ຮ່າງກາຍຂອງຄົນເຮົາ ຈຳເປັນຕ້ອງມີຫົວໃຈທີ່ແຂງແຮງ ແລະ ສົມບູນ ເພື່ອສູບສີດເລືອດຈາກ ຫົວໃຈ ໄປຫາອະໄວຍະວະໃນທຸກພາກສ່ວນຂອງຮ່າງກາຍຜ່ານທາງເສັ້ນເລືອດແດງ (arteries) ແລະ ຈາກນັ້ນ ກໍໍໍ່ກັບຄືນສູ່ຫົວໃຈຜ່ານທາງເສັ້ນເລືອດດຳ (veins). ສຳລັບສາເຫດຫຼັກໆທີ່ພາໃຫ້ເກີດເປັນ ໂຣກຫົວໃຈ ແມ່ນມາຈາກເລື່ອງອາຫານການກິນ ທີ່ບໍ່ມີປະໂຫຍດ ແລະ ບໍ່ຖືກຫຼັກອານາໄມ.

ເຊິ່ງມື້ນີ້ເຮົາຈະມາເເນະນໍາ ພືດຜັກສະໝຸນໄພພື້ນບ້ານ ທີ່ມີສັບພະຄຸນໃນການ ປ້ອງກັນ ແລະ ປິ່ນປົວໂຣກຫົວໃຈ ດັ່ງນີ້:

ບົວຫຼວງ: ທັງຕົ້ນຂອງບົວຫຼວງ ມີສັບພະຄຸນທາງຢາຫຼາກຫຼາຍ ດອກບົວ ຈະຊ່ວຍບໍາລຸງຫົວໃຈ ໃຊ້ເປັນ ຢາຊູກໍາລັງ ແຕ່ສ່ວນດີບົວນັ້ນ ຈະຊ່ວຍຂະຫຍາຍຫຼອດເລືອດ, ຊ່ວຍການໄຫຼວຽນຂອງເລືອດ ໃຫ້ໄປລ້ຽງຫົວໃຈໄດ້ດີຂຶ້ນ ນອກຈາກນີ້, ເມັດຂອງມັນຍັງຊ່ວຍບໍາລຸງບໍ່ໃຫ້ເສັ້ນເລືອດຫົວໃຈຕີບອີກດ້ວຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໝາກອຶ: ມີສານຕໍ່ຕ້ານ ອະນຸມູນອິດສະຫຼະ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ. ນອກນັ້ນ ໝາກອຶ ຍັງມີກົດ ໂປຣໄບໂອນິດ ຊຶ່ງມີສ່ວນປ້ອງກັນການເກີດພະຍາດຫຼອດເລືອດຫົວໃຈ ແລະ ບັນເທົາອາການປວດເມື່ອຍບໍລິເວນຂໍ້ບັ້ນແອວ.

ຜັກໜອກ: ມີທາດເຫຼັກສູງ ເຊິ່ງເປັນສານທີ່ຊ່ວຍບໍາລຸງຫົວໃຈ ແຖມໃບຜັກໜອກ ຍັງມີສັບພະຄຸນທີ່ຊ່ວຍບໍາລຸງເລືອດ ປ້ອງກັນການເປັນໂຣກເລືອດຈາງ, ຊ່ວຍແກ້ອາການຊໍ້າໃນ ແລະ ຮ້ອນໃນໄດ້ອີກດ້ວຍ.

ກະທຽມ: ເປັນສະໝຸນໄພບູຮານ ທີ່ຊ່ວຍປ້ອງກັນການເກີດໂຮກຫົວໃຈ ແລະ ໂຣກຫຼອດເລືອດໄດ້ດີ ນອກນີ້ ຍັງຊ່ວຍຫຼຸດຄວາມດັນໃນເລືອດສູງ, ຊ່ວຍໃຫ້ເລືອດໄຫຼວຽນໄດ້ດີຂຶ້ນ ຫຼຸດອາການເສັ້ນເລືອດຕີບ.

ໝາກເຜັດຂີ້ໜູ: ຊ່ວຍຫຼຸດການອຸດຕັນຂອງຫຼອດເລືອດ ເຊິ່ງເປັນສາເຫດສໍາຄັນຂອງການເກີດ ໂຣກຫົວໃຈລົ້ມເຫຼວ ແລະ ຍັງຊ່ວຍຫຼຸດຄວາມດັນນຳອີກ.

ຜັກແພວ: ຊ່ວຍຫຼຸດອັດຕາຄວາມສ່ຽງໃນການເປັນໂຣກໄຂມັນໃນຫຼອດເລືອດ ປ້ອງກັນໂຣກຫົວໃຈ ຫຼຸດການເກີດໂລກຫົວໃຈວາຍ ແລະ ຊ່ວຍປ້ອງກັນໂຣກຫົວໃຈຂາດເລືອດ.

ຢານາງ: ໃບຍ່ານາງ ເປັນຢາເຍັນ ສາມາດຫຼຸດນໍ້າຕານໃນເລືອດ ຊ່ວຍປ້ອງກັນໂຣກຄວາມດັນເລືອດສູງ, ໂຣກເບົາຫວານ ແລະ ຍັງຊ່ວຍປ້ອງກັນການເກີດ ໂຣກຫົວໃຈ.

ນອກຈາກ ສະໝຸນໄພທີ່ກ່າວມາຂ້າງເທິງນີ້ແລ້ວ ການກິນອາຫານທີ່ດີ ມີປະໂຫຍດ, ອອກກໍາລັງກາຍຢ່າງສະໝໍ່າສະເໝີ, ຫຼຸດຜ່ອນການສູບຢາ ແລະ ການດື່ມແອວກໍຮໍ ກໍເປັນອີກວິທີໜຶ່ງທີ່ເຮົາຄວນເຮັດຄວບຄູ່ກັນໄປ ເພື່ອເຮັດໃຫ້ຮ່າງກາຍຂອງເຮົາແຂງເເຮງ ແລະ ບໍ່ສ່ຽງຕໍ່ການເກີດ ໂຣກຫົວໃຈ.

ຂໍ້ມູນຈາກ:https://www.technologychaoban.com

https://www.technologychaoban.com/thai-local-wisdom/article_172808

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້