄ້າ, ພາໃຫ້ຄອບຄົວພົ້ນທຸກເທື່ອລະກ້າວ ແລະ ເປັນອີກຄອບຄົວໜຶ່ງ ທີ່ຊ່ວຍໃນການພັດທະນາເສດຖະກິດ ຂອງເມືອງ ໃຫ້ຈະເລີນເຕີບໂຕ.

ທ່ານ ນ. ວຽງລາພອນ ວັນມະວີ, ອາຍຸ 39 ປີ ໃຫ້ສໍາພາດວ່າ: ໃນຄອບຄົວຕົນ ມີສະມາຊິກ ທັງໝົດ 7 ຄົນ, ແຮງງານສົມບູນ 6 ຄົນ. ໃນເມື່ອກ່ອນ ຄອບຄົວລາວ ຢຶດຖືການເຮັດໄຮ່ແບບເລື່ອນລອຍ ແລະ ເຮັດນາ ໃນເນື້ອທີ່ 1,5 ເຮັກຕາ, ຜົນຜະລິດໄດ້ 1-1,5 ໂຕນຕໍ່ເຮັກຕາ ແລະ ບາງປີກໍບໍ່ໄດ້ ຍ້ອນສະພາບດິນຟ້າອາກາດບໍ່ເອື້ອອໍານວຍຄວາມສະດວກ, ເມື່ອສໍາເລັດການປູກເຂົ້່າໄຮ່ ແລະ ນາປີ ກໍໄດ້ປູກເຜືອກ, ມັນ ຈໍານວນໜຶ່ງເປັນອາຊີບເສີມ ເພື່ອເປັນການສ້າງລາຍຮັບໃຫ້ແກ່ຄອບຄົວ ສະເລ່ຍລາຍຮັບໃຫ້ແກ່ຄອບຄົວພຽງແຕ່ 5 ລ້ານກີບຕໍ່ປີ, ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວໃນຕອນນັ້ນ ບໍ່ພໍກຸ້ມກິນ

ຈົນມາຮອດຕົ້ນປີ 2012, ຄະນະພັກ-ອົງການປົກຄອງເມືອງ ກໍຄືຄະນະພັກເຂດເຊຂະໝານ ໄດ້ກໍານົດເອົາ ບ້ານ ດາກຕະອອກໃຫຍ່ ປູກກາເຟກາຕີມໍ ເພື່ອສ້າງລາຍຮັບເຂົ້າໃນຄອບຄົວ ແລະແກ້ໄຂຄວາມທຸກຍາຂອງປະຊາຊົນ, ສະນັ້ນ ຕົນເອງຈຶ່ງໄດ້ປຶກສາຫາລືກັບຄອບຄົວ ເພື່ອຊອກຫາຊ່ອງທາງໃນການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ໄດ້ຕັດສິນໃຈ ຫັນມາທົດລອງປູກ ກາເຟກາຕີມໍ ໃນເນື້ອທີ່ 1 ເຮັກຕາ ແລະ ເຮັດໄຮ່ ໃນເນືອທີ່ 0,5 ເຮັກຕາ ເພື່ອຄໍ້າປະກັນເຂົ້າກິນໃນຄອບຄົວ, ເມື່ອຕົກມາຮອດ 2014 ສາມາດເກັບຜົນຜະລິດ ກາເຟ ໄດ້ປະມານ 100 ກະຖາງ (ໝາກແດງ), ຂາຍໄດ້ 7 ລ້ານກີບ ທຽບໃສ່ ໄດ້ປະມານ 3 ໂຕນຕໍ່ເຮັກຕາ, ບວກກັບເກັບເຄື່ອງປ່າຂອງດົງໄດ້ຈໍານວນໜຶ່ງ ໄປຂາຍ ເຮັດໃຫ້ຄອບຄົວພໍກຸ້ມຢູ່ກຸ້ມກິນ.

