ພະທາດໂຜ່ນ ແມ່ນສະຖານທີ່ ທີ່ມີຄວາມສັກສິດຄູ່ບ້ານຄູ່ເມືອງຂອງຊາວພຸດ ເວົ້າລວມກໍຄື ຊາວພຸດລາວທົ່ວປະເທດ ທີ່ໃຫ້ຄວາມເຄົາລົບບູຊາມາແຕ່ບູຮານນະການ ເຊິ່ງປີນີ້ ໄດ້ມີພິທີເປີດ ບຸນນະມັດສະການພະທາດໂຜ່ນປະຈໍາປີ 2022 ຂຶ້ນໃນວັນທີ 14 ກຸມພາ 2022 ໂດຍມີ ທ່ານ ປອ ແສງທອງ ວັງແກ້ວມະນີ, ເຈົ້າເມືອງ ໄຊພູທອງ, ມີຄະນະປະຈໍາພັກເມືອງ-ກໍາມະການພັກເມືອງ, ຫ້ອງການອ້ອມຂ້າງເມືອງ, ອົງການຈັດຕັ້ງມະຫາຊົນ,ຜູ້ປະກອບການນັກທຸລະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.

ທ່ານ ປ.ອ ແສງທອງ ວັງແກ້ວມະນີ, ເຈົ້າເມືອງໄຊພູທອງ ກ່າວວ່າ: ການຈັດງານດັ່ງກ່າວຂຶ້ນມາ ແມ່ນເປັນການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມ ທີ່ໄດ້ສືບທອດກັນມາຫຼາຍລຸ້ນຄົນ ໃຫ້ມີຄວາມຍຶນຍົງ ຄົງຄູ່ກັບຄົນລາວຕະຫຼອດໄປ, ເປັນການສ້າງໂອກາດໃນການໂຄສະນາການທ່ອງທ່ຽວ ຂອງ ສປປ ລາວ ແລະ ການທ່ອງທ່ຽວຂອງເມືອງ ໄຊພູທອງ, ທັງເປັນການຊຸກຍູ້ສົ່ງເສີມການຜະລິດ ທຸກພາກສ່ວນເສດຖະກິດ.

ໃນພິທີດັ່ງກ່າວ ໄດ້ມີການແຮ່ຜາສາດເຜິ້ງໃຫຍ່ ເພື່ອເປັນການສັກກາລະບູຊາ ເປັນການສືບສານວັດທະນະທໍາລາວ ທີ່ເຄີຍປະຕິບັດກັນມາ, ຖືວ່າເປັນປີທີສອງ ທີ່ໄດ້ຈັດໃຫ້ມີກິດຈະກໍານີ້ຂຶ້ນມາເພື່ອ ເປັນການບູຊາແດ່ ອົງພະທາດໂຜ່ນ. ພ້ອມນີ້ກໍຍັງໄດ້ຊົມການສະແດງສິລະປະວັນນະຄະດີ ຈາກນ້ອງນັກຮຽນ ມ.ສ ພູມມະເຈດີ, ມ.ສ ນາຄໍາ ແລະ ຂະບວນຟ້ອນບຸນແຫ່ໃຫຂອງຊາວບ້ານນໍ້າພຸ.

ນອກຈາກນີ້, ຍັງມີຫຼາກຫຼາຍກິດຈະກຳ ເພື່ອໃຫ້ຜູ້ທີ່ມາທ່ຽວຊົມ, ກາບໄຫວ້ພະທາດໂຜ່ນ ແລະ ໄດ້ທ່ຽວໄດ້ຊົມ ສິນຄ້າໂອດ໋ອບ, ຜະລິດຕະພັນພາຍໃນ ແລະ ຄອບຄົວຕົວແບບ ທີ່ໄດ້ນໍາເອົາພະລິດຕະພັນ ກະສິກຳ-ຫັດຖະກຳ ຂອງຕົນເອງຜະລິດ ມາວາງຂາຍ ເຊິ່ງການຈັດງານດັ່ງກ່າວ ໄດ້ປະຕິບັດຄຽງຄູ່ກັບມາດຕະການ ການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ-19.
Hits: 0