“ບຸນຫຼິ້ນຫຸ່ນ” ແມ່ນອີກໜຶ່ງບຸນປະເພນີຂອງຊາວບ້ານ ກອງລໍ, ເມືອງ ຄູນຄຳ, ແຂວງ ຄຳມ່ວນ ທີ່ໄດ້ສືບທອດກັນມາເເຕ່ລຸ້ນປູ່ລຸ້ນຍ່າ ເຊິ່ງໄດ້ຈັດຂຶ້ນທຸກໆ ປີ ໂດຍຈະກຳນົດເອົາເດືອນ 4 ເພັງ ຂອງແຕ່ລະປີ ເປັນມື້ຈັດງານ.
ເມື່ອໃກ້ຮອດໄລຍະງານບຸນ ຊາວບ້ານຈະພາກັນຕົ້ມເຫຼົ້າ ແລະ ກະກຽມອາຫານ ການກິນ ເພື່ອຕ້ອນຮັບສັດທາຈາກພາກສ່ວນຕ່າງໆ ທີ່ມາຮ່ວມງານ, ໃນມື້ຂຶ້ນ 13 ຄໍ່າເດືອນ 4 ລາວ ຈະເປັນມື້ຫ້າງຫາກະກຽມສະຖານທີ່, ຫໍອຸປະຄຸດ, ບ່ອນຝັງຫຸ່ນ ໂດຍການເອົາກະໂປະຫົວຄວາຍ ຈຳນວນ 4 ຫົວ ຝັງໄວ້ທັງ 4 ທິດ, ພໍເຖິງເວລາ 4:00 ໂມງເຊົ້າ ຂອງມື້ຂຶ້ນ 14 ຄໍ່າ ຊາວບ້ານກໍຈະພາກັນໄປນຳເອົາ ອຸປະຄຸດ (ຫີນແຮ່-ຫີນຊາຍ ຢູ່ພື້ນນໍ້າ) ມາຂຶ້ນຫໍທີ່ໄດ້ກະກຽມໃວ້ ເພື່ອເປັນການປົກປັກຮັກສາຊາວບ້ານ ແລະ ເຮັດໜ້າທີ່ປາບມານຮ້າຍ ຕາມຄວາມເຊື່ອຂອງຄົນສະໄໝກ່ອນ.
ສໍາລັບຕອນກາງຄືນ ຈະມີການຄົບງັນຕາມຮີດຄອງປະເພນີ, ໃນເວລາ 7:00 ໂມງເຊົ້າ ຂອງມື້ຂຶ້ນ 15 ຄໍ່າ ທຸກໆຄອບຄົວ ໄດ້ກະກຽມເຄື່ອງໃສ່ບາດຖວາຍສັງຂະທານ, ເວລາ 14:00 ໂມງ ຊາວບ້ານກໍຈະພາກັນແຮ່ອ້ອມບ້ານ ໂດຍແຕ່ລະຄົນຈະແຕ່ງກາຍທີ່ມີຫຼາກຫຼາຍສີສັນ ແຕກຕ່າງກັນໄປ ມືຖືດາບທີ່ເຮັດຈາກໄມ້ ເພື່ອໄລ່ມານຮ້າຍ ພ້ອມທັງຕີກອງເລງ, ກອງຫາງ, ລຳພະຫຍາຍ່ອຍ, ເປົ່າປີ່, ເປົ່າແຄນ ແລະ ອື່ນໆ.
