ພະທາດສາມປາງ ເປັນສະຖາປັດຕະຍະກຳຫີນ ແບບຂອມບູຮານ ຕັ້ງຢູ່ເຂດ 4 ໂນນຍາງ ເມືອງ, ສຸຂຸມາ, ແຂວງ ຈຳປາສັກ ຫ່າງຈາກຕົວເມືອງ ສຸຂຸມາ ໄປທາງຕາເວັນຕົກສຽງເໜືອປະມານ 13 ກິໂລແມັດ ແລະ ຫ່າງຈາກ ນະຄອນ ປາກເຊ ໄປທາງຕາເວັນຕົກສ່ຽງໃຕ້ ປະມານ 72 ກິໂລແມັດ. ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງເປັນສາຂາໜຶ່ງຂອງ ແມ່ນໍ້າຂອງ; ໃນອະດີດ ຫ້ວຍນີ້ມີນໍ້າໄຫຼຕະຫຼອດ ຄົນບູຮານໄດ້ໃຊ້ເປັນທາງຂົນສົ່ງ ແລະ ໄປມາຫາສູ່ກັນ. ນອກຈາກນີ້ ຍັງມີເສັ້ນທາງບູຮານຈາກ ວັດພູ ໄປທາງໃຕ້ຈົນເຖິງຊາຍແດນ ກຳປູເຈຍ.

ຕາມການບອກເລົ່າຂອງເຖົ້າແກ່ແນວໂຮມບ້ານໃນເຂດນັ້ນໃຫ້ຮູ້ວ່າ ພະທາດສາມປາງ ເປັນພະທາດທີ່ກໍ່ສ້າງຂຶ້ນມາໃນໄລຍະສະຕະວັດທີ 12 ເຊິ່ງສ້າງບໍ່ສໍາເລັດ ໂດຍຕັ້ງລຽງກັນເທິງແທ່ນ ສັນນິຖານວ່າ ສຸພາທາ ເປັນຜູ້ສ້າງຂຶ້ນ. ຜູ້ຊ່ຽວຊານທາງບູຮານນະຄະດີ ໄດ້ສັນນິຖານວ່າ ສຸພາທາ ອາດແມ່ນບຸກຄົນດຽວກັນກັບ ທິວາກາຮາປັນດິຕາ ເຊິ່ງເປັນທີ່ປຶກສາຂອງເຈົ້າຊີວິດ.

ພະທາດສາມປາງ ເປັນຜາສາດຫີນສາມຍອດ ທີ່ເຄີຍຮຸ່ງເຮືອງ ແລະ ໄດ້ຫຼົ້ມສະຫຼາຍ ແຫ່ງອະຣິຍະທຳຂອມ, ເຊິ່ງຊາວຂອມບູຮານນັ້ນ ເດີມເປັນຊາດນິຍົມສາສະໜາຮິນດູ ແລະ ໄດ້ແຜ່ສາສະໜານີ້ ໄປດ້ວຍຮູບແບບຕ່າງໆ ບໍ່ວ່າຈະເປັນຫຼັກການປົກຄອງ, ຄະຕິຄວາມເຊື່ອ ແລະ ວິຖີການດຳລົງຊີບ. ດ້ວຍເຫດຫຼັກປັດໄຈນີ້ ພະທາດສາມປາງອາດຈະເປັນເທວະສະຖານ, ເປັນຕົວແທນ ຫຼື ໝາຍເຖິງ ພະຊີວະ, ພະວິສະນຸ ແລະ ພະພົມ ກໍເປັນໄດ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ດ້ານໜ້າຂອງທາດສາມປາງ ມີຫີນສີລາຈາລຶກ ທີ່ມີໜັງສືຂຽນໄວ້ທັງ 4 ດ້ານ ສັນນິຖານວ່າ ຫີນສີລາຈາລຶກ ໄດ້ບັນທຶກເຫດການດັ່ງກ່າວນັ້ນໄວ້ ເຊິ່ງເປັນຂໍ້ມູນທີ່ສຳຄັນສຳລັບນັກຊ່ຽວຊານທາງດ້ານໜັງສືຈາລຶກຫີນສີລາ ເຊິ່ງພົວພັນເຖິງປະຫວັດສາດຂະແມ ຫຼື ກຳປູເຈຍ ໃນ ປັດຈຸບັນ.

ເຖິງຢ່າງໃດກໍ່ຕາມ ສະຖານທີ່ແຫ່ງນີ້ຍັງເປັນປິດສະໜາ ເຊິ່ງຫາຄຳຕອບຍັງບໍ່ໄດ້ວ່າ ໃຜເປັນຜູ້ສ້າງກັນແທ້ ແລະ ເພື່ອຈຸດປະສົງຫຍັງ ເພາະເປັນພຽງການບອກເລົ່າກັນມາປາກຕໍ່ປາກ ທີ່ຜູ້ເຖົ້າຜູ້ແກ່ທີ່ອາໄສຢູ່ບໍລິເວນນັ້ນເລົ່າໃຫ້ຟັງ, ບາງຄົນກໍວ່າ: ທາດສາມປາງ ແມ່ນສະຖານທີ່ບູຮານທີ່ພວກຂອມສ້າງຂຶ້ນ ໂດຍການນຳພາສາຂອງສາມອ້າຍນ້ອງຜູ້ທີ 1 ຊື່ວ່າ: ກຳມະລໍ, ຜູ້ທີ 2 ຊື່ວ່າ: ກຳມະລິເກຍ ແລະ ຜູ້ທີ 3 ຊື່ວ່າ: ກຳມະລິເມຍ ແຕ່ກໍຍັງຫາສາເຫດມາສະຫຼຸບບໍ່ໄດ້ເທື່ອ ເຖິງປະຫວັດຄວາມເປັນມາຢ່າງແທ້ຈິງ.

ປັດຈຸບັນນີ້ ຍັງໄດ້ພົບເຫັນຮ່ອງຮອຍ ໂດຍສະເພາະແມ່ນເຂດທີ່ປະຊາຊົນທຳມາຫາກິນ ບໍ່ວ່າຈະເປັນການເຮັດໄຮ່, ເຮັດນາ, ປຸກເຮືອນໃສ່ ແຕ່ກໍຍັງສາມາດສັນນິຖານໄດ້ອີກວ່າ ແມ່ນເສັ້ນທາງບູຮານ ແລະ ໃນທຸກໆ ປີ ມື້ຂຶ້ນ 15 ຄໍ່າເດືອນ 2 (ເດືອນຍີ່) ບັນດາຊາວບ້ານ, ຊາວເມືອງ ສຸຂຸມາ ຈະມີການຈັດພິທີສະເຫຼີມສະຫຼອງ ພະທາດສາມປາງແຫ່ງນີ້ ເຊິ່ງຖືເປັນປະເພນີ ທີ່ໄດ້ສືບທອດກັນມາເເຕ່ດົນນານ ຈາກລຸ້ນສູ້ລຸ້ນ.

ຂໍ້ມູນຈາກ: laosjourney.com

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້