Thursday, March 20, 2025

3 ພຶດຕິກຳ ທີ່ເຮັດໃຫ້ບໍ່ມີເງິນທ້ອນ

ບາງຄົນເຮັດວຽກຫາລາຍໄດ້ ຕັ້ງໃຈທ້ອນເງິນໃຫ້ໄດ້ຫຼາຍໆ ຕັ້ງແຕ່ອາຍຸຍັງນ້ອຍ ໃນຂະນະທີ່ຫຼາຍຄົນທ້ອນເງິນໄດ້ໜ້ອຍ ຫຼື ບໍ່ໄດ້ເລີຍ ຍ້ອນຄວາມແຕກຕ່າງທີ່ເກີດຂຶ້ນມາຈາກພຶດຕິກຳການໃຊ້ເງິນຂອງແຕ່ລະຄົນທີ່ບໍ່ຄືກັນ ເຊິ່ງພຶດຕິກຳບາງຢ່າງ ເປັນພຶດຕິກຳທີ່ເຮັດໄປໂດຍຮູ້ເທົ່າບໍ່ເຖິງການ ແລະ ສົ່ງຜົນກະທົບຕໍ່ສະພາບເສດຖະກິດລາຍຮັບ-ລາຍຈ່າຍ ຫລື ເງິນທີ່ທ້ອນຢູ່.

1. ບໍ່ວາງແຜນການໃຊ້ເງິນ: ຫຼາຍຄົນບໍ່ເຄີຍວາງແຜນການໃຊ້ເງິນໃນແຕ່ລະເດືອນ ແລະ ບໍ່ເຫັນຄວາມຈຳເປັນທີ່ຕ້ອງວາງແຜນ ເມື່ອມີລາຍໄດ້ຈາກການເຮັດວຽກ ຫຼື ໄດ້ຮັບເງິນຈາກພໍ່ແມ່ມາເທົ່າໃດກໍໃຊ້ຈ່າຍໄປຕາມທີ່ຕ້ອງການ ເມື່ອຮູ້ຕົວກໍຕອນທ້າຍເດືອນເຊິ່ງເງິນເລີ່ມບໍ່ພໍຈ່າຍ, ຈຶ່ງຫາທາງປະຢັດຄ່າໃຊ້ຈ່າຍ ຫຼື ຂໍເງິນພໍ່ແມ່ຕື່ມ. ຖ້າເຮົາຮູ້ຈັກວາງແຜນການໃຊ້ເງິນຕັ້ງແຕ່ຕົ້ນເດືອນ ໂດຍເລີ່ມຈາກການປະຢັດໃຊ້ຢ່າງໜ້ອຍ 20% ຂອງລາຍໄດ້ ສ່ວນເງິນທີ່ເຫຼືອກໍໃຫ້ຄຳນວນອອກມາວ່າ ຈະຕ້ອງໃຊ້ອາທິດລະເທົ່າໃດ ຖ້າໄລ່ເປັນມື້ຄວນໃຊ້ມື້ລະເທົ່າໃດຈຶ່ງຈະພຽງພໍຕໍ່ການໃຊ້ໃນ 1 ເດືອນ. ວິທີນີ້ ນອກຈາກຈະຊ່ວຍໃຫ້ມີເງິນໃຊ້ພຽງພໍ ແລ້ວຍັງຊ່ວຍໃຫ້ເຮົາມີເງິນທ້ອນທຸກເດືອນນຳອີກ.

2. ໃຊ້ຈ່າຍເງິນເກີນຄວາມສາມາດ: ຫຼາຍຄົນໃຊ້ເງິນເກີນລາຍຮັບທີ່ເຂົ້າມາເຊັ່ນ: ຊື້ໂທລະສັບມືຖື ຫຼື ສະມາດໂຟນລຸ້ນໃໝ່, ຊື້ເຄື່ອງໃຊ້ຍີ່ຫໍ້ດັງ ຫຼື ແບຣນແນມ ເຄື່ອງນຸ່ງ, ເກີບ, ກະເປົາ, ເຄື່ອງສໍາອາງ, ມັກໄປທ່ຽວສ້າງສັນ… ເພາະເປັນຍ້ອນຄ່ານິຍົມກໍຄືໜ້າຕາໃນສັງຄົມ ແຕ່ຮູ້ບໍ່ວ່າພຶດຕິກຳເຫຼົ່ານີ້ເຮັດໃຫ້ເງິນໃນກະເປົາໝົດໄປ, ເປັນສາເຫດຫຼັກທີ່ເຮັດໃຫ້ບໍ່ມີເງິນທ້ອນ. ດັ່ງນັ້ນ, ຄວນຫຼຸດຄ່າໃຊ້ຈ່າຍຟູມເຟືອຍໃນສ່ວນນີ້ລົງ ແລະ ພະຍາຍາມໃຊ້ຈ່າຍເງິນໃນຊີວິດປະຈຳວັນໃຫ້ເໝາະສົມກັບລາຍໄດ້.

3. ບໍ່ມີເປົ້າໝາຍໃນການໃຊ້ເງິນ: ຫຼາຍຄົນໃຊ້ເງິນໄປໃນແຕ່ລະມື້ໂດຍບໍ່ມີເປົ້າໝາຍໃນການໃຊ້ ບໍ່ຮູ້ວ່າຈະຕ້ອງທ້ອນໄວ້ໄປເຮັດຫຍັງ ຈຶ່ງເຮັດໃຫ້ບໍ່ຢາກທ້ອນເງິນ ຫຼື ເອີ້ນວ່າບໍ່ມີແຮງຈູງໃຈໃນການທ້ອນເງິນ ເຊິ່ງເປັນສາເຫດເຮັດໃຫ້ເຮົາບໍ່ມີເງິນທ້ອນ ໃນທາງກົງກັນຂ້າມຖ້າເຮົາມີເປົ້າໝາຍຕ້ອງການສິ່ງໃດສິ່ງໜຶ່ງໃນຈຳນວນເງິນເທົ່ານີ້ ການທ້ອນເງິນກໍຈະເຮັດໃຫ້ມີຄວາມຕັ້ງໃຈທີ່ຈະະທ້ອນເງິນໄວ້ເພື່ອບັນລຸເປົ້າໝາຍທີ່ຕັ້ງໄວ້.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່