ເມື່ອມາຮອດເດີ່ນວັດ ກໍຈະມີຂັນຫ້າເພື່ອເຊີນໃຫ້ໝໍຫຸ່ນ (ເຈົ້າມະເຫສັກ) ມາຫຼິ້ນບຸນຮ່ວມກັບຊາວບ້ານ ແລ້ວມີການແຮ່ອ້ອມວັດ 3 ຮອບ. ຜູ້ເປັນໝໍຫຸ່ນ ຈະເຮັດໜ້າທີ່ແຕ່ງຕັ້ງຜູ້ຮັບໃຊ້ເຊິ່ງປະກອບມີສັດດົມກິ່ນ ແລະ ທະຫານຈຳນວນໜຶ່ງ ເພື່ອລໍຖ້າປາບຜີຮ້າຍ. ພໍຮອດເວລາ ໝໍຫຸ່ນ ກໍໃຫ້ຊາວບ້ານເອົານໍ້າມາຫົດຈຸດທີ່ຝັງກະໂປະຫົວຄວາຍ ແລະ ໃຫ້ໝໍສ່ຽງ, ໝໍໂຫນ, ໝໍທວາຍ, ສ່ຽງທວາຍ ພ້ອມໃຫ້ສັດດົມກິ່ນກວດວ່າຈຸດໃດມີຫຸ່ນ (ຜີຮ້າຍ) ເມື່ອພົບຫຸ່ນແລ້ວ ໝໍຫຸ່ນຈະມີພິທີສູດເພື່ອເອົາຫຸ່ນອອກ ພ້ອມທັງໃຫ້ຊາວບ້ານລົງເກືອກຂີ້ຕົມໃນຈຸດທີ່ຫຸ່ນຖືກຝັງຢູ່ ແລະ ປະຕິບັດໄປຈົນຄົບ 4 ທິດ (4 ຈຸດ) ໂດຍເລີ່ມຈາກທິດເໜືອ, ຕາເວັນອອກ, ທິດໃຕ້ ແລະ ທິດຕາເວັນຕົກ.
ຕໍ່ມາ ກໍໄດ້ມີພິທີປັດກວາດສິ່ງທີ່ບໍ່ດີອອກຈາກບ້ານ ແລ້ວນຳຫຸ່ນ ແລະ ອຸປະຄຸດ ລົງສູ່ທ່ານ້ຳ ປ່ອຍໃຫ້ໄຫຼໄປກັບນໍ້າ ຖືວ່າເປັນການລ້າງສ່ວຍສິ່ງບໍ່ດີອອກຈາກຮ່າງກາຍ, ຈາກນັ້ນ ກໍໄດ້ພ້ອມກັນກັບຄືນສູ່ວັດ ເພື່ອໃຫ້ຄູບາສູດໄຊຍັນໂຕ ແລະ ບາສີ-ສູ່ຂວັນ ເປັນສິລິມຸງຄຸນ. ເວລາ 14:00 ໂມງ ຊາວບ້ານກໍນຳເອົາກອງເລງ ພ້ອມຕົ້ນກາລະພຶກ ແຮ່ອ້ອມບ້ານອີກຄັ້ງ (ເກັບດູກເຫຼົ້າ) ແລ້ວນຳໄປຖວາຍຕົ້ນກາລະພຶກ ແລະ ປັດໃຈ ໃສຍະທານຕ່າງໆ ໃຫ້ແກ່ພຣະພິຂຸສົງ ສຳມະເນນ ແມ່ນຂັ້ນຕອນສຸດທ້າຍຂອງງານບຸນ.
ຕາມຄວາມເຊື່ອ ຂອງຊາວບ້ານ ກອງລໍ ມີຄວາມເຊື່ອວ່າ: ການຈັດບຸນປະເພນີ ບຸນຫຼິ້ນຫຸ່ນນີ້ ກໍເພື່ອໃຫ້ເຈົ້າຖິ່ນເຈົ້າຖານ ປົກປັກຮັກສາແກ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມໃນ ຖ້ຳກອງລໍ ແລະ ເພື່ອຄວາມຢູ່ເຢັນເປັນສຸກຂອງຊາວບ້ານ ທັງເປັນການສືບທອດ, ອະນຸລັກຮັກສາດ້ານວັດທະນະທຳ, ຮີດຄອງປະເພນີ ສະເພາະຂອງທ້ອງຖິ່ນໄວ້ໃຫ້ລູກຫຼານໄດ້ຮູ້ຈັກ ແລະ ສືບຕໍ່ປະຕິບັດໃຫ້ຢູ່ຄູ່ກັບຊາວ ບ້ານ ກອງລໍ ຕະຫຼອດໄປ.
Hits: 0