Thursday, March 28, 2024
Lenovo

ຂີ້ເຂັບລາວລອຍນ້ຳໄດ້ ໂຕລະ 1,4 ລ້ານກີບ ມີດີແນວໃດ?

ການທີ່ໄດ້ເຫັນ ຂີ້ເຂັບລອຍໜີນ້ຳນັ້ນ ເປັນອີກໜຶ່ງປະສົບການທີ່ເຊື່ອວ່າຫຼາຍໆຄົນເຫັນແລ້ວຮູ້ສຶກຂົນລຸກ, ແຕ່ທ່ານຮູ້ບໍ່ວ່າ ບໍ່ແມ່ນແຕ່ຂີ້ເຂັບທຸກໂຕທີ່ຢ້ານນ້ຳ ໂດຍສະເພາະຂີ້ເຂັບນ້ຳຕົກສາຍພັນລາວ ທີ່ສ້າງຄວາມຮືຮາໄປທົ່ວວົງການຄົ້ນຄວ້າກ່ຽວກັບແມງໄມ້ຕ່າງໆ (Entomology) ເຊິ່ງຊ່ວຍເປີດໂລກະທັດໃນການສຶກສາ ຂີ້ເຂັບທີ່ເລິກເຊິ່ງກວ່າທີ່ຜ່ານມາ. 

ຄວາມຈິງແລ້ວ ໂລກຂອງເຮົາໄດ້ຮູ້ຈັກສາຍພັນຂີ້ເຂັບບໍ່ຢ້ານນ້ຳ ມາຕັ້ງແຕ່ປີ 2016 ແລ້ວ, ໂດຍ 2 ໃນ 4 ຕົວຢ່າງທີ່ໃຊ້ຢືນຢັນ ສາຍພັນໃໝ່ນີ້ ໄດ້ມາຈາກ ນະຄອນປາກເຊ, ແຂວງ ຈຳປາສັກ ແຕ່ 5 ປີຜ່ານມາ, ຜົນທີ່ໄດ້ກໍຢັ້ງຢືນຊັດເຈນວ່າ ຂີ້ເຂັບສະເທືອນນ້ຳ ສະເທືອນບົກ ບໍ່ແມ່ນແມງໄມ້ທີ່ຈະຫາໄດ້ທົ່ວໄປ, ໂດຍນັກຄົ້ນຄວ້າກ່ຽວກັບແມງໄມ້ ໄດ້ຄົ້ນພົບຂີ້ເຂັບທີ່ລີ້ຢູ່ໃຕ້ນ້ຳໄດ້ແບບດຽວກັນນີ້ ເພີ່ມອີກ 2 ສາຍພັນເທົ່ານັ້ນ! ເຊິ່ງກໍແມ່ນ ຂີ້ເຂັບຂາສີຂຽວອ່ອນ ທີ່ປະເທດ ຟິລິບປິນ ແລະ ຂີ້ເຂັບໂຕເຫຼື້ອມຂຽວມໍລະກົດ ເຊິ່ງພົບໃນປະເທດ ຍີ່ປຸ່ນ ແລະ ໄຕ້ຫວັນ. 

ໂດຍຄວາມໜ້າຕື່ເຕັ້ນ ໃນການຄົ້ນພົບຂີ້ເຂັບທັງ 3 ສາຍພັນນີ້, ບໍ່ແມ່ນແຕ່ການຄົ້ນພົບ ຂີ້ເຂັບທີ່ບໍ່ຢ້ານນ້ຳ ຫຼື ຍ່າງຢູ່ໃຕ້ນ້ຳໄດ້ ແຕ່ເປັນເພາະວ່າ ຂີ້ເຂັບສ່ວນໃຫຍ່ຂອງໂລກ ທັງໝົດປະມານ 8.000 ສາຍພັນ ເຖິງວ່າຈະລອຍນ້ຳໄດ້ ແຕ່ກໍບໍ່ມີສາຍພັນໃດ ທີ່ມີພຶດຕິກຳແລ່ນລົງນ້ຳເພື່ອຫຼົບລີ້ ຄືກັນກັບຂີ້ເຂັບສາຍພັນອາຊີທັງ 3 ຊະນິດນີ້ເລີຍ (ຂໍ້ມູນ Ecology ຈາກ wikipedia).

