ຂໍຂອບໃຈນຳຜູ້ສະໜັບສະໜູນ

ຜັກຄະ ພືດຜັກພື້ນບ້ານ ທີ່ມັກຈະປູກກັນຢູ່ເຂດຊົນນະບົດ ເປັນຜັກທີ່ທຸກຄົນມັກນໍາໄປເປັນສ່ວນປະກອບໃນ ແກ້ງໜໍ່ໄມ້ ນອກນັ້ນ, ຍັງສາມາດນໍາໄປປຸງເເຕ່ງອາຫານໄດ້ຫຼາຍຢ່າງ ບໍ່ວ່າຈະເປັນ ທອດໄຂ່ໃສ່ຜັກຄະ, ລວກຈໍ້າແຈ່ວ, ກິນກັບຕໍາໝາກຫຸ່ງ ແລະ ອາຫານປະເພດອື່ນໆ ອີກ.

ມື້ນີ້ເຮົາຈະພາທຸກຄົນມາເບິ່ງ 12 ສັບພະຄຸນຈາກ ຜັກຄະ ວ່າມີຫຍັງເເດ່?

  1. ຜັກຄະ ອຸດົມໄປດ້ວຍ ວິຕາມິນເອ ທີ່ຈະຊ່ວຍໃຫ້ເຮົາຕໍ່ສູ້ກັບອະນຸມູນອິດສະຫຼະ ແລະ ຍັງຊ່ວຍບໍາລຸງສາຍຕາໄດ້ອີກດ້ວຍ.
  2. ຍອດອ່ອນ ມີສັບພະຄຸນ ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ.
  3. ຊ່ວຍໃນເລື່ອງລະບົບຂັບຖ່າຍ ເຮັດໃຫ້ການຂັບຖ່າຍເປັນປົກກະຕິ ແລະ ຍັງຊ່ວຍແກ້ອາການຍຶ່ງທ້ອງ.
  4. ຊ່ວຍຂັບລົມໃນກະເພາະອາຫານ ແລະ ລໍາໃສ້, ບັນເທົາອາການເຈັບທ້ອງ.
  5. ຊ່ວຍບໍາລຸງ ເສັ້ນເອັນ ໃຫ້ແຂງແຮງ ບໍ່ເຊື່ອມກ່ອນໄວ.
  6. ຜັກຄະ ມີເເຄລຊ້ຽມສູງ ເຊິ່ງມີຄວາມສໍາຄັນຕໍ່ກະດູກ.
  7. ຊ່ວຍປິ່ນປົວອາການ ລີ້ນອັກເສບ ແລະ ເປັນຜື່ນເເດງ.
  8. ໃນ ຜັກຄະ ມີທາດເຫຼັກ ທີ່ມີສ່ວນສໍາຄັນໃນການຊ່ວຍບໍາລຸງເລືອດ ເຮັດໃຫ້ການໄຫຼວຽນຂອງເລືອດເປັນປົກກະຕິ.
  9. ຊ່ວຍເສີມສ້າງລະບົບຂອງພູມຄຸ້ມກັນ ໃນຮ່າງກາຍໃຫ້ແຂງແຮງ ແລະ ເຮັດໃຫ້ກໍາຈັດເຊື້ອໂຣກຕ່າງໆ ໄດ້ດີຂຶ້ນ ບໍ່ເຈັບປ່ວຍງ່າຍ.
  10. ຊ່ວຍຕໍ່ຕ້ານການເກີດໂຣກມະເຮັງ ແລະ ຊ່ວຍຫຼຸດໂອກາດທີ່ຈະເກີດເປັນ ໂຣກຫົວໃຈ ອີກດ້ວຍ.
  11. ຜັກຄະ ຍັງມີສານ ເບຕ້າແຄໂຣທີນ ເຊິ່ງເປັນສານທີ່ຊ່ວຍບໍາລຸງຜິວພັນໃຫ້ຂາວໃສ ແລະ ປ້ອງກັນການແກ່ກ່ອນໄວ້.
  12. ຊ່ວຍບໍາລຸງເສັ້ນຜົມ ທີ່ເເຫ້ງແຕກປາຍ ບໍ່ມີນໍ້າໜັກ ໃຫ້ກັບມານຸ່ມ ແລະ ມີນໍ້າໜັກອີກຄັ້ງ.

ເຖິ່ງຢ່າງໃດກໍຕາມ ຜັກຄະ ກໍຍັງມີຂໍ້ຄວນລະວັງ ໂດຍສະເພາະ ແມ່ລູກອ່ອນທີ່ຫາກໍເກີດລູກໃໝ່ ທີ່ຍັງໃຫ້ນົມລູກ ບໍ່ຄວນກິນ ເພາະຈະເຮັດໃຫ້ແມ່ບໍ່ມີນໍ້ານົມ ແລະ ຄົນທົ່ວໄປກໍກິນໄດ້ປົກກະຕິ ແຕ່ການກິນ ຜັກຄະ ໃນຊ່ວງໜ້າຝົນອາດຈະເຮັດໃຫ້ເຈັບທ້ອງໄດ້ງ່າຍ ເພາະມັນມີລົດຊາດທີ່ສົ້ມ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ:https://sukkaphap-d.com

https://sukkaphap-d.com/14-%E0%B8%AA%E0%B8%A3%E0%B8%A3%E0%B8%9E%E0%B8%84%E0%B8%B8%E0%B8%93%E0%B8%9B%E0%B8%A3%E0%B8%B0%E0%B9%82%E0%B8%A2%E0%B8%8A%E0%B8%99%E0%B9%8C%E0%B8%82%E0%B8%AD%E0%B8%87%E0%B8%8A%E0%B8%B0/

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້