ຂໍຂອບໃຈນຳຜູ້ສະໜັບສະໜູນ

“ອີວມຽນ” ແມ່ນ ອີກໜຶ່ງຊົນເຜົ່າ ທີ່ນອນຢູ່ໃນວົງຄະນາຍາດຂອງປະເທດລາວ ຊື່ເຕັມຂອງຊົນເຜົານີ້ເອີ້ນວ່າ “ອີ-ຢູ່ມຽນ” ແລະ ຊື່ທີ່ຊົນເຜົ່າອື່ນ ເອີ້ນໃຫ້ເຂົາເຈົ້າ ແມ່ນ “ຢ້າວ” ໃນ ປັດຈຸບັນ ຊົນເຜົ່ານີ້ໄດ້ມີ ການປ່ຽນຊື່ເອີ້ນ ມາເປັນ ຊົນເຜົ່າ “ອີວມຽນ” ແມ່ນຊື່ເອີ້ນທາງລັດຖະການ ເຊິ່ງເປັນຊົນເຜົ່າທີ່ປະກອບດ້ວຍ 3 ແຊງ ຄື: ແລນແຕນ, ຢ້າວຂາວ ແລະ ຢ່າວ ພົມໄໝແດງ.

ນັບແຕ່ໃດໆມາຊົນເຜົ່າ “ອີວມຽນ” ແມ່ນມີເອກະລັກ ວັດທະນະທໍາທາງດ້ານການນຸ່ງຫົ່ມ ແລະ ເອ້ຍ້ອງທີ່ ເປັນເອກກະລັກສະເພາະຂອງຊົນເຜົ່າ ທີ່ຜະລິດມາຈາກພູມປັນຍາຂອງຊາວບ້ານເອງ ເຊິ່ງໃນແຕ່ລະແຊງກໍ່ມີຄວາມແຕກຕ່າງກັນອອກໄປ.

ແມ່ຍິງ ໂດຍປົກກະຕິແລ້ວ ແມ່ນມີຄວາມນິຍົມນຸ່ງສົ້ງຂາລີບສິດ ແລະ ແສ່ວປາຍຂາໂສ້ງ ດ້ວຍດອກຝ່າຍຫຼາຍສີຄື: ສີແດງ, ສີຂາວ, ສີເຫຼືອງ ແລະ ສີຟ້າຢ່ອນລົງ ຮອດປາຍແຄ່ງ, ຫົ່ມເສື້ອແຂນຍາວສີດຳ ແລະ ສິ້ນຂອງແຂນເສື້ອໄດ້ ມີການປັກແສ່ວເປັນລວດລາຍດ້ວຍຝ່າຍທີ່ມີສີສັນແຕກຕ່າງກັນເຊັ່ນ: ສີດໍາ, ສີຂາວ ແລະ ແຂບຄໍເສື້ອດ້ວຍໝາກບັດ, ແລັນສີແດງ, ສີບົວ ທັງປະດັບດ້ວຍເງິນຂັນຫ້ອຍໄວ້ຕາມໜ້າເອິກຂອງເສື້ອຊຸດໜຶ່ງໆ ມີນໍ້າໜັກ ປະມານ 1,5 ກຼາມ, ໃສ່ຜ້າສີດໍາຄຽນຫົວທີ່ມີຄວາມຍາວ 10 ແມັດ, ສ່ວນຜ້າຄ້ອງຄໍແຕ່ລະແຊງຈະບໍ່ຄືກັນ ຊັ່ນ: ມີຜ້າແລັນຜ້າແພສີຂາວຍາວປະມານ 1 ແມັດ, ມີການແສ່ວປັກລວດລາຍຄ້ອງຄໍ ພາດລົງບ່າທາງໜ້າສອງເບື້ອງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກຈາກນີ້ ກໍຍັງມີຜ້າສີດໍາຄຽນແອວ ທີ່ແສ່ວດ້ວຍຜ້າສີແດງຢູ່ສອງສົ້ນແພ, ຜ້າພັນແຂນສີຂາວທີ່ໄດ້ຜະລິດດ້ວຍຕົນເອງ ແລະ ມີເຄື່ອງປະດັບເອ້ຢ້ອງທີ່ເຮັດດ້ວຍເງິນຄື: ປອກຄໍ, ປອກແຂນ, ປອກຂາ, ຕ້າງຫູ ແລະ ສາຍຍາວ. ໃນອະດີດແມ່ຍິງ ຊົນເຜົ່າ ອີວມຽນ ບໍ່ນິຍົມໃສ່ເກີບ, ພັດມີຄວາມນິຍົມໃສ່ປອກແຂນ, ສາຍຄໍທີ່ເຮັດດ້ວຍເງິນຊຶ່ງມີນໜັກສອງຂີດຂຶ້ນໄປ.

ແຕ່ສໍາລັບຜູ່ຊາຍ ແມ່ນມັກນຸ່ງໂສ້ງສີດາຂາລີບຍາວພຽງປາຍແຄ່ງແສ່ວດ້ວຍຝ່າຍສີແດງ ຢູ່ປາຍຂອງຂາໂສ້ງ, ມີຄວາມນິຍົມຫົ່ມເສື້ອສີດາ, ມີກະດູມຢູ່ລະຫວ່າງ 2 ຂ້າງ, ໃນເສື້ອຊຸດໜຶ່ງປະດັບດ້ວຍເງິນຂັນປະມານ 25 ໜ່ວຍ ຂຶ້ນໄປ, ຜູ້ຊາຍທີ່ມີຄອບຄົວແລ້ວນັ້ນມີຄວາມນິຍົມໃສ່ໝວກສີດໍາມີແຄບສີແດງ.

ເຖິງວ່າໃນ ປັດຈຸບັນ ການນຸ່ງຖືຂອງຊົນເຜົ່າ ອີວມຽນ ຈະມີການປ່ຽນແປງໄປແດ່ ລວມທັງການອອກແບບ ຂອງເຄື່ອງນຸ່ງຫົ່ມທີ່ທັນສະໄໝຂຶ້ນ ແຕ່ຍັງຄົງຮັກສາເອກະລັກ ທີ່ບົ່ງບອກໃຫ້ຮູ້ວ່ານີ້ ແມ່ນ ຊົນເຜົ່າ ອີວມຽນ.

ຂໍ້ມູນຂາກ:http://lao44.org/categories/27

Hits: 12

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້