ເມື່ອເຫັນການປູກ ກາເຟກາຕີມໍ ໄດ້ຮັບຜົນຜະລິດດີ, ມາຮອດປີ 2015-2016 ຈຶ່ງໄດ້ຕັດສິນໃຈກູ້ຢືມເງິນທະນາຄານນະໂຍບາຍ ຈໍານວນ 6 ລ້ານກີບ ເພື່ອບຸກເບີກເນື້ອທີ່ປູກກາເຟໃໝ່ຕື່ມອີກ 1,5 ເຮັກຕາ ບວກກັບເນື້ອທີ່ເກົ່າ ເປັນ 2,5 ເຮັກຕາ, ຕໍ່່ມາໄດ້ສູ້ຊົນສືບຕໍ່ຂະຫຍາຍເນື້ອທີ່ຕື່ມອີກເປັນ 3 ເຮັກຕາ ໃນປີ 2017; ໃນປີ 2018 ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງດາກຈຶງ ໄດ້ລົົງຊຸກຍູ້ ແນະນໍາດ້ານວິຊາການ ໂດຍນໍາໃຊ້ເຕັກນິກວິທະຍາສາດອັນໃໝ່ຈໍານວນໜຶ່ງ ເຂົ້າໃນການປູກ ແລະ ການຜະລິດ ກາເຟ ເປັນສິນຄ້າ ເປັນຕົ້ນ: ວິທີການຄັດເລືອກແນວພັນ, ການຜະລິດຝຸ່ນທໍາມະຊາດ(ຝຸ່ນຄອກ), ທີ່ມີໃນທ້ອງຖິ່ນ, ການບົວລະບັດຮັກສາ, ການສ້ອມຕັດຕອນກິ່ງງ່າ ແລະວິທີການເກັບກູ້ ແມ່ນໄດ້ຈັດຕັ້ງປະຕິບັດຕາມເຕັກນິກວິຊາການແນະນໍາ ເຫັນວ່າມີປະສິດທິຜົນຂອງການຜະລິດສູງຂຶ້ນ, ຈາກ 3 ໂຕນຕໍ່ເຮັກຕາ ໃນເມື່ອກ່ອນ ເພີ່ມຂຶ້ນເປັນ 3,2 ໂຕນຕໍ່ເຮັກຕາ, ໃນປີ 2018-2019 ເຮັດໃຫ້ມີລາຍຮັບ ສະເລ່ຍປະມານ 30 ລ້ານກວ່າກີບຕໍ່ປີ, ຮອດປີ 2020 ເກັບຜົນຜະລິດໄດ້ 28 ໂຕນ, ສາມາດສ້າງລາຍຮັບໄດ້ 55 ລ້ານກີບ ແລະ ໄດ້ຂະຫຍາຍເນື້ອທີ່ເພີ່ມອີກ 2 ເຮັກຕາ ລວມເປັນ 5 ເຮັກຕາ, ຄາດວ່າ ປີ 2021-2022 ຈະເກັບກ່ຽວຜົນຜະລິດໄດ້ປະມານ 48 ໂຕນ, ຄາດຄະເນລາຍຮັບໄດ້ປະມານ 300 ລ້ານກີບ (ຍ້ອນວ່າລາຄາ ກາເຟ ສູງຂຶ້ນກວ່າເກົ່າ).

ຄຽງຄູ່ກັບການປູກ ກາເຟ ເປັນອາຊີບຕົ້ນຕໍແລ້ວ, ຍັງໄດ້ຕໍາແຜ່ນແພ ປະເພດສິ້ນ-ເສື້ອ ຊົນເຜົ່າຕຣຽງ, ປູກໂສມ, ລ້ຽງສັດນ້ອຍ ແລະ ປູກພືດຜັກຈໍານວນໜຶ່ງເປັນອາຊີບເສີມ, ເຮັດໃຫ້ມີລາຍຮັບຈາກການຕໍ່າແຜ່ນແພ ໄດ້ປະມານ 8 ລ້ານກີບຕໍ່ປີ, ຈາກການຂາຍໂສມ ໄດ້ 1 ລ້ານກີບຕໍ່ປີ, ສັງລວມແລ້ວລາຍຮັບໃນປີໜຶ່ງມີລາຍຮັບທັງໝົດປະມານ 36 ລ້ານກວ່າກີບ, ຜົນສໍາເລັດໃນການສ້າງເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກໃນຄອບຄົວ ກໍແມ່ນຍ້ອນມີແນວທາງ ຂອງພັກ-ລັດ ທີ່ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະ ກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ, ເຊິ່ງໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າທົ່ວປະເທດເວົ້າລວມ, ເວົ້າສະເພາະກໍຄືຊາວບ້ານດາກຕະອອກໃຫຍ່ ມີໂອກາດໄດ້ນໍາໃຊ້ທີ່ແຮງຂອງຕົນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ຫຼຸດພົ້ນອອກຈາຄວາມທຸກຍາກ; ເຊິ່ງມາຮອດ ປັດຈຸບັນ ຄອບຄົວຂອງລາວໄດ້ມີການປ່ຽນແປງດີຂຶ້ນຫຼາຍຖ້າທຽບໃສ່ເມື່ອກ່ອນ, ເຮັດໃຫ້ມີເຮືອນຢູ່ເຄິ່ງຖາວອນ 1 ຫຼັງ, ມີພາຫະນະນໍາໃຊ້, ມີເງິນໃຊ້ປະຈໍາວັນ, ມີລາຍຮັບທີ່ໝັ້ນຄົງ, ລູກ ໄດ້ສຶກສາຮໍ່າຮຽນໝົດທຸກຄົນ ແລະຕົນເອງກໍຄ່ອຍໆມີບົດບາດຢູ່ໃນສັງຄົມ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ເຊື່ອໝັ້ນຈາກມະຫາຊົນ ຈົນໄດ້ຖືກເລືອກຕັ້ງເປັນກໍາມະການໜ່ວຍພັກບ້ານ ,ເປັນຮອງນາຍບ້ານ-ບ້ານດາກຕະອອກໃຫຍ່ໃນປີ 2018.

