Thursday, March 20, 2025

ຜັກອິນຊີ ແຕກຕ່າງຈາກ ຜັກອື່ນ ແນວໃດ?

ການເຮັດ ກະເສດອິນຊີ ຫຼື ອໍແກນິກ ໝາຍເຖິງລະບົບການຜະລິດພືດ ທີ່ປອດຈາກການໃຊ້ສານເຄມີທຸກຊະນິດ ແລະ ທຸກຂັ້ນຕອນ ບໍ່ວ່າຈະເປັນປຸ໋ຍເຄມີ, ສານເຄມີກຳຈັດສັດຕູພືດ ແລະ ຮໍໂມນສັງເຄາະ ໂດຍໃຫ້ໃຊ້ສະເພາະປຸ໋ຍອິນຊີ ເຊັ່ນ ຝຸ່ນຄອກ, ປຸ໋ຍໝັກ, ປຸ໋ຍຊີວະພາບ ແລະ ປຸ໋ຍພືດສົດເທົ່ານັ້ນ. ນອກນີ້ ຍັງລວມເຖິງການຈັດພື້ນທີ່ປູກພືດ ບໍ່ໃຫ້ປົນເປື້ອນກັບໜານປູກພືດແບບເຄມີ ແລະ ຫ່າງໄກຈາກແຫຼ່ງມົນພາວະ ເຊັ່ນ ໂຮງງານອຸດສາຫະກຳ ຫຼື ຖະໜົນຫຼັກ, ມີການຈັດການກັບລະບົບນຳ້ ແລະ ການໃຊ້ນຳ້ທີ່ບໍ່ປົນກັບແຫຼ່ງນຳ້ທຳມະຊາດ ທີ່ສ່ຽງຕໍ່ການປົນເປື້ອນສານເຄມີ ແລະ ສານຕ້ອງຫ້າມອື່ນໆ.

ຖ້າຫາກຜະລິດເພື່ອເປັນອາຊີບນັ້ນ, ຈະຕ້ອງມີມາດຕະຖານຮອງຮັບ ຈຶ່ງຕ້ອງມີການວາງລະບົບຕັ້ງແຕ່ເລີ່ມຕົ້ນ ເຊັ່ນ ດ້ານພື້ນທີ່ ທີ່ເໝາະສົມ, ແຫຼ່ງນຳ້ທີ່ບໍ່ສ່ຽງຕໍ່ການປົນເປື້ອນ, ຄວາມຮູ້ເລື່ອງດິນ ແລະ ການປັບປຸງດິນທີ່ບໍ່ໃຊ້ສານເຄມີ, ການຈັດການອົງຄວາມຮູ້ ທີ່ຕ້ອງເປັນລັກສະນະວິທະຍາສາດ ທີ່ສາມາດຫາປັດໄຈການຜະລິດຕ່າງໆ ທົດແທນການໃຊ້ສານເຄມີໄດ້ ຊຶ່ງຈຳເປັນຕ້ອງມີການຮຽນຮູ້ ຈຶ່ງຈະສາມາດຜະລິດພືດອິນຊີໄດ້ຢ່າງມີປະສິດທິພາບ.

ຕົວຢ່າງ ຂໍ້ກຳນົດຂອງການປູກຜັກອິນຊີ ທີ່ຄວນຮູ້:

  • ຫ້າມໃຊ້ສານເຄມີສັງເຄາະທຸກຊະນິດ
  • ເນັ້ນການປັບປຸງບຳລຸງດິນດ້ວຍອິນຊີວັດຖຸ ເຊັ່ນ: ປຸ໋ຍຄອກ, ປຸ໋ຍໝັກ, ປຸ໋ຍຊີວະພາບ ຕະຫຼອດຈົນການປູກພືດໝຸນວຽນ ເພື່ອໃຫ້ພືດແຂງແຮງ ແລະມີຄວາມຕ້ານທານຕໍ່ໂຣກ ແລະແມງໄມ້ສັດຕູພືດ.
  • ປ້ອງກັນການປົນເປື້ອນຂອງສານເຄມີ ຈາກພາຍນອກສວນ ຫຼື ຟາມ ລວມທັງດິນ, ນຳ້ ແລະອາກາດ ໂດຍສ້າງຄູກັ້ນດ້ວຍການຂຸດຄູ ຫຼື ປູກພືດຢືນຕົ້ນ ຫຼື ພືດລົ້ມລຸກ.
  • ການກຳຈັດວັດຊະພືດ ໃຊ້ການກຽມດິນທີ່ດີ ແລະແຮງງານຄົນ ຫຼື ເຄື່ອງຈັກ ແທນການໃຊ້ສານເຄມີກຳຈັດວັດຊະພືດ.
  • ເຄົາລົບສິດທິມະນຸດ ແລະ ສັດ ເຊັ່ນ: ການໃຊ້ຝຸ່ນຄອກ ຈະຕ້ອງມາຈາກຟາມສັດລ້ຽງ ທີ່ປ່ອຍທຳມະຊາດ.
  • ຮັກສາຄວາມຫຼາກຫຼາຍທາງຊີວະພາບ ໂດຍການຮັກສາໄວ້ຊຶ່ງພັນພືດ ຫຼື ສັດ ສິ່ງມີຊີວິດທຸກຊະນິດທີ່ມີຢູ່ໃນທ້ອງຖິ່ນ ຕະຫຼອດຈົນປູກ ຫຼື ເພາະລ້ຽງຂຶ້ນໃໝ່.

