Friday, March 21, 2025

ສິ່ງທີ່ແມ່ຄວນຮູ້! ກ່ອນການເກີດລູກ

ການຖືພາ ແລະການລ້ຽງລູກ ຖືເປັນຄວາມຮັບຜິດຊອບທີ່ຍິ່ງໃຫຍ່ສຳລັບຄົນທີ່ເປັນພໍ່ແມ່ ຍິ່ງໃກ້ຈະເກີດ ຍິ່ງຕ້ອງກຽມໂຕໃຫ້ພ້ອມກັບການລ້ຽງລູກ ແລະ ການໃຊ້ຊີວິດ ເມື່ອມີລູກນ້ອຍ. ດັ່ງນັ້ນ ກ່ອນທີ່ແມ່ຈະໃຫ້ກຳເນີດລູກ ແມ່ຄວນກະກຽມສິ່ງຕ່າງໆໃຫ້ພ້ອມດັ່ງນີ້:

Checklist of packing a hospital bag or birth center for 8 months pregnant women before your due date
  1. ເຂົ້າອົບຮົມການເປັນແມ່ທີ່ທາງໂຮງໝໍຈັດໃຫ້: ຖ້າເປັນໄປໄດ້ ແລະມີເວລາ ແມ່ຄວນໄດ້ຮັບການອົບຮົມການເປັນແມ່ຈາກເລື່ອງເຫຼົ່ານີ້ ເຊັ່ນ ອົບຮົມເລື່ອງການເກີດລູກ, ການໃຫ້ນົມລູກ ແລະການລ້ຽງລູກ ຊຶ່ງ 3 ເລື່ອງນີ້ ຖືເປັນພື້ນຖານທີ່ສຳຄັນສຳລັບແມ່ມືໃໝ່. ສະນັ້ນ ຖ້າມີເວລາລອງເຂົ້າອົບຮົມລອງເບິ່ງຈະດີກວ່າ.
  2. ສຶກສາກ່ຽວກັບເລື່ອງສຸຂະພາບເບື້ອງຕົ້ນຂອງເດັກ: ສິ່ງທີ່ແມ່ຄວນສຶກສາເອົາໄວ້ ເຊັ່ນ ການສັກຢາວັກຊິນ,​ ອາການເຈັບປ່ວຍພື້ນຖານຂອງເດັກເກີດໃໝ່, ການເຮັດປະກັນຊີວິດ ແລະ ປະກັນສຸຂະພາບໃຫ້ລູກ, ອາການຜິດປົກກະຕິຕ່າງໆ ທີ່ຕ້ອງໄປພົບແພດ ແລະ ອື່ນໆ.
  3. ການຢູ່ກິນໃນເຮືອນສຳລັບລູກ: ແນ່ນອນວ່າ ເດັກຍ່ອມມີເຄື່ອງຂອງໃຊ້ສຳລັບເດັກທີ່ແຍກອອກຈາກຜູ້ໃຫຍ່ ເຊັ່ນ ເຄື່ອງນຸ່ງຫົ່ມ, ຜະລິດຕະພັນທຳຄວາມສະອາດຮ່າງກາຍ ແລະ ອຸປະກອນການນອນສຳລັບລູກ ຊຶ່ງສິ່ງເຫຼົ່ານີ້ ແມ່ຕ້ອງກະກຽມໄວ້ກ່ອນທີ່ລູກຈະເກີດ.
  4. ກຽມເຄື່ອງຂອງຈຳເປັນທີ່ຕ້ອງໃຊ້ໃນມື້ເກີດ: ສິ່ງຂອງຈຳເປັນຕ່າງໆ ທີ່ຕ້ອງກຽມໄປໂຮງໝໍ ເວລາໄປເກີດມີ ຜ້າຕູ້ມລູກ, ເສື້ອຜ້າ, ຖົງຕີນ, ຖົງມື, ຜ້າອ້ອມ, ໝວກ, ຢາສະຜົມ, ຄີມອາບນຳ້ ແລະ ເອກະສານຕ່າງໆ ທີ່ຈຳເປັນ.
  5. ວາງແຜນກຽມໂຕສຳລັບມື້ເກີດ: ຄວນວາງແຜນກຽມໂຕສຳລັບມື້ເກີດໃຫ້ດີ ເຊັ່ນ ລົດທີ່ຈະໃຊ້ໄປເກີດ, ຄົນທີ່ພາໄປເກີດ, ເບີໂທສຸກເສີນ ເຊັ່ນ ເບີໂທທ່ານໝໍ, ພະຍາບານ ແລະ ເບີໂທຄົນໃນຄອບຄົວ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່