ພາວະຊຶມເສົ້າ, ເບື່ອ, ເກັບໂຕ ແລະ ຮູ້ສຶກບໍ່ມີຄ່າ: ອາລົມເບື່ອ, ເຫງົາ, ເສົ້າ ເກີດຂຶ້້ນໄດ້ກັບທຸກຄົນ ແຕ່ຖ້າກະທົບກະເທືອນເຖິງຂັ້ນການດຳລົງຊີວິດ ແລະ ມີຄວາມຮູ້ສຶກບໍ່ຢາກຢູ່ໃນໂລກໜ່ວຍນີ້ ນັ້ນກໍອາດເປັນພາວະຊຶມເສົ້າ ທີ່ຖືວ່າເປັນໂຣກຊະນິດໜຶ່ງກໍວ່າໄດ້. ປັດຈຸບັນ ມີຜູ້ຊຶມເສົ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ ທີ່ກໍ່ໃຫ້ເກີດຄວາມສູນເສຍຫຼາຍຂຶ້ນເລື້ອຍໆ ແລະ ເປັນພາວະທີ່ພົບຫຼາຍທີ່ສຸດກັບໄວເຮັດວຽກ. ນອກຈາກນັ້ນ ການເປັນຄົນເບິ່ງໂລກໃນແງ່ຮ້າຍຢູ່ສະເໝີ, ມີໂຣກປະຈຳໂຕ ຫຼື ການກິນຢາບາງຊະນິດ ກໍອາດກໍ່ໃຫ້ເກີດອາການຊຶມເສົ້າໄດ້.
ອາການຂອງຄົນທີ່ກຳລັງເຂົ້າສູ່ພາວະຊຶມເສົ້າ:
- ມີອາລົມເສົ້າຢູ່ເກືອບໝົດມື້.
- ຄວາມສົນໃຈ ຫຼື ຄວາມເພີດເພີນໃນກິດຈະກຳຕ່າງໆ ຫຼຸດລົງ.
- ເບື່ອອາຫານ ຈົນເຮັດໃຫ້ນຳ້ໜັກຫຼຸດລົງ ຫຼື ບາງຄົນອາດມີຄວາມຢາກອາຫານເພີ່ມຂຶ້ນ.
- ນອນບໍ່ຫຼັບ ຫຼື ຫຼັບຫຼາຍເກືອບທຸກມື້, ນອນເດິກຕື່ນເຊົ້າ, ບໍ່ສົດຊື່ນ.
- ມີຄວາມຊັກຊ້າ ເຊັ່ນ ເວົ້າຊ້າ, ເຄື່ອນໄຫວຊ້າ, ຫງຸດຫງິດ.
- ຮູ້ສຶກບໍ່ມີຄ່າ ຫຼື ຮູ້ສຶກຜິດຫຼາຍເກີນໄປ.
- ຂາດສະມາທິ.
- ຄິດຢາກຂ້າໂຕເອງ ບໍ່ຢາກມີຊີວິດຢູ່ຕໍ່ໄປ ແລະ ຄິດແຕ່ເລື່ອງການຕາຍຢູ່ເລື້ອຍໆ.
- ຖ້າມີອາການທີ່ເວົ້າມານັ້ນ 5 ອາການ 2 ອາທິດຂຶ້ນໄປ ແລະ ມີອາລົມເສົ້າ ຫຼື ເບື່ອຄວນໄປປຶກສາແພດ.
1, ຄວາມດັນເລືອດສູງ ແລະ ໄຂມັນໃນເລືອດສູງ: ວິນຫົວ, ມຶນເລື້ອຍໆ ເປັນລັກສະນະອາການຢ່າງໜຶ່ງຂອງພາວະ ຄວາມດັນເລືອດສູງ ຫຼື ໄຂມັນໃນເລືອດສູງ ເຮົາກໍບໍ່ຄວນລະເລີຍ ເພາະເປັນສາເຫດຂອງໂຣກຮ້າຍ ເຊັ່ນ ໂຣກຫົວໃຈ ແລະ ໂຣກຫຼອດເລືອດສະໝອງ.
