ຂໍຂອບໃຈນຳຜູ້ສະໜັບສະໜູນ

ເພື່ອເປັນສ້າງວິຊາຊີບ-ວຽກເຮັດງານທໍາ ໃຫ້ຊາວໜຸ່ມ-ໄວໜຸ່ມ ທີ່ດ້ອຍໂອກາດ ແລະ ວ່າງງານ ຢູ່ຂັ້ນບ້ານ ໄດ້ຮັບໂອກາດ ໃນການເຂົ້າຮ່ວມຝຶກອົບຮົມວິຊາຊີບສາຂາຕ່າງໆ ໃຫ້ກ້ວາງຂວາງ ໃນທົ່ວແຂວງຄໍາມ່ວນ ທາງຄະນະບໍລິຫານງານຊາວໜຸ່ມ ແຂວງ ຄໍາມ່ວນ ຈື່ງໄດ້ຈັດຊຸດຝຶກອົບຮົມວິຊາຊີບ “ສາຂາເຊື່ອມໂລຫະ” ໄລຍະສັ້ນ ໃຫ້ແກ່ຊາວໜຸ່ມທີ່ດ້ອຍໂອກາດ ແລະ ວ່າງງານ ຈໍານວນ 15 ຄົນ ໃນວັນທີ 21 ກຸມພາ 2022 ທີ່ຜ່ານມາ.  

ທ່ານ ນາງ ບຸນມີ ພົມມະລັກ ຄະນະປະຈໍາ ຄະນະບໍລິຫານງານຊາວໜຸ່ມແຂວງ ຫົວໜ້າຂະແໜງພັດທະນາວິຊາຊີບແຂວງຄໍາມ່ວນ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດແຜນງານພັດທະນາທ້ອງຖິ່ນ ແຂວງຄໍາມ່ວນ ໄດ້ຈັດຕັ້ງກິດຈະກໍາຕ່າງໆ ມາແຕ່ປີ 2017 ທີ່ຜ່ານມາ ໂດຍໄດ້ຮັບທືນຊ່ວຍເຫຼືອຈາກ ປະເທດ ລຸກຊໍາບວກ.

ເປົ້າໝາຍຫຼັກຂອງໂຄງການ ກໍ່ເພື່ອແນ່ໃສ່ໃນການສົ່ງເສີ່ມວິຊາຊີບ ໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ຜູ້ດ້ອຍໂອກາດ ໄດ້ຮັບການພັດທະນາສີມືແຮງງານ, ສາມາດສ້າງລາຍຮັບໄດ້ດ້ວຍຕົນເອງ ແລະ ຄອບຄົວ ທັງເປັນການຫຼຸດຜ່ອນ ການອອກໄປໃຊ້ແຮງງານຢູ່ຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ; ພ້ອມທັງສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດໃຫ້ຊາວໜຸ່ມຂັ້ນບ້ານ ໄດ້ມີວຽກເຮັດງານທໍາທີ່ໝັ້ນຄົງ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ຕາມເປົ້າໝາຍວາລະແຫ່ງຊາດ ທີ່ໄດ້ກໍານົດໄວ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້