ໝາກຫວ້າ ແມ່ນໝາກໄມ້ພື້ນບ້ານອີກຊະນິດໜຶ່ງ ທີ່ຫາກິນໄດ້ຍາກ ເພາະມັນຈະອອກໝາກພຽງ ປີລະຄັ້ງ ສ່ວນຫຼາຍ ໝາກຫວ້າ ຈະເກີດຂຶ້ນເອງ ຕາມທໍາມະຊາດ, ຢູ່ຕາມປ່າ ຫຼື ຕາມທົ່ງນາ ເຂດຊົນນະບົດ ເຊິ່ງເຮົາຈະມັກກິນໝາກຫວ້າ ໃນເວລາທີ່ມັນສຸກແລ້ວ ຣົດຊາດຂອງມັນຈະອອກສົ້ມອົມຫວານ ຝາດໜ່ອຍໜຶ່ງ.

ນອກຈາກນີ້ ໝາກຫວ້າ ຍັງເປັນຫຼາຍກວ່າໝາກໄມ້ປ່າ ເພາະມີສັບພະຄຸນຫຼາຍຢ່າງທີ່ເຮົາບໍ່ຄວນເບິ່ງຂ້າມ ເຊັ່ນ:
- ມີຄຸນຄ່າທາງສານອາຫານສູງ ອຸດົມໄປດ້ວຍ ແຮ່ທາດ ແລະ ວິຕະມິນ ບໍ່ວ່າຈະເປັນ ຄາໂບໄຮເດຣດ, ກົດໄຂມັນແທນນິນ, ກົດເອລລາຈິກ ແລະ ຍັງມີສານຕ້ານ ອະນຸມູນອິດສະຣະ ທີ່ມີປະໂຫຍດຕໍ່ຮ່າງກາຍ.
- ແກ້ອາການເຈັບທ້ອງ ໝາກຫວ້າດິບ ກິນສົດໆ ຈະຊ່ວຍເເກ້ອາການຍຶ່ງທ້ອງ, ເຈັບທ້ອງໄດ້ ສ່ວນໝາກສຸກສາມາດນໍາໄປຜະລິດເປັນເຄື່ອງດື່ມວາຍ ຊ່ວຍບັນເທົາອາການເຈັບທ້ອງ ຫຼື ເຈັບທ້ອງບິດ ໄດ້ເຊັ່ນກັນ.
- ຊ່ວຍຫຼຸດລະດັບນໍ້າຕານ ແລະ ໄຂມັນໃນເລືອດ ມີຜົນວິໄຈ ທີ່ໄດ້ທົດລອງກັບໜູ ໂດຍໃຊ້ສານສະກັດຈາກ ໝາກຫວ້າ ກັບໜູ ຜົນປາກົດວ່າ ສາມາດຊ່ວຍໃຫ້ຫຼອດເລືອດເຮັດວຽກດີຂຶ້ນ, ລະດັບນໍ້າຕານ ແລະ ໄຂມັນໃນເລືອດຫຼຸດລົງ.
- ຊ່ວຍຫຼຸດຄວາມສ່ຽງໃນການເປັນ ໂຣກຫົວໃຈ ຊ່ວຍປັບລະດັບຄວາມດັນຂອງເລືອດໄດ້.
- ຊ່ວຍບັນເທົາອາການ ອັກເສບຈາກການຕິດເຊື້ອ ໂດຍການນໍາໃຊ້ເປືອກ ແລະ ໃບຫວ້າສົດໆ ໄປຕົ້ມດື່ມນໍ້າ.
- ຊ່ວຍບໍາລຸງກໍາລັງ ໂດຍການນໍາເອົາຮາກໝາກຫວ່າ ໄປຕົ້ມກັບນໍ້າເເລ້ວດື່ມ ເພື່ອບໍາລຸງຮ່າງກາຍ ແລະ ບໍາລຸງກໍາລັງ.
- ຊ່ວຍປິ່ນປົວ ໂຣກຜິວໜັງ ນໍາເອົາໃບ ແລະ ແກ່ນ ຂອງ ໝາກຫວ້າ ມາຕໍາໃຫ້ໝຸ່ນ ແລ້ວເອົາທາປະໄວ້ ບໍລິເວນທີ່ເປັນໂຣກ ນອກນີ້ ຍັງມີສ່ວນຊ່ວຍປ້ອງກັນການເກີດໂຣກມະເຮັງນໍາອີກ.
- ຊ່ວຍປິ່ນປົວບາດແຜ່ໃນປາກ ແລະ ຮູຄໍ ໂດຍການນໍາເອົາໃບ ແລະ ເປືອກ ມາຕົ້ມແລ້ວໃຊ້ບ້ວນປາກ ຈະຊ່ວຍປິ່ນປົວອາການປາກເປື່ອຍ, ແຜ່ເປື່ອຍໃນຮູຄໍ.
- ໝາກຫວ້າ ມີສານຊ່ວຍກະຕຸ້ນການລັ່ງນໍ້າດີ ເພີ່ມປະລິມານນໍ້າຍ່ອຍ ຊ່ວຍເຮັດໃຫ້ລະບົບການຍ່ອຍອາຫານໄດ້ດີຂຶ້ນ.

ໝາກຫວ້າ ນອກຈາກຈະໃຫ້ສັບພະຄຸນ ຢ່າງຫຼາຍຢ່າງເເລ້ວ ມັນຍັງສາມາດນໍາມາເປັນອາຫານໄດ້ອີກດ້ວຍ ໂດຍຍອດອ່ອນຂອງມັນ ສາມາດນໍາໄປຮັບປະທານເປັນຜັກກັບປະເພດລາບ, ກ້ອຍ ສ່ວນໝາກສຸກຂອງມັນສາມາດນໍາມາເຮັດເປັນນໍາໝາກໄມ້ ຫຼື ວາຍໄດ້.

ຂໍ້ມູນຈາກ:https://sukkaphap-d.com
Hits: 0