ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນວັນທີ 21 ກຸມພາ 2022 ນີ້ ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວ-ໜັງສືພິມແຫ່ງປະເທດໄທ ໄດ້ຈັດກອງປະຊຸມພົບປະທາງໄກ ແລະ ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ ໃນການເພີ່ມການພົວພັນ ແລະ ຮ່ວມມືກັນໃນຫຼາຍດ້ານກ່ຽວກັບວຽກງານດ້ານສື່ມວນຊົນຂອງທັງສອງປະເທດ ຊຶ່ງຝ່າຍລາວນໍາໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມຄະນະ ແລະ ຝ່າຍໄທນໍາໂດຍທ່ານ ມົງຄົນ ບາງປຣະພາ ນາຍົກສະມາຄົມນັກຂ່າວ-ນັກໜັງສືພິມແຫ່ງປະເທດໄທ ພ້ອມຄະນະ ເຂົ້າຮ່ວມ.

ໃນກອງປະຊຸມພົບປະໃນຄັ້ງນີ້, ຜູ້ຕາງໜ້າຂອງທັງສອງສະມາຄົມ ໄດ້ມີການແລກປ່ຽນຮຽນຮູ້ ແລະ ປຶກສາຫາລືກ່ຽວ ກັບສະຖານະການຂອງສື່ມວນຊົນ ແລະ ການລາຍງານຂ່າວ ຂອງທັງສອງປະເທດ ລວມເຖິງກິດຈະກໍາ ທີ່ຕ້ອງປະຕິບັດຮ່ວມກັນໃນສອງປີຕໍ່ໜ້າ; ຜູ້ຕາງໜ້າຂອງທັງສອງສະມາຄົມ ໄດ້ສະແດງເຖິງມິດຕະພາບ ແລະ ຄວາມສໍາພັນ ທີ່ດີຕໍ່ກັນ ທີ່ເຕັມໄປດ້ວຍຄວາມສາມັກຄີ, ຄວາມສະເໝີພາບ, ຄວາມເຄົາລົບຊຶ່ງກັນ ແລະ ກັນ ແລະ ຄວາມເຂົ້າໃຈກັນ ໂດຍຕ່າງຝ່າຍ ໄດ້ຄໍານຶງເຖິງຜົນປະໂຫຍດຂອງທັງສອງປະເທດ ໄດ້ຮັບຫຼາຍທີ່ສຸດຮ່ວມກັນ.

ສະມາຄົມນັກຂ່າວ-ນັກໜັງສືພິມ ແຫ່ງປະເທດໄທ ຍິນດີທີ່ຈະພັດທະນາການຮ່ວມມືໃນການປະຕິບັດງານຮ່ວມກັນ ໂດຍຈະມີການຈັດຝຶກອົບຮົມດ້ານການຂ່າວໃຫ້ນັກຂ່າວ ລາວ ທີ່ປະຕິບັດງານຢູ່ຕາມທ້ອງຖິ່ນຕ່າງໆຂອງ ສປປ ລາວ ອີກຕື່ມ; 2 ສະມາຄົມນັກຂ່າວ ຍິນດີໃຫ້ຄໍາແນະນໍາສະໜັບ ສະໜູນການຫາຂໍ້ມູນໃນກໍລະນີ ທີ່ສື່ມວນຊົນຂອງທັງສອງປະເທດເຂົ້າມາ ຫຼື ອອກໄປປະຕິບັດໜ້າທີ່ວຽກງານຂ່າວ ຢູ່ປະເທດໄທ ແລະ ສປປ ລາວ ຕາມທີ່ມີການປະສານຫາກັນລະຫວ່າງ 2 ສະມາຄົມນັກຂ່າວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກຈາກນີ້ ທັງສອງສະມາຄົມນັກຂ່າວ ຍັງຢືນຢັນຈະມີການແລກປ່ຽນ ຄະນະຜູ້ແທນລະຫວ່າງສອງສະມາຄົມຢ່າງໜ້ອຍປີລະ 01 ຄັ້ງ ເພື່ອໃຫ້ມີການແລກປ່ຽນປະສົບການ ແລະ ການປຶກສາຫາລືໃນລາຍລະອຽດຕ່າງໆ ທີ່ຈະເປັນການຊ່ວຍສົ່ງເສີມຄວາມສໍາພັນອັນດີຂອງນັກຂ່າວ-ນັກໜັງສືພິມ ແລະ ສື່ມວນຊົນຂອງທັງ 2 ປະເທດ ແລະ ໃນປີ 2022 ຄະນະຜູ້ແທນສະມາຄົມນັກຂ່າວແຫ່ງ ສປປ ລາວ ຈະເດີນ ທາງໄປຢ້ຽມຢາມສະມາຄົມນັກຂ່າວແຫ່ງປະເທດໄທ ແລະ ໃນປີ 2023 ຄະນະຜູ້ແທນສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ຈະເດີນທາງມາຢ້ຽມຢາມ ສປປ ລາວ.

ທັງສອງສະມາຄົມນັກຂ່າວ ຍັງໄດ້ຢືນຢັນທີ່ຈະພັດທະນາ, ຮ່ວມມື, ປະສານການຮ່ວມ ມືດ້ານການຝຶກອົບຮົມ ແລະ ສໍາມະນາເພື່ອຖອດຖອນບົດ ຮຽນຮ່ວມກັນກ່ຽວກັບສື່ໃໝ່ (NEW MEDIA) ລວມເຖິງຂໍ້ມູນດ້ານເຕັກໂນໂລຊີແຫ່ງຂໍ້ມູນຂ່າວສານ (IT) ໃນລະດັບຜູ້ບໍລິຫານອົງການສື່ມວນຊົນ.

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້