ຂໍຂອບໃຈນຳຜູ້ສະໜັບສະໜູນ

ແສງອາພອນ ສຸລິຍະມາດ ຫຼື ເປ້ ໜຸ່ມຫຼໍ່ ເຈົ້າຂອງຕໍາແໜ່ງ Mister Global Laos 2021 ກຳລັງກຽມຄວາມພ້ອມ ໃນການເຂົ້າຮ່ວມປະກວດຊາຍງາມ ໃນເວທີສາກົນ Mister Global ທີ່ໄດ້ຈັດຂຶ້ນໃນຕົ້ນເດືອນ ມີນາ ທີ່ ປະເທດໄທ.

ປັດຈຸບັນ ເປ້ ອາຍຸ 25 ປີ ຈົບການສຶກສາ ມາຈາກ ສປ.ຈີນ ສາຂາ ບໍລິຫານ ທຸລະກິດ ແລະ ຕອນນີ້ ເປັນພະນັກງານຢູ່ທີ່ VIP FITNESS ສ່ວນຄວາມສາມາດພິເສດຂອງໜຸ່ມເປ້ ແມ່ນສາມາດຫຼິ້ນກິຕ້າໄດ້ ແລະ ສາມາດເວົ້າພາສາຈີນໄດ້ເປັນຢ່າງດີ ສ່ວນເລື່ອງທີ່ຖະໜັດ ແມ່ນກ່ຽວກັບການອອກກຳລັງກາຍ ເພາະເປັນຄົນມັກອອກກໍາລັງກາຍຢູ່ແລ້ວ ແລະ ຈຸດເດັ່ນແມ່ນເລື່ອງຂອງຫຸ່ນ, ຮູບຮ່າງ ແລະ ຄວາມມຸ່ງໝັ້ນຕັ້ງໃຈ. ສ່ວນກິດຈະກຳຍາມວ່າງແມ່ນມັກໄປນັ່ງກິນກາເຟ ແລະ ອອກກຳລັງກາຍ ສ່ວນຮູບແບບການແຕ່ງຕົວຈະອອກແນວຮຽບຮ້ອຍ, ມີຄວາມສຸພາບ.

ເປ້ ໄດ້ໃຫ້ສໍາພາດ ກັບທີມຂ່າວ ອິນໄຊລາວວ່າ: ຫຼັງຈາກໄດ້ຮັບຕໍາແໜ່ງ Mister Global Laos 2021 ຕົນເອງກໍໄດ້ກຽມຄວາມພ້ອມໃນດ້ານຕ່າງໆ ບໍ່ວ່າຈະເປັນທາງດ້ານພາສາ, ການອອກກໍາລັງກາຍ ຟິດຫຸ່ນໃຫ້ດີຂຶ້ນ, ດ້ານບຸກຂະລິກຕະພາບ ການເດີນແບບ, ທັກສະການຕອບຄຳຖາມ ແລະ ຮຽນຮູ້ ທັກສະຕ່າງໆ ຈາກລຸ້ນອ້າຍ-ເອື້ອຍ ຜູ້ທີ່ມີປະສົບການໃນການປະກວດເວທີລະດັບສາກົນມາກ່ອນ ເພື່ອກຽມໂຕໃຫ້ພ້ອມໃນການປະກວດເວທີ Mister Global ໃນປີນີ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໝຸ່ມເປ້ ຍັງໄດ້ກ່າວຕື່ມອີກວ່າ: ຕົ້ນເອງມີຄວາມຄາດຫວັງກັບການປະກວດຄັ້ງນີ້ ເພາະຢາກເປີດປະຕູໃຫ້ຊາຍງາມລາວເຮົາ ສູ່ສາຍຕາຊາວໂລກ ແຕ່ເຖິງຢ່າງໃດກໍຕາມຈະບໍ່ກົດດັນໂຕເອງຫຼາຍ ແຕ່ຈະພະຍາຍາມ ເຮັດທຸກຢ່າງໃຫ້ເຕັມທີ່ ແລະ ດີທີ່ສຸດ ຖ້າບໍ່ໄດ້ຜ່ານເຂົ້າຮອບ ຫຼື ບໍ່ໄດ້ລາງວັນຫຍັງກັບມາເລີຍກໍບໍ່ເສຍໃຈ ເພາະເຮົາໄດ້ເຮັດເຕັມທີ່ແລ້ວ ທີ່ເຫຼືອກໍໃຫ້ມັນເປັນຜົນພອຍໄດ້ ຈາກການທີ່ເຮົາທຸ່ມເທ ແລະ ພະຍາຍາມ ຖືວ່າເປັນປະສົບການໃໝ່ຂອງຊີວິດ.

ສໍາລັບການປະກວດ Mister Global 2021-2022 ໃນປີນີ້ ແມ່ນຈະຈັດຂຶ້ນທີ່ ປະເທດໄທ ເຊິ່ງຈະເລີ່ມເຂົ້າກອງປະກວດ ໃນວັນທີ 7 ມີນາ ແລະ ຈະປະກວດຮອບຕັດສິນ ໃນວັນທີ 15 ມີນາ 2022 ເຊິ່ງ ໜຸ່ມເປ້ ຕົວແທນຊາຍໜຸ່ມລາວເຮົາ ແມ່ນຈະອອກເດີນທາງໃນວັນທີ 4 ມີນາ 2022 ນີ້ ເພື່ອເຂົ້າເກັບໂຕ ແລະ ຮ່ວມເຮັດກິດຈະກໍາກັບກອງປະກວດ.

ສຸດທ້າຍນີ້ ໝຸ່ມເປ້ ຍັງໄດ້ຂໍກໍາລັງໃຈຈາກແຟນໆ ໃຫ້ຊ່ວຍຕິດຕາມ, ຊ່ວຍກົດໄລ, ກົດແຊຣ ແລະ ເປັນກໍາລັງໃຈໃຫ້ເປ້ໃນການປະກວດຄັ້ງນີ້ເເດ່ເດີ ຈະຕັ້ງໃຈເຮັດໃຫ້ເຕັມທີ່ ແລະ ດີທີສຸດ.

ຈັ່ງໃດ ທີມຂ່າວ ອິນໄຊລາວ ຂອງພວກເຮົາກໍຂໍເປັນກໍາລັງໃຈໃຫ້ໝຸ່ມເປ້ ໃນການປະກວດຄັ້ງນີ້ ແລະ ເອົາລາງວັນ ກັບມາຝາກພີ່ນ້ອງຊາວລາວເຮົາໃຫ້ໄດ້ເດີ.

ທຸກຄົນສາມາດຕິດຕາມຜົນງານຂອງໝຸ່ມເປ້ໄດ້ທີ່: FB: Pay Souliyamath, Ig: Pay_souliyamath, Page: Mister Global Laos

ຂອບໃຈຮູບພາບຈາກ:Mister Global Laos

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້