ກ່ອນອື່ນຕ້ອງຂໍສະແດງຄວາມຍິນດີນໍາສາວງາມ ຫຼາກຫຼາຍຄວາມສາມາດ ນຸ້ຍ ສຸພາພອນ Miss Universe Laos 2017 ຕົວແທນຈາກ ປະເທດລາວ ທີ່ໄດ້ຮັບລາງວັນ ນາງງາມ ດາລາ ນັກສະແດງ Fever ໃນງານ FEVER Awards 2020 ຢູ່ ປະເທດໄທ ເຊິ່ງເປັນງານປະກາດລາງວັນ ແລະ ມອບລາງວັນທີ່ຍິ່ງໃຫຍ່ ໃນວົງການບັນເທີງໄທ ໃຫ້ກັບບັນດາ ນາງງາມ, ຊາຍແບບ, ດາລານັກສະແດງ ທີ່ມີຜົນງານໂດດເດັ່ນ.
ການທີ່ ນຸ້ຍ ໄດ້ຮັບລາງວັນນີ້ ກໍເພາະວ່າ ນຸ້ຍ ເຄີຍໄດ້ມີໂອກາດໄປຮ່ວມງານການສະເເດງຮູບເງົາ ຢູ່ທີ່ ປະເທດໄທ ເຊິ່ງເປັນຮູບເງົາຂອງຄ້າຍ ອ້າຍໝໍ່າ ຈົກມົກ ເປັນຜູ້ກໍາກັບ ນັ້ນກໍຄືເລື່ຶອງ “ຮັກມະຍ໋ອມມະແຍ໋ມ” ເຊິ່ງໃນເລື່ອງນີ້ ນຸ້ຍເອງ ກໍໄດ້ຮັບບົດເປັນຕົວລະຄອນ ແມວ ນາງເອກຂອງເລື່ອງ ດ້ວຍຄວາມສາມາດທີ່ຫຼາກຫຼາຍຂອງ ນຸ້ຍ ຈຶ່ງເຮັດໃຫ້ຜູ້ໃຫ່ຍເຫັນເຖິງຄວາມສາມາດ ແລະ ມອບລາງວັນອັນຊົງກຽດນີ້ໃຫ້ແກ່ເຂົາ.
ສຳລັບສາວນຸ້ຍແລ້ວ ກໍຖືວ່າເປັນສາວງາມ ແລະ ນາງງາມລາວ ທີ່ມີຄວາມສາມາດຫຼາກຫຼາຍ ທັງການເດີນແບບ, ຖ່າຍແບບ, ຖ່າຍໂຄສະນາ ໃຫ້ກັບເເບຣນດັງລະດັບປະເທດມາເເລ້ວ ນອກຈາກນັ້ນ ທາງດ້ານການສະແດງກໍບໍ່ແພ້ໃຜ ໄດ້ສະແດງຮ່ວມກັບນັກສະແດງຫຼາຍໆຄົນ ບໍ່ວ່າຈະເປັນນັກສະແດງພາຍໃນປະເທດ ແລະ ປະເທດເພື່ອນບ້ານ.
ນອກຈາກນີ້, ນຸ້ຍ ຍັງໄດ້ໂພສເຟສບຸກສ່ວນຕົວ ສະເເດງຄວາມຮູ້ສຶກຂອງຕົນເອງ ທີ່ໄດ້ຮັບລາງວັນໃນຄັ້ງນີ້ວ່າ: “ນຸ້ຍຂໍຂອບໃຈ ແລະ ຖືເປັນກຽດຢ່າງຍິ່ງ ທີ່ທາງ Fever awards Thailand ໄດ້ມອບລາງວັນ ນາງງາມ ດາລາ ນັກສະແດງ Fever ຈາກປະເທດລາວໃຫ້ ໃນນາມທີ່ເປັນຄົນຢູ່ໃນວົງການບັນເທີງ ແລະ ເຮັດວຽກທຸກໆ ແບບ ມື້ນີ້ໄດ້ຮັບລາງວັນອັນຊົງກຽດ ກັບສິ່ງທີ່ເຮົາຮັກ ແລະ ທຸ້ມເທ ຖືເປັນສິ່ງທີ່ພາກພູມໃຈອີກໜຶ່ງຢ່າງໃນຊີວິດ ແລະ ນຸ້ຍເອງ ຕ້ອງຂໍຂອບໃຈ Fc ທັງລາວ, ໄທ ແລະ ທຸກຄົນທີ່ຮັກ ເເລະ ສະໜັບສະໜູນ ນຸ້ຍ ມາຕະຫຼອດ ແລະ ຝາກທຸກຄົນຕິມຕາມຜົນງານຂອງ ເເມວນ້ອຍເເດ່ເດີ! ໄວໆ ນີ້ຈະມີຜົນງານອອກມາໃຫ້ທຸກຄົນໄດ້ຕິດຕາມກັນເເນ່ນອນ”.
ທ່ານສາມາດຕິດຕາມຜົນງານຂອງນຸ້ຍ ໄດ້ທາງເຟດບຸກສ່ວນໂຕຂອງ ນຸ້ຍ Nui Souphaphone.
Hits: 1