ຕົ້ນເຫດຂອງຄວາມດັນ ແລະ ໄຂມັນ ຄືພຶດຕິກຳການກິນ:
ຄວາມດັນເລືອດສູງ ເກີດຈາກການກິນເຄັມ, ອາຫານສຳເລັດຮູບ ຫຼື ແປຮູບ, ນຳ້ອັດລົມ ແລະ ເຄື່ອງດື່ມແອວກໍຮໍ, ເບີເກີຣີ່ ແລະເຂົ້າໜົມຫວານ. ເຮົາສາມາດປ້ອງກັນໄດ້ໂດຍຫຼີກເວັ້ນອາຫານເບື້ອງຕົ້ນ ທີ່ເວົ້າມາ, ບໍ່ສູບຢາ, ພັກຜ່ອນໃຫ້ພຽງພໍ ແລະອອກກຳ ລັງກາຍຢ່າງສະໝຳ່ສະເໝີ (ຄວນກວດລະດັບຄວາມດັນກ່ອນອອກກຳລັງກາຍບໍ່ໃຫ້ຫຼາຍກວ່າ 200/115 mmHg). ໄຂມັນໃນເລືອດສູງ ເກີດມາຈາກການກິນຊີ້ນ ສ່ວນທີ່ມີໄຂມັນ ແລະເຄື່ອງໃນສັດ, ອາຫານທະເລ, ອາຫານທອດນຳ້ມັນ ແລະເຂົ້າໜົມຫວານ. ເຮົາສາມາດປ້ອງກັນໄດ້ໂດຍກິນອາຫານທີ່ມີກາກໃຍສູງ, ພັກຜ່ອນໃຫ້ພຽງພໍ ແລະ ອອກກຳລັງກາຍອາທິດລະ 3 ຄັ້ງ ຢ່າງໜ້ອຍ 30 ນາທີ.
2, ປະສາດຫູເສື່ອມ: ການສຳຜັດກັບສຽງດັງປຽບດັ່ງອັນຕະລາຍໃກ້ໂຕ ທີ່ຫຼາຍຄົນເບິ່ງຂ້າມ ແລະບໍ່ຮູ້ເຖິງຜົນກະທົບຕໍ່ສຸຂະພາບທີ່ຕາມມາ ເຊັ່ນ ການເປີດລຳໂພງໂທລະພາບສຽງດັງ ຫຼື ໃສ່ສະເບົ້າສຽງດັງຕະຫຼອດເໝິດມື້. ລະດັບສຽງດັງຫຼາຍ ຍັງເປັນສາເຫດຂອງບາງໂຣກ ເຊັ່ນ ຄວາມດັນເລືອດສູງ, ໂຣກລະບົບຫົວໃຈ ແລະຫຼອດເລືອດ, ໂຣກຕຶງຄຽດ, ນອນບໍ່ຫຼັບ ແລະໂຣກກະເພາະ.
3, ຈໍປະສາດຕາເສື່ອມ: ສາຍຕາສັ້ນກັບຈໍປະສາດຕາເສື່ອມ ມີຄວາມໃກ້ຄຽງກັນຫຼາຍທີ່ສຸດ ຊຶ່ງອາການຂອງຈໍປະສາດຕາເສື່ອມຄື ຈະຮູ້ສຶກວ່າດວງຕາເບິ່ງບໍ່ເຫັນຊັດຄືແຕ່ເກົ່າ ແລະຈະເລີ່ມເປັນໄປຢ່າງຊ້າໆ, ມີອາການຕາມົວ, ມີຄວາມລຳບາກໃນການໃຊ້ສາຍຕາອ່ານໜັງສື ຫຼື ເຮັດວຽກທີ່ມີຄວາມລະອຽດ ແລະຕ້ອງໃຊ້ແສງຫຼາຍ.
ສຳລັບຜູ້ທີ່ຕ້ອງການເຮັດວຽກຢູ່ກັບໜ້າຈໍ ຄອມພິວເຕີ່ ຢູ່ຕະຫຼອດເວລາສາມາດປ້ອງກັນໄດ້ໂດຍ:
- ໃສ່ແວ່ນຕາ ເພື່ອຮັກສາສາຍຕາ.
- ປັບແສງສະຫວ່າງໜ້າຈໍ ຄອມພິວເຕີ່ ໃຫ້ພໍດີ.
- ໃຊ້ຂະໜາດໂຕອັກສອນໃຫ້ໃຫຍ່ພຽງພໍ ແລະ ປັບຄວາມເຂັ້ມຂອງໂຕອັກສອນໃຫ້ເໝາະສົມ.
- ວາງຈໍ ຄອມພິວເຕີ ໃຫ້ເໝາະສົມ ບໍ່ໃຫ້ຈໍຢູ່ສູງ ຫຼື ຕຳ່ເກີນກວ່າລະດັບສາຍຕາ.