ຂໍຂອບໃຈນຳຜູ້ສະໜັບສະໜູນ

ຕົ້ນງິ້ວປ່າ ເປັນຕົ້ນໄມ້ທີ່ມີຂະໜາດສູງ ແລະ ມີໜາມ ແຕກຕ່າງຈາກຕົ້ນງິ້ວທົ່ວໄປ ເກີດຂຶ້ນເອງຕາມທໍາມະຊາດ ສ່ວນຫຼາຍເຮົາຈະເຫັນຢູ່ເຂດຊົນນະບົດ ຕາມປ່າດົງ ຕົ້ນງິ້ວປ່າ ຖືໄດ້ວ່າເປັນສະໝຸນໄພພື້ນບ້ານອີກປະເພດໜຶ່ງ ທີ່ມີສັບພະຄຸນ ເເລະ ປະໂຫຍດຫຼາຍຢ່າງທີ່ເຮົາຄວນຮູ້.

ຫຼາຍຄົນອາດຈະເຄີຍເຫັນຕົ້ນງິ້ວປ່າມາແດ່ແລ້ວ ແຕ່ອາດຍັງບໍ່ຮູ້ວ່າມັນມີປະໂຫຍດແນວໃດເເດ່ ເຊິ່ງມື້ນີ້ເຮົາຈະນໍາເອົາສັບພະຄຸນ ຂອງຕົ້ນງິ້ວປ່າມາຝາກທຸກຄົນ ມາເບິ່ງກັນເລີຍວ່າມີຫຍັງເເດ່:

ຮາກ: ສາມາດໃຊ້ເປັນຢາຂັບປັດສະວະ, ປັດສະວະຍາກ, ເປັນຢາຊູກຳລັງ, ຊ່ວຍປ້ອງກັນພະຍາດອາຫິວາລະບາດ, ວັນນະໂຣກ, ໄອ ແລະ ແກ້ເຈັບທ້ອງໄດ້ ໂດຍນໍາເອົາຮາກມາຕົ້ມນໍ້າດື່ມ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຍອດອ່ອນ: ຊ່ວຍຫຼຸດໄຂ້ ແລະ ຊ່ວຍປ້ອງກັນພາວະເລືອດຈາງ.
ໃບ: ແກ້ອາການຄວາມດັນເລືອດຕໍ່າ, ນ້ຳຕານໃນເລືອດຕ່ຳ, ປິ່ນປົວແຜໃນເພດານປາກ, ປິ່ນປົວພະຍາດຊຳເຮື້ອ, ແກ້ພິດແມງມຸມ ຫຼື ງູກັດ, ໂດຍນຳໃບມາຕົ້ມ.

ຍອດ ແລະ ກ້ານ: ໃຊ້ຮັກສາອາການເລືອດອອກຕາມຫວ່າງແຂ້ວ.

ເປືອກ: ໃຊ້້ປ້ອງກັນພະຍາດອາຫິວາລະບາດ, ອາການເຫຍື້ອຫຸ້ມປອດອັກເສບ, ເປັນຢາຂັບປັດສະວະ ແລະ ແກ້ອາການເຈັບແຂ້ວ.

ດອກສົດ: ຊ່ວຍຮັກສາພະຍາດຜິວໜັງ.

ອກແຫ້ງ: ໃຊ້ເປັນຢາຫຼຸດໄຂ້, ຂັບຄວາມຊື້ນ, ຖອນພິດ, ແກ້ອາການເຈັບທ້ອງບິດ, ເຈັບກະເພາະ ແລະ ລຳໄສ້ອັກເສບ.

ເກສອນ: ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ ແລະ ປັບທາດໃນຮ່າງກາຍ.

ໝາກ: ເປັນຢາຮັກສາແຜ, ເປັນຢາຊູກຳລັງ, ໃຊ້ຮັກສາພະຍາດບິດ, ໄຂ້ເລືອດອອກ, ວັນນະໂຣກປອດ, ໄຂ້ຫວັດໃຫຍ່ ແລະ ຊ່ວຍບຳລຸງປະຈຳເດືອນ.

ນອກຈາກຈະມີສັບພະຄຸນເປັນສະໝຸນໄພເເລ້ວ ຍັງມີປະໂຫຍດຫຼາຍຢ່າງ ແລະ ສາມາດນໍາມາປຸງແຕ່ງເປັນອາຫານໄດ້ເຊັ່ນ: ໃບອອ່ນ ແລະ ດອກ ໃຊ້ກິນເປັນຜັກ, ຮາກອ່ອນ ອຸດົມໄປດ້ວຍທາດແປ້ງໃຊ້ກິນດິບ ຫຼື ຂົ້ວ ກາບດອກທີ່ຍັງບໍ່ບານ ສາມາດນໍາມາເປັນຜັກກິນເປັນອາຫານໄດ້ ນອກນີ້ ແກ່ນ ຍັງສາມາດນໍາມາຂົ້ວກິນໄດ້.

ຂໍ້ມູນຈາກhttps://medthai.com

https://medthai.com/%E0%B8%87%E0%B8%B4%E0%B9%89%E0%B8%A7%E0%B8%9B%E0%B9%88%E0%B8%B2/

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້