ຖ້າທຽບໃສ່ກັນກັບຕະກູນ ຂີ້ເຂັບໄຟ ໂຕດຳ, ຂາແດງ ທີ່ເຫັນໄດ້ທົ່ວໄປໃນຊ່ວງນ້ຳຖ້ວມ ເຊິ່ງມີລັກສະນະໃກ້ຄຽງກັນກັບ ຂີ້ເຂັບນ້ຳຕົກ ຂອງລາວ ສິ່ງທີ່ສັງເກດໄດ້ຊັດເຈນທີ່ສຸດຄື ເມື່ອລົງນ້ຳແລ້ວ ຂີ້ເຂັບໄຟ ຈະກ່າງຂາທຸກຂາອອກໃນລັກສະນະ ຕະກຽດຕະກາຍນ້ຳ ໄປຈົນຮອດຝັ່ງ ໃນຂະນະທີ່ ຂີ້ເຂັບນ້ຳຕົກ ຈະຫຸບຂາແລ້ວລອຍໄປເທິງໜ້ານ້ຳໃນລັກສະນະຄ້າຍຄືກັບງູ ຫຼື ຫຸບຂາດຳນ້ຳ ໃນລັກສະນະຄ້າຍຄືອ່ຽນ. 

ທັງນີ້, ຍັງບໍ່ກວມເອົາຂີ້ເຂັບສາຍພັນ Scolopendra subspinipes mutilans ຫຼື ຂີ້ເຂັບຫົວແດງຈີນ ທີ່ລອຍນ້ຳໄດ້ຄືກັນກັບຂີ້ເຂັບນ້ຳຕົກ ແຕ່ຈາກຂໍ້ມູນໂດຍທົ່ວໄປ ຂີ້ເຂັບ ເປັນແມງໄມ້ທີ່ບໍ່ສາມາດຢູ່ໃນນ້ຳໄດ້ດົນຫຼາຍ, ໂດຍ ຂີ້ເຂັບທີ່ຖືກເຮັດໃຫ້ສະຫຼົບ ເພື່ອກວດຫາເພດນັ້ນ ຈະຖືກແຊ່ນ້ຳໄວ້ປະມານ 3 ນາທີ ເພື່ອໃຫ່ສະຫຼົບ ແລະ ຖ້າຖືກແຊ່ນ້ຳໄວ້ດົນເກີນໄປກໍຈະຕາຍເພາະຂາດອາກາດໄດ້ ເຊັ່ນດຽວກັນກັບຄົນເຮົາ.

ດັ່ງນັ້ນ, ການມີຂີ້ເຂັບຍ່າງຢູ່ໃຕ້ນ້ຳ ຫຼື ລີ້ໄປນອນແຊ່ນ້ຳໄດ້ ຈຶ່ງບໍ່ແມ່ນພຶດຕິກຳປົກກະຕິຂອງ ຂີ້ເຂັບ ທີ່ເຮົາຈະພົບເຫັນໄດ້ງ່າຍໆ. 

ຂີ້ເຂັບ ນ້ຳຕົກ (Waterfall Centipede)

ສຳລັບ ຂີ້ເຂັບ ສາຍພັນ Scolopendra cataracta ຫຼື ຂີ້ເຂັບ ນ້ຳຕົກ (Waterfall Centipede) ເຊິ່ງຄົ້ນພົບໃນ ລາວ ນັ້ນ, ຄົ້ນພົບເປັນຄັ້ງທຳອິດຢູ່ບໍລິເວນ ນ້ຳຕົກຕາດອີ່ຕູ້ ເທິງພູພຽງບໍລະເວນ ແຂວງ ຈຳປາສັກ ໃນປີ 2016 ໂດຍມີຜູ້ພົບເຫັນວ່າ ມັນແລ່ນໜີຈາກເທິງບົກ ໄປລີ້ຢູ່ຫຼືບຫິນໃນນ້ຳ, ຈົນໃນທີ່ສຸດເມື່ອມີການປະກາດຢືນຢັນວ່າ ເປັນຂີ້ເຂັບສາຍພັນໃໝ່ຂອງໂລກ ຈຶ່ງນັບໄດ້ວ່າ ຂີ້ເຂັບນ້ຳຕົກນັ້ນເປັນ “ຂີ້ເຂັບສະເທືອນນ້ຳ ສະເທືອນບົກ” ສາຍພັນທຳອິດຂອງໂລກທີ່ເຮົາໄດ້ຄົ້ນພົບ. 

