ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນວັນທີ 16 ກຸມພາ 2022, ທີ່ວັດສີມຸງຄຸນ (ວັດກາງ) ເມືອງ ສາລະວັນ ແຂວງສາລະວັນ,ໄດ້ຈັດພິທີວາງສີລາລຶກ ໃນໂຄງການກໍ່ສ້າງ ຫໍປະດິດສະຖານ ເສົາຫໍໄຕປິດົກຫຼັງເກົ່າ ແລະ ໂຄງການກໍ່ສ້າງກຳແພງແກ້ວ, ໜານດອກໄມ້ອ້ອມຫໍໄຕປິດົກ ໂດຍການ ເຂົ້າຮ່ວມຂອງ ພຣະອາຈານ ສອນໄຊ ແກ້ວເມືອງໃຕ້ ເຈົ້າຄະນະ ອພສ ແຂວງສາລະວັນ, ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ສາລະວັນ ພ້ອມດ້ວຍຜູ້ຊີ້ນຳວຽກງານ ວັດທະນະທຳ-ສັງຄົມ, ປະຊາຊົນ ບ້ານອ້ອມຂ້າງ ແລະ ມວນຊົນເຂົ້າຮ່ວມ.

ໂຄງການກໍ່ສ້າງ ຫໍປະດິດສະຖານ ເສົາຫໍໄຕປິດົກຫຼັງເກົ່າ ເກີດຂື້ນຍ້ອນຄວາມເຫຼື້ອມໃສສັດທາຂອງອອກຕົນຍາດໂຍມ ຊາວພຸດທະສານີກະຊົນທັງຫຼາຍ ຈື່ງໄດ້ມີການກໍ່ສ້າງ ແລະ ຕໍ່ເຕີມ ເປັນຫຼັງໃຫຍ່ກວ່າເກົ່າ ເພື່ອ ເປັນສະຖານທີ່ເກັບຮັກສາ ພຣະທຳຄຳສັ່ງສອນຂອງພຣະພຸດທະເຈົ້າ ຄື: ພຣະໄຕປີດົກ 84.000 ພຣະທັມມະຂັນ.

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ສາລະວັນ ໄດ້ກ່າວວ່າ: ການກໍ່ສ້າງ ຫໍປະດິດສະຖານ ເສົາຫໍໄຕປີດົກຫຼັງເກົ່າ ທີ່ຍັງຄົງເຫຼືອໄວ້ເປັນອານຸສອນທີ່ສຳຄັນ ແລະ ເປັນຊັບສົມບັດອັນລ້ຳຄ່າ ຈຳນວນ 29 ຕົ້ນ ມີອາຍຸຫຼາຍກວ່າ 200 ປີ ຈະໄດ້ຮັບການປະດິດສະຖານໄວ້ທີ່ຫໍດັ່ງກ່າວ ທີ່ພວມວາງສີລາລຶກ ດຳເນີນການກໍ່ສ້າງຢ່າງເປັນທາງການ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໂດຍສ່ວນໃຫຍ່ ໂຄງສ້າງແມ່ນເຮັດດ້ວຍໄມ້ເນື້ອແຂງ, ແບບຊົງລາວ, ມີຂະໜາດຄວາມຍາວ 8,3 ແມັດ, ກວ້າງ 4,1 ແມັດ, ນຳ ໃຊ້ເສົາ 8 ຫຼ່ຽມ, ໜ້າ 40 ຊັງຕິແມັດ ຈຳນວນ 6 ຕົ້ນ, ມຸ່ງດ້ວຍດິນຂໍ ແລະ ໄດ້ອອກແບບຊົງປະຕິມະກຳ ມີຄວາມກົມກືນກັບຫໍໄຕປິດົກຫຼັງເກົ່າ ປະດັບດ້ວຍລວດລາຍຕ່າງໆ, ມີມູນຄ່າການກໍ່ສ້າງທັງໝົດ 188 ລ້ານ ກວ່າກີບ ແລະ ປະດັບປະດາດ້ວຍ ໜານດອກໄມ້ ອ້ອມຫໍໄຕປີດົກ ເຊິ່ງກໍ່ດ້ວຍ ດິນຈີ່ ດ້ານໜ້າຫໍໄຕປິດົກ 10 ແມັດ, ກໍ່ໜານດອກໄມ້ ແລະ ປູກດອກໄມ້ ທັງ 4 ດ້ານ ອ້ອມຮອບ ມູນຄ່າທັງໝົດ 168 ລ້ານ ກວ່າກີບ ລວມມູນຄ່າທັງ 2 ໂຄງການ ຈຳນວນ 357 ລ້ານກວ່າກີບ ເຊີ່ງຄາດຈະໃຫ້ສຳເລັດໃນລະຫວ່າງຕົ້ນເດືອນເມສາ 2022 ນີ້.

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້