ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃກ້ຈະຮອດເທດສະການ ວັນແຫ່ງຄວາມຮັກ ກັນແລ້ວ ພໍ່ຄ້າ-ແມ່ຄ້າ ພາຍໃນ ນະຄອນຫຼວງ ວຽງຈັນ ຕ່າງກໍພາກັນກະກຽມເອົາດອກໄມ້ຊະນິດຕ່າງອອກມາວາງຈຳໜ່າຍ ໂດຍສະເພາະແມ່ນຢູ່ໃນເຂດເສັ້ນທາງບ້ານ ດົງປ່າລານ ຫາ ບ້ານ ໂພນສີນວນ ຈະຄຶກຄື້ນເປັນພິເສດ ເພາະເປັນບ່ອນທີ່ຂາຍດອກໄມ້ປະຈຳຢູ່ແລ້ວ ແລະ ໃຜທີ່ກາຍໄປກາຍມາເຂດນີ້ ກໍຄົງຈະເຫັນວ່າມີດອກໄມ້ຫຼາກຫຼາຍຊະນິດວາງຂາຍຕາມແຄມທາງຢ່າງສວຍງາມ ເພື່ອຕ້ອນຮັບວັນ 14 ກຸມພາ ທີ່ຫຼາຍໆ ຄົນໃຫ້ຄວາມສຳຄັນ ແລະ ໃຊ້ເປັນມື້ພິເສດໃນການມອບຄວາມຮັກໃຫ້ ກັນ ແລະ ກັນ.

ແມ່ມາຍ ເຈົ້າຂອງ ຮ້ານຂາຍດອກໄມ້ my Flowers ໄດ້ໃຫ້ສໍາພາດກັບທີມຂ່າວ ອິນໄຊລາວ ວ່າ:ເພິ່ນເປີດ ຮ້ານຂາຍດອກໄມ້ ມາຫຼາຍປີແລ້ວ ຂາຍທຸກມື້ ທຸກໆ ເທດສະການ ບໍ່ສະເພາະເເຕ່ ວັນແຫ່ງຄວາມຮັກ ເທົ່ານັ້ນ, ເຊິ່ງການຂາຍດອກໄມ້ໃນ ວັນແຫ່ງຄວາມຮັກ ແຕ່ລະປີກໍຈະໄດ້ຂາຍດີຢູ່ເເລ້ວ ເພາະເປັນມື້ສໍາຄັນຂອງຄວາມຮັກ ຫຼາຍຄົນກໍມາຊື້ໃຫ້ແຟນ ເຖິງວ່າປີນີ້ ຈະມີການແຜ່ລະບາດຂອງພະຍາດ ໂຄວິດ-19 ແຕ່ບັນຍາກາດການຂາຍດອກໄມ້ໃນຊ່ວງກ່ອນ ວັນແຫ່ງຄວາມຮັກ ກໍຍັງຄົງຄຶກຄັກຄືກັບປີຜ່ານໆມາ ແລະ ເຫັນຫຼາຍໆ ຮ້ານກໍຖືວ່າໄດ້ຂາຍດີພໍສົມຄວນ ຖ້າທຽບໃສ່ຕອນຍັງບໍ່ມີ ໂຄວິດ.

ແມ່ມາຍ ບອກວ່າ: ຖ້າທຽບໃສ່ກັບປີຜ່ານມາ ກ່ອນທີ່ ໂຄວິດ ຍັງບໍລະບາດຫຼາຍ ຖືວ່າປີນີ້ທາງຮ້ານກໍໄດ້ນຳເອົາດອກໄມ້ມາຂາຍຫຼາຍພໍສົມຄວນ ແຕ່ການຂົນສົ່ງຂ້ອນຂ້າງຈະຊ້າກວ່າທຸກໆປີ ເລີຍໄດ້ສັ່ງມາເພື່ອໄວ້ຫຼາຍ, ໃນແຕ່ລະປີເຮົາຈະສັ່ງ 2-3 ມື້ກໍມາຮອດແລ້ວ ແລະ ຕອນນີ້ກໍເລີ່ມມີຄົນມາຊື້ດອກໄມ້ເເດ່ແລ້ວ ສ່ວນຫຼາຍແມ່ນລູກຄ້າຈະໂທມາສັ່ງ ໃຫ້ທາງຮ້ານຈັດໄວ້ໃຫ້ ແລ້ວຈຶ່ງມາຮັບເອົາ ຕອນນີ້ກໍມີປະມານ 100 ກວ່າອໍເດີແລ້ວ ເຊິ່ງທາງຮ້ານເຮົາກໍຈະຂາຍຍ່ອຍ-ຂາຍສົ່ງນໍາ ບາງຄົນກໍຊື້ໄປຂາຍຕໍ່, ບາງຄົນກໍມາຊື້ເປັນດອກເຮົາກໍຂາຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳລັບດອກໄມ້ທີ່ຂາຍ ກໍຈະມີປະເພດ ດອກກຸຫຼາບຂາວ, ແດງ, ເຫຼືອງ, ບົວອ່ອນໆ, ດອກໄຮເດັນເຢຍ, ເດຊີ້, ທານຕາວັນ, ລີເຊັນທ໋ອນ, ສະເປຍ, ສະເເຕຕິລ, ບັດເທີຄຣັບ, ຍິບໂຊ, ລິ້ນລີ້, ທິວລີບ, ຄາເນຊັ້ນເເດງ ແລະ ດອກຄັດເຕີ້. ແຕ່ດອກໄມ້ທີ່ໄດ້ຮັບຄວາມນິຍົມທີ່ສຸດແມ່ນດອກກຸຫຼາບ ເພາະທຸກໆ ປີແມ່ນ ດອກກຸຫຼາບ ຈະໄດ້ຂາຍດີກວ່າໝູ່.

ເຖິງສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຈະມີທ່າອ່ຽງທີ່ຫຼຸດລົງກໍຕາມ ທາງຮ້ານຍັງໄດ້ເອົາໃຈໃສ່ໃນການຮັກສາມາດຕະການປ້ອງກັນໂຄວິດ-19 ຢ່າງເຂັມງວດ ເປັນຕົ້ນແມ່ນການໃສ່ຜ້າອັດປາກ-ອັດດັງ, ລ້າງມືດ້ວຍເຈວແອວກໍຮໍ ແລະ ອື່ນໆ ເພື່ອຊ່ວຍກັນເຮັດໃຫ້ພະຍາດຮ້າຍນີ້ຫາຍໄປໄວໆ ພວກເຮົາຈະໄດ້ກັບມາໃຊ້ຊີວິດແບບປົກກະຕິອີກຄັ້ງ.

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້