ຂີ້ເຂັບຂາສີມິ້ນຕ໌ ຟິລິບປິນ (Philippine Mint-Leg Centipede)

ສ່ວນຂີ້ເຂັບຂາສີຂຽວອ່ອນ ຂອງ ຟິລິບປິນ ຄືສາຍພັນ Scolopendra paradoxa ຫຼື ເອີ້ນກັນໃນກຸ່ມນັກນິຍົມລ້ຽງຂີ້ເຂັບວ່າ “ຂີ້ເຂັບຂາສີມິ້ນຕ໌ ຟິລິບປິນ” (Philippine Mint-Leg Centipede) ມີບັນທຶກເປັນຄັ້ງທຳອິດໃນປີ 2018 ວ່າ ລີ້ໂຕຢູ່ກ້ອງຊາກໃບໄມ້ໃນລຳນ້ຳແຫ່ງໜຶ່ງຂອງປ່າ ມິໂດໂຣ ເຊັ່ນກັນ, ໂດຍຈະມີໜ້າຕາຄ້າຍຄືກັບ ຂີ້ເຂັບຂາສີມິ້ນຕ໌ ຈີນ (Scolopendra subspinipes) ແຕ່ພຶດຕິກຳມັກນ້ຳນັ້ນ ບໍ່ຄືກັນເລີຍ. 

ຫຼ້າສຸດຄື ຂີ້ເຂັບສີເຫຼື້ອມຂຽວມໍລະກົດ ມີຊືື່ວ່າ Scolopendra alcyona ຫຼື ຊື່ຍີ່ປຸ່ນຄື “ຣຽວຈິນ ໂອມຸຄະເດະ” ພົບຄັ້ງທຳອິດເມື່ອຕົ້ນປີ 2021 ໃນ ໝູ່ເກາະຣຽວຄຽວ ເຊິ່ງຍາວຈາກ ຍີ່ປຸ່ນ ໄປຈົນຮອດ ໄຕ້ຫວັນ ແລະ ມີຂໍ້ມູນທີ່ຢືນຢັນເພີ່ມເຕີມໄດ້ອີກວ່າ ບໍ່ພຽງແຕ່ການຫຼົບລີ້ເຊື່ອງໂຕເອງໄດ້ຢູ່ໃຕ້ນ້ຳເທົ່ານັ້ນ, ແຕ່ຍັງພົບວ່າ ຂີ້ເຂັບ ຣຽວຈິນ ໂອມຸຄະເດະ ຍັງຈັບກຸ້ງໃນບໍລິເວນນັ້ນກິນເປັນອາຫານ ເຊິ່ງສອດຄ່ອງກັບສົມມຸດຖານທີ່ຕັ້ງໄວ້ຕັ້ງແຕ່ປີ 2016 ວ່າ ຂີ້ເຂັບສະເທືອນນ້ຳ ສະເທືອນບົກ ນັ້ນ, ມີພຶດຕິກຳລ່າເຫຍື່ອໃນນ້ຳນຳອີກ. 

ຢ່າງໃດກໍຕາມ ເຖິງວ່າ ຂີ້ເຂັບທຸກໂຕ ຈະເປັນນັກລ່າ ແລະ ຂີ້ເຂັບ ໃນຕະກູນ ສະໂກໂລເພນດຣາ (Scolopendra) ກໍໂຕໃຫຍ່ເປັນຕາຢ້ານ ແລະ ລ້ວນແຕ່ມີພິດ ແຕ່ໃນຄວາມເປັນຈິງແລ້ວ ຂີ້ເຂັບ ທຸກຊະນິດ ຈະຫຼີກໜີຈາກມະນຸດ ແລະ ພິດຂອງຂີ້ເຂັບກໍບໍ່ຫຼາຍພໍ ທີ່ຈະທຳຮ້າຍຄົນຈົນເສຍຊີວິດໄດ້, ຍົກເວັ້ນຜູ້ທີ່ແພ້ພິດຂອງມັນ (ປະຫວັດຂອງຜູ້ທີ່ເສຍຊີວິດຈາກຂີ້ເຂັບ ຄືຜູ້ທີ່ຖືກກັດບໍລິເວນຄໍ). 