ຈະເຫັນໄດ້ວ່າ ກວ່າຈະສາມາດເຮັດການປູກພືດກະເສດອິນຊີໄດ້ນັ້ນ ບໍ່ງ່າຍ ເພາະນອກເໜືອຈາກການຮັກສາພືດພັນໃຫ້ຈະເລີນເຕີບໃຫຍ່ດ້ວຍທຳມະຊາດແລ້ວ ຍັງຕ້ອງຄຳນຶງເຖິງສິ່ງແວດລ້ອມ ແລະລະບົບນິເວດຮອບໂຕອີກດ້ວຍ. ການປູກພືດຜັກແບບກະເສດອິນຊີ ນອກຈາກຈະສາມາດສ້າງລາຍໄດ້ທີ່ດີຂຶ້ນໃຫ້ກັບຊາວສວນແລ້ວ ທີ່ສຳຄັນກໍຄື ບໍ່ມີຄວາມສ່ຽງຈາກອັນຕະລາຍ ທີ່ມາຈາກການໃຊ້ສານເຄມີທັງໂຕຜູ້ປູກ, ຜູ້ກິນ ແລະສິ່ງແວດລ້ອມ.

ຮູ້ຈັກກັບຜັກປອດສານປະເພດອື່ນໆ:

  • ຜັກປອດໄພຈາກສານເຄມີ (Pesticide Free) ຫຼື ຮຽກວ່າ “ຜັກປອດສານພິດ” ຕາມທ້ອງຕະຫຼາດ ເນັ້ນການຄວບຄຸມການໃຊ້ສານເຄມີໃນການປູກ ໂດຍບໍ່ໃຊ້ສານເຄມີໃນການກຳຈັດແມງໄມ້ ແຕ່ຍັງຕ້ອງໃຊ້ປຸຍເຄມີ ແລະຮໍໂມນເລັ່ງຜົນຜະລິດ ແຕ່ເປັນສານເຄມີ ທີ່ບໍ່ເປັນອັນຕະລາຍຕໍ່ຮ່າງກາຍ, ຜົນຜະລິດຈະມີສານເຄມີຕົກຄ້າງບໍ່ເກີນປະລິມານທີ່ກຳນົດໄວ້ ເພື່ອຄວາມປອດໄພຂອງຜູ້ກິນ ໂດຍມີໜ່ວຍງານຮັບຮອງມາດຕະຖານ ຂອງພາກລັດ.
  • ຜັກອະນາໄມ (Pesticide Safe) ຫຼື “ຜັກກາງມຸ້ງ” ມີການໃຊ້ປຸຍເຄມີ ເພື່ອການຈະເລີນເຕີບໃຫຍ່ ແລະ ໃຊ້ສານກຳຈັດແມງໄມ້ ແຕ່ເປັນສານເຄມີທີ່ມີພິດຕົກຄ້າງໃນໄລຍະສັ້ນ ແລະ ຢຸດສີດພົ່ນສານເຄມີ ກ່ອນການເກັບກ່ຽວຕາມໄລຍະເວລາທີ່ກຳນົດໄວ້ ໂດຍໃຊ້ມຸ້ງກາງ ຫຼື ໃຊ້ຕາຂ່າຍປູກ ແລະ ປູກແບບບໍ່ໃຊ້ມຸ້ງ, ແຕ່ເນັ້ນການປ້ອງກັນກຳຈັດສັດຕູພືດແບບປະສົມປະສານ ຄື ເນັ້ນປູກຜັກຕາມລະດູ ກັບຜັກປະເພດກະລຳ່ ທີ່ຊ່ວຍຫຼຸດການລະບາດຂອງແມງໄມ້. ສ່ວນການຮັບຮອງມາດຕະຖານ ຈະໃຊ້ຫຼັກເກນດຽວກັບຜັກປອດສານພິດ.
  • ຜັກໄຮໂດຣໂບນິກ (Hydroponics) ເປັນຜັກປອດສານທີ່ປູກໂດຍໃຊ້ນຳ້ແທນດິນ ດ້ວຍການປະສົມອາຫານທີ່ຈຳເປັນຂອງພືດລົງໃນຮາກພືດທີ່ສຳຜັດນຳ້ຈະດູດຊຶມສານອາຫານມາສະສົມໄວ້ທີ່ໃບ. ສ່ວນຮາກທີ່ບໍ່ສຳຜັດນຳ້ຈະເຮັດໜ້າທີ່ຮັບອອກຊີເຈນ ຊຶ່ງຍັງຕ້ອງມີການໃຊ້ສານເຄມີ ແລະຮໍໂມນໃນຂະບວນການເພາະປູກ.

ດັ່ງນັ້ນ ຜັກປອດສານເຄມີ ຫຼື ຜັກປອດສານພິດ ທົ່ວໄປຕາມທ້ອງຕະຫຼາດ ຈຶ່ງບໍ່ໄດ້ໝາຍເຖິງຜົນຜະລິດທີ່ບໍ່ມີສານເຄມີ ແລະ ສານກຳຈັດສັດຕູພືດ ແຕ່ສາມາດມີສານເຄມີຕົກຄ້າງໄດ້ ບໍ່ເກີນລະດັບມາດຕະຖານທີ່ ກະຊວງສາທາລະນະສຸກ ກຳນົດໄວ້ເທົ່ານັ້ນ ຊຶ່ງແຕກຕ່າງຈາກຜັກ ອິນຊີ ຫຼື ຜັກອໍແກນິກ ທີ່ຈະບໍ່ມີການໃຊ້ສານເຄມີ ໃນທຸກລະບົບຂັ້ນຕອນການຜະລິດ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.