ຂໍຂອບໃຈນຳຜູ້ສະໜັບສະໜູນ

ທິດາລັດ ວົງສິລິ ຫຼື ລູກນ້ຳ ເຈົ້າຂອງສາຍາ ນາງງາມໃຈບຸນ ແຫ່ງວົງການບັນເທີງລາວ ແລະ ຖືວ່າເປັນ ດາລາ ນັກສະເເດງ ທີ່ມີຊື່ສຽງ ອັນດັບຕົ້ນໆ ຂອງ ລາວ, ເຊິ່ງຫຼ້າສຸດ ສາວລູກນໍ້າ ໄດ້ໂພສເຟສບຸກສ່ວນໂຕ ຕັດຜົມຕົນເອງເພື່ອບໍລິຈາກໃຫ້ຜູ້ປ່ວຍທີ່ເປັນ ໂຣກມະເຮັງ ໃນວັນທີ 14 ກຸມພາ ເຊິ່ງເປັນວັນແຫ່ງຄວາມຮັກ ທີ່ຫາກໍຜ່ານມານີ້ ພ້ອມຂຽນເເຄັບຊັນວ່າ “Happy Valentine’s Day ຮູ້ສຶກມີຄວາມສຸກທີ່ສຸດ”.

ເຊິ່ງຜົມທີ່ ສາວລູກນໍ້າ ໄດ້ຕັດບໍລິຈາກນັ້ນ ແມ່ນຈະມອບໃຫ້ເພື່ອຜະລິດເປັນວິກຜົມ ໃຫ້ກັບຜູ້ທີ່ສູນເສຍເສັ້ນຜົມໃນການປິ່ນປົວ ໂຣກມະເຮັງ.

ລູກນໍ້າ ບອກວ່າ: “ຕົນເອງຢາກມອບຄວາມຮັກໃຫ້ກັບແມ່ຍິງ ທີ່ຕ້ອງການຜົມ ໂດຍສະເພາະ ແມ່ນແມ່ຍິງທີ່ປ່ວຍເປັນມະເຮັງ ຕ້ອງການວິກ ຫຼື ຜົມໄປຕໍ່, ບອກເລີຍວ່າຜົມເປັນສິ່ງທີ່ແມ່ຍິງຮັກທີ່ສຸດ ແລະ ມັນບໍ່ແມ່ນເລື່ອງງ່າຍ ທີ່ເຮົາຈະຕັດຜົມທີ່ເຮົາຈົ່ງມາຫຼາຍປີ ແຕ່ ລູກນໍ້າ ມີຄໍາວ່າເສຍສະຫຼະຫຼາຍຈົນເຮັດໃຫ້ສາມາດເຮັດເລື່ອງແບບນີ້ໄດ້ ເເລະ ມັນເປັນຄວາມຕັ້ງໃຈຂອງ ນ້ຳ ໄວ້ແຕ່ດົນແລ້ວ ທີ່ຢາກຕັດຜົມສັ້ນ ເພື່ອເອົາໄປບໍລິຈາກເຮັດວິກໃຫ້ກັບຜູ້ປ່ວຍມະເຮັງ ທີ່ສູນເສຍເສັ້ນຜົມ ໃນການຮັກສາ ໂຣກມະເຮັງ ຫວັງວ່າເສັ້ນຜົມອັນນ້ອຍໆ ນີ້ຈະເປັນກຳລັງໃຈໃຫ້ໃຜຫຼາຍໆ ຄົນໄດ້”.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ບໍ່ແປກໃຈເລີຍວ່າ ເປັນຫຍັງ ທຸກຄົນຈຶ່ງມອບສາຍາ ນາງງາມໃຈບຸນ ໃຫ້ສາວຄົນນີ້ ເພາະທີ່ຜ່ານມາ ລູກນໍ້າ ກໍໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມຕະຫຼອດມາ ຈົນເປັນທີ່ຮັກຂອງທຸກຄົນ.

ສາມາດຕິດຕາມຜົນງານ ຂອງ ສາວລູກ ນໍ້າໄດ້ທີ FB: Louknum Thidalat

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້