ທ່ານ ນ. ວຽງລາພອນ ວັນມະວີ ໄດ້ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການໃນຕໍ່ໜ້າຈະສືບຕໍ່ຂະຫຍາຍເນື້ອທີ່ການຜະລິດໃຫ້ໄດ້ 0,5-1 ເຮັກຕາ, ຕິດພັນກັບການບົວລະບັດຮັກສາເນື້ອທີ່ສວນກາເຟເກົ່າ ພ້ອມທັງປັບປຸງຍົກສະມັດຕະພາບຜົນການຜະລິດກາເຟໃຫ້ສູງຂຶ້ນ, ເພື່ອສ້າງລາຍຮັບເພີ່ມເຕີມໃຫ້ກັບຄອບຄົວ ພາຄອບຄົວຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

ໂດຍ: ພ.ສີຫາວົງ

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

Vietjet ຊຸກຍູ້​ການ​ເຊື່ອມ​ຕໍ່​ກັບ ​ກຸງ​ໂຊ​ລ ​ແລະ ​ໄທ​ເປ ຈາກ​ ຟູກວັກ ເພີ່ມ​ບ່ອນນັ່ງຫຼາຍກວ່າ 86,000 ບ່ອນ ​ໃນຊ່ວງ​ມື້ພັກ ຍາວທີ່ສຸດເປັນ​ອັນ​ດັບ​ສອງ​ຂອງ​ຫວຽດ​ນາມ

(ນະຄອນຫຼວງວຽງຈັນ, 24 ເມສາ 2024) - Vietjet ໃຫ້ຕົວເລືອກໃນການເດີນທາງ ດ້ວຍຮອບບິນເພີ່ມຂຶ້ນ ໃນເສັ້ນທາງໂດຍກົງຈາກ ເກາະສະຫວັນ ຟູກວັກ (Phu Quoc) ຫາ ໂຊລ (Seoul) ແລະ ໄທເປ (Taipei) ເນື່ອງຈາກຄວາມຕ້ອງການທ່ອງທ່ຽວໃນລະດູຮ້ອນທີ່ເພີ່ມຂຶ້ນ.

ເປັນຫຍັງເຮົາຈຶ່ງເອີ້ນຊື່ວ່າ “ແຄນ”

“ແຄນ ແລະ ສຽງແຄນ” ເປັນສຽງດົນຕີພື້ນເມືອງລາວ ທີ່ສືບທອດກັນມາແຕ່ບູຮານ, ການທີ່ເພິ່ນຕັ້ງຊື່ວ່າ “ແຄນ” ຍັງບໍ່ມີຫຼັກຖານຢັ້ງຢືນທີ່ຊັດເຈນ, ໃນປັດຈຸບັນ ມີພຽງແຕ່ຕຳນານເລົ່າຂານມາແຕ່ບູຮານນະການຈາກບັນດາຊ່າງແຄນ, ໝໍຂັບ, ໝໍລຳລຸ້ນຕໍ່ລຸ້ນສືບຕໍ່ກັນ.

ຮ້ອນກະທົບເຢັນ ພາໃຫ້ປ່ວຍໄດ້! ຖ້າປັບອຸນຫະພູມຮ່າງກາຍບໍ່ທັນ

ສະພາບອາກາດຊ່ວງນີ້ ຖືວ່າເປັນຊ່ວງທີ່ຮ້ອນທີ່ສຸດ ຄົນສ່ວນຫຼາຍຈະພັກຜ່ອນ ແລະ ເຮັດວຽກຢູ່ໃນຫ້ອງແອ ເມື່ອອອກໄປພາຍນອກອາຄານກໍຈະຮູ້ສຶກຮ້ອນ ແລະ ມີເຫື່ອອອກງ່າຍ ເຊິ່ງເປັນສາເຫດໃຫ້ຄົນສ່ວນຫຼາຍເຈັບປ່ວຍໄດ້ງ່າຍຂຶ້ນ.