ນອກຈາກນີ້, ຂີ້ເຂັບສະເທືອນນ້ຳ ສະເທືອນບົກ ກໍເປັນສັດທີ່ພົບເຫັນໄດ້ຍາກ, ເຊິ່ງນັ້ນເຮັດໃຫ້ລາຄາຂອງທັງ 3 ສາຍພັນນີ້ສູງກວ່າ ຂີ້ເຂັບ ປົກກະຕິຫຼາຍເທົ່າໂຕ, ໂດຍລາຄາຂອງ ຂີ້ເຂັບນ້ຳຕົກ ທີ່ຂາຍໃຫ້ຜູ້ນິຍົມລ້ຽງສັດແປກນັ້ນ ສູງເຖິງ 130 ໂດລາ ຫຼື ປະມານ 1,4 ລ້ານກວ່າກີບ, ໃນຂະນະທີ່ ຂີ້ເຂັບຈີນຫົວແດງ ມີລາຄາປະມານ 270.000 ກີບ ແລະຂີ້ເຂັບໄຟຂາເຫຼືອງ ຂອງ ຫວຽດນາມ ມີລາຄາປະມານ 330.000 ກີບ. 

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

Vietjet ມອບໂປໂມຊັ່ນ Friday Sale ມອບປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

(ນະຄອນຫຼວງວຽງຈັນ, ວັນທີ 28 ມີນາ 2024) - Vietjet ມີຄວາມຕື່ນເຕັ້ນ ທີ່ຈະໄດ້ມອບໂປຣໂມຊັ່ນປີ້ຍົນຕ່າງປະເທດໃນທຸກໆວັນສຸກ! ປີນີ້ເປັນໂອ​ກາດ​ທີ່​ດີສໍາ​ລັບ​ນັກທ່ອງທ່ຽວຈາກ​ທົ່ວ​ໂລກ ​ໃນ​ການ​ເດີນ​ທາງຕາມທີ່​ຝັນ ​ດ້ວຍ​ລາ​ຄາ​ສ່ວນ​ຫຼຸດ​ສຸດພິ​ເສດ​.

ນ້ຳແອດ-ພູເລີຍ ແຂວງຫົວພັນ! ແຫຼ່ງທ່ອງທ່ຽວທຳມະຊາດຂອງແທ້.

ຫຼາຍຄົນມັກຄິດວ່າ “ການທ່ອງທ່ຽວ” ຄືການໄປເບິ່ງນ້ຳຕົກຕາດ, ໄປເບິ່ງວັດວາອາຮາມ ແລະ ຮີດຄອງປະເພນີ. ແຕ່ວ່າ ໂຄງການ ທ່ອງທ່ຽວແບບອະນຸລັກ ຢູ່ປ່າສະຫງວນ ນ້ຳແອດ-ພູເລີຍ ມີຫຼາຍກວ່ານັ້ນ ຄື ເອົາຂຸມຊັບທາງທຳມະຊາດ ມາເປັນຈຸດຂາຍ ແລະ ເພີ່ມການອະນຸລັກທຳມະຊາດ ໄປໃນຕົວ.

ຢາກເປັນ influencer ແຕ່ເຂົາເຫັນເປັນພຽງແຕ່ Entertainer

ເປັນຄົນຂອງສັງຄົມ ແຕ່ໄປວຽກໃດ ເຂົາກໍໃຫ້ແຕ່ຮອຍຍິ້ມ ຢາກຈະໄດ້ຣີວິວຜະລິດຕະພັນເປັນ influencer ກັບເຂົາແດ່ ແຕ່ສຸດທ້າຍ ເຈົ້າຂອງຜະລິດຕະພັນຊ້ຳພັດເບິ່ງເຮົາເປັນພຽງແຕ່ Entertainer.