ມາຮູ້ຈັກກັບ! ໄວຣັສ Virus ໃນເຄື່ອງຄອມພິວເຕີ ແລະ ວິທີປ້ອງກັນ

ໄວຣັສ ຄອມພິວເຕີ ເປັນໂປຣແກຣມຄອມພິວເຕີ ຂະໜາດນ້ອຍ ຊຶ່ງມີຈຸດປະສົງໃນການທຳລາຍຂໍ້ມູນ ຫຼື ການລັກເອົາຂໍ້ມູນຕ່າງໆ ໃນ ຄອມພິວເຕີ ຂອງເຮົາ ແລະ ຍັງສາມາດຕິດຕໍ່ກັນລະຫວ່າງ ເຄື່ອງຄອມພິວເຕີ ເຄື່ອງໜື່ງໄປຫາ ເຄື່ອງອື່ນໆ ໄດ້ ໂດຍສະເພາະ ການດາວໂຫຼດໄຟລ໌ (File) ທາງອິນເຕີເນັດ ແລະ ທາງອີເມວ (E-mail).

ໄວຣັສ ສາມາດແຍກອອກໄດ້ຫຼາຍປະເພດ ຕາມລັກສະນະການເຮັດວຽກຂອງ ໄວຣັສ ແລະ ສາເຫດທີ່ເຮັດໃຫ້ເກີດຄວາມເສຍຫາຍ ເຊິ່ງມີດັ່ງນີ້:

  • Trojan Horse: ຈະເປັນໂປຣແກຣມ ຄ້າຍຄືກັບໂປຣແກຣມທີ່ມີປະໂຫຍດ ຕົວະໃຫ້ຜູ້ໃຊ້ງານສັ່ງເຮັດວຽກຂອງໂປຣແກຣມ ແຕ່ຈະກະທຳການໃນແບບອື່ນໆ ເຊັ່ນ: ລັກຂໍ້ມູນ, ລຶບໄຟລ ເປີດຊ່ອງວ່າງໃຫ້ຜູ້ອື່ນແບບເຂົ້າມາຄວບຄຸມເຄື່ອງ.
  • Worm: ແມ່ນ “ໜອນອິນເຕີເນັດ” ແຕກຕ່າງຈາກ ໄວຣັສ ຄື: ສາມາດແຊກຊືມໄປຫາເຄື່ອງຄອມພິວເຕີ ຕ່າງໆ ທີ່ຕໍ່ອິນເຕີເນັດໄດ້ດ້ວຍຕົວເອງໂດຍບໍ່ຕ້ອງຝັງຕົວເອງໄວ້ກັບໂປຣແກຣມໃດໆ.
  • Malware: ໄດ້ມາຈາກຄຳວ່າ Malicious Software ໝາຍຄວາມວ່າ ລວມເຖິງໂປຣແກຣມທຳລາຍຕ່າງໆ ທັງໄວຣັສ, ໜອນອິນເຕີເນັດ ແລະ ໂທຣແຈນ.
  • Spyware / Adware:  ເປັນໂປຣແກຣມອີກປະເພດໜຶ່ງ ທີ່ແຝງຕົວຢູ່ໃນເຄື່ອງ ຄອມພິວເຕີ ແລ້ວອາດຈະສ້າງຄວາມລຳຄານ ຫຼື ຄວາມເສຍຫາຍໃຫ້ແກ່ຜູ້ໃຊ້ງານ ເຊັ່ນ: ການລັກຂໍ້ມູນທີ່ສຳຄັນໃນເຄື່ອງ ເປັນຕົ້ນແມ່ນ ລະຫັດຜ່ານ ໄວຣັສ ປະເພດນີ້ ບາງໂຕ ກໍອາດບໍ່ຫຍຸ້ງກັບຂໍ້ມູນໃນເຄື່ອງ ແຕ່ສາມາດກໍໃຫ້ເກີດຄວາມລຳຄານໃນຂະນະໃຊ້ງານ ເຊັ່ນ: ສະແດງໂຄສະນາສິນຄ້າ, ເຊີນຊວນໃຫ້ຫຼິ້ນການພະນັນ, ສະແດງຮູບພາບທີ່ລາມົກອານາຈານ, ຕະຫຼອດຈົນເຖີງ ເວັບໄຊຕ່າງໆ ຂຶ້ນມາເອງ ໂດຍທີ່ຜູ້ໃຊ້ບໍ່ໄດ້ສັ່ງ ຫຼື ທີ່ຮ້າຍແຮງໄປກ່ວານັ້ນ ອາດຈະມີຜົນຂ້າງຄຽງກັບການເຮັດຂອງໂປຣແກຣມອື່ນໆ ໄດ້ ເຮັດໃຫ້ໂປຣແກຣມທີ່ໃຊ້ງານໄດ້ ຜິດປົກະຕິ.

ສຳລັບ ວິທີການປ້ອງກັນນັ້ນ ກໍຂຶ້ນກັບຜູ້ໃຊ້ງານເອງ ຄວນຫາໂປຣແກຣມປະເພດ Antivirus ມາຕິດຕັ້ງເສີມ ຫຼື ອາດຈະໃຊ້ແນວປ້ອງກັນ ໄວຣັສ ທີ່ມານຳ Windows ກໍໄດ້ ແລະ ເລີ່ມການກວດເນື້ອໃນຂອງໄຟລຕ່າງໆ ທັງໝົດໃນເຄື່ອງວ່າ ຈະມີຮູບແບບທີ່ກົງກັບ ໄວຣັສ ແບບຕ່າງໆ ຫຼື ບໍ່ ຖ້າມີກໍຄວນທຳລາຍ.

ຄວນຫຼີກເວັ້ນ ການກະທຳຕ່າງໆທີ່ສ່ຽງຕໍ່ການຕິດໄວຣັດ ເຊິ່ງການກະທຳທີ່ສ່ຽງຕໍ່ການຕິດໄວຣັດມີດັ່ງນີ້: ການດາວໂຫລດໄຟລຈາກເວັບໄຊໂດຍບໍ່ກວດສອບໄຟລເຫລົ່ານັ້ນກ່ອນ, ເປີດເວບທີ່ມີໄຟລຕິດມາ ໂດຍບໍ່ໄດ້ສະແກນກວດສອບໄຟລດັ່ງກ່າວສາກ່ອນ, ເປີດອ່ານອີເມວຈາກຄົນແປກໜ້າ, ນຳໄຟລທີ່ບໍ່ໄດ້ສະແກນ ມາໃຊ້ກັບເຄື່ອງຂອງເຮົາ, ນຳແຜ່ນຊີດີທີ່ບໍ່ຖືກລິຂະະສິດມາໃຊ້ງານ ແລະ ເປີດແຊໂຟລເດີເນັດເວີກ

ທັງໝົດນີ້ ເປັນໄວຣັດຫຼັກໆ ທີ່ເຮົາຄວນລະວັງ ແລະ ປ້ອງກັນໄວ້ ເພາະຖ້າໄວຣັດເຂົ້າມາທຳລາຍຂໍ້ມູນ ມັນຈະບໍ່ສາມາດແກ້ໄຂໄດ້ງ່າຍແນ່ນອນ ສະນັ້ນເຮົາຄວນປ້ອງກັນໄວ້ດີທີ່